spot_img
Homeຂ່າວການພັດທະນາລັດ ຈະສູ້ຊົນໃຫ້ບັນລຸຄາດໝາຍ ຫລາຍດ້ານ ພາຍໃນປີ 2017

ລັດ ຈະສູ້ຊົນໃຫ້ບັນລຸຄາດໝາຍ ຫລາຍດ້ານ ພາຍໃນປີ 2017

Published on

ລັດຖະບານ​ລາວ​​ໄດ້​​ເປີ​ດ​ເຜີຍ ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ ປະຈຳ​ປີ 2017 ​ນີ້ວ່າ ຈະ​ສູ້​ຊົນບຸກບືນ​ເຮັດ​ໃຫ້ສຳ​ເລັດບັນດາ​ຄາດໝາຍ ​ທາງ​ດ້ານ​ສັງຄົມຄື : ອັດຕາ​ເຂົ້າຮຽນ​ຂອງ​ເດັກ​ອາຍຸ 5 ປີ ​ໃຫ້​ໄດ້ 74 % , ຫລຸດຜ່ອນ​ອັດຕາ​ປະລະ​ການ​ຮຽນ ​ນັກຮຽນ​ປໍ 1 ​ໃຫ້​ຢູ່​ໃນ​ລະດັບ 7% ​, ອັດຕາ​ປະລະ​ການ​ຮຽນ​ຂອງ​ນັກຮຽນ ​ຊັ້ນປະຖົມ ​ໃຫ້​ຢູ່​ໃນ​ລະດັບ 4% , ​ເພີ່ມ​ອັດຕາ​ເຂົ້າຮຽນ​ລວມຊັ້ນມັດທະຍົມ ​ຕອນ​ຕົ້ນຈາກ 82% ​ເປັນ 85% , ຫລຸດຜ່ອນ​ອັດຕາ​ປະລະ​ການ​ຮຽນ​ ໃນ​ຊັ້ນມັດທະຍົມ​ຕົ້ນ​ໃຫ້​ຢູ່​ ໃນ​ລະດັບ ປະມານ 6% , ອັດຕາ​ເດັກນ້ອຍ​ລຸ່ມ 5 ປີ ທີ່​ມີນ້ຳໜັກ​ຕ່ຳ​ກວ່າ​ມາດຖານ​ ​ໃຫ້​ຫລຸດ​ລົງ​ຍັງ​ເຫລືອ 23,1 % , ອັດຕາ​ເດັກ​ນ້ອຍ​ລຸ່ມ 5 ປີ​ທີ່​ເຕ້ຍ (ຂາດ​ສານ​ອາຫານ​ຊ້ຳ​ເຮື້ອ) ​ໃຫ້ຍັງ​ເຫລືອເກືອບ 38% , ອັດຕາ​ການ​ຕາຍ​ຂອງ​ເດັກນ້ອຍ​ລຸ່ມ 1 ປີ ຍັງ​ເຫລືອ 46,9 ຕໍ່​ເດັກ​ເກີດ​ມີ​ຊີວິດ 1 ພັນ​ຄົນ ​ແລະ ອັດຕາ​ການ​ຕາຍ​ຂອງ​ເດັກ​ນ້ອຍ ລຸ່ມ 5 ປີ ຍັງ​ເຫລືອ 54,7 ຕໍ່​ເດັກ​ເກີດ​ມີ​ຊີວິດ 1 ພັນ​ຄົນ.

ທ່ານ ຄຳ​ລຽນ ພົນ​ເສນາ ຮອງ​ລັດຖະມົນຕີ​ ກະຊວງ​ແຜນການ ​ແລະ ການ​ລົງທຶນ ລາຍ​ງານ​ຫວ່າງ​ບໍ່​ດົນ​ນີ້​ວ່າ: ​ເພື່ອ​​ໃຫ້ບັນລຸ​ຕາມບັນດາ​ຄາດໝາຍ ​ທີ່ກ່າວ​ນັ້ນ ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ປັບປຸງ​ ການ​ສະໜອງ​ການ​ສຶກສາກ່ອນ​ໄວຮຽນ​ ໃຫ້​ມີ​ຄຸນ​ນະພາ​ບ ​​ໂດຍ​ການ​ຂະຫຍາຍ​ຫ້ອງ​ກຽມ​ປະຖົມ ​ໃຫ້​ກວ້າງຂວາງ , ພ້ອມ​ບຳລຸງ ​ແລະ ຍົກ​ລະດັບ​ຄູ​ສອນ , ຜູ້​ລ້ຽງ​ເດັກ , ສືບ​ຕໍ່​ປັບປຸງ​ຄຸນ​ນະພາ​ບ ການ​ຮຽນ​ການ​ສອນຢູ່​ຊັ້ນປະຖົມ​ສຶກສາ ​ໂດຍ​ສະ​ເພາະ ປັບປຸງ​ຫລັກສູດ​ບາງ​ວິຊາ ​ແລະ ປັບປຸງ​ວິທີ​ການ​ສອນ​ພາສາ​ລາວ – ຄະນິດສາດ , ສະໜອງ​ອຸປະກອນ ​ຮັບ​​ໃຊ້​ການ​ຮຽນ – ການ​ສອນ ​ແລະ ປື້​ມ​ແບບ​ຮຽນ​ໃຫ້​ບັນດາ​ໂຮງຮຽນ​ປະຖົມ – ມັດທະຍົມ​ໃນທົ່ວ​ປະ​ເທດ , ສົ່ງ​ເສີມ​ການ​ສອນ​ວິຊາ​ຊີບ ​ຂັ້ນພື້ນຖານ , ວິຊາ​ໄອ​ທີ  ​ແລະ ພາສາ​ອັງກິດ​ ໃນ​ຊັ້ນມັດ​ທະ​ຍົມສຶກສາ​ໃຫ້​ກວ້າງຂວາງ  ກໍ​ຄື ປັບປຸງ​ຄຸນ​ນະພາ​ບຂອງ​ຕາໜ່າງບໍລິການ ນຳ​ໃຊ້​ອຸປະກອນ ​ແລະ ​ເທັກ​ໂນ​​ໂລ​ຊີທັນ​ສະ​ໄໝ ຂອງ​ສະຖານ​ທີ່​ບໍລິການ​ທຸກ​ລະດັບ ​ຢ່າງ​​ເປັນ​ລະບົບ (​ເອກະ​ຊົນ) , ສຸມ​ໃສ່​ພັດ​ທະນາ​ຄຸນ​ນະ ພາ​ບຂອງ​ພະນັກງາ​ນ ​ໃຫ້​ໄດ້​ມາດຖານ ຕາມ​ຍຸດ​ທະ​ສາດ​ ໃນ​ແຕ່ລະ​ຂັ້ນ ດ້ວຍ​ການ​ອົບຮົມ ບຳລຸງ​ ຍົກ​ລະດັບ ແຕ່​ລະ​ດ້ານ ​ໃຫ້​ມີ​ຄຸນ​ນະພາ​ບສູງ ; ສ້າງ​ຄວາມ​ສາມາດ​ແກ້​ໄຂ​ ສາຍ​ເຫດ ​ເພື່ອ​ຫລຸດຜ່ອນ​ການ​ຕາຍ ​ຂອງ​ແມ່-​ເດັກ ​ແລະ ປ້ອງ​ກັນ​ການ​ຂາດ​ສານ​ອາຫານ ຢ່າງ​ມີ​ປະສິຕິ​ຜົນ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...