Homeຂ່າວພາຍ​ໃນພິທີເປີດນຳໃຊ້ ເຂື່ອນໄຟຟ້າເຊເສັດ 3 ຢ່າງເປັນທາງການ

ພິທີເປີດນຳໃຊ້ ເຂື່ອນໄຟຟ້າເຊເສັດ 3 ຢ່າງເປັນທາງການ

Published on

ພິທີເປີດນຳໃຊ້ເຂື່ອນໄຟຟ້າເຊເສັດ 3 ທີ່ມີກຳລັງຕິດຕັ້ງ 23 ເມກາວັດ (MW) ໄດ້ຈັດຂຶ້ນໃນວັນທີ 6 ມັງກອນ 2017 ຜ່ານມານີ້ ທີ່ແຂວງສາລະວັນ, ໂດຍມີທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ເຈົ້າ ແຂວງສາລະວັນ, ຈໍາປາສັກ, ເຊກອງ, ອັດຕະປື ແລະ ຜູ້ອຳນວຍການລັດວິສາຫະກິດໄຟຟ້າລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານຜູ້ອຳນວຍກາຍໃຫຍ່ລັດວິສະຫະກິດໄຟຟ້າລາວ ບຸນອູ້ມ ສີວັນເພັງ ກ່າວວ່າ: ເຂື່ອນໄຟຟ້າເຊເສັດ 3 ມີມູນຄ່າກໍ່ສ້າງທັງໝົດ 50,7 ລ້ານໂດລາສະຫະລັດ, ເປັນທຶນກູ້ຢືມຈາກທະນາຄານ EXIM BANK ແຫ່ງ ສປຈີນ ແລະ ບໍລິສັດ ນໍຣິນໂກ (NORINCO) ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ເລີ່ມຕົ້ນຜະລິດກະແສໄຟຟ້າ ໃນທ້າຍເດືອນກໍລະກົດ 2016 ຜ່ານມາ, ຮອດປັດຈຸບັນສາມາດຜະລິດກະແສໄຟຟ້າ ໄດ້ທັງໝົດ 27 ລ້ານກິໂລວັດໂມງ ແລະ ຄິດເປັນມູນຄ່າຫລາຍກວ່າ 10 ຕື້ກີບ.
ທ່ານ ຫວັງເຢ້ວຖ່າວ ຜູ້ອຳນວຍການໃຫຍ່ບໍລິສັດ NORINGO ກ່າວວ່າ: ເຂື່ອນໄຟຟ້າເຊເສັດ 3 ຈະຊຸກຍູ້ການພັດທະນາເສດຖະກິດທ້ອງຖີ່ນ ແລະ ສະໜອງພະລັງງານທີ່ສະອາດເພື່ອການພັດທະນາເສດຖະກິດ-ສັງຄົມຂອງລາວ.
ທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ໃນຊຸມປີຜ່ານມາຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ດຳເນີນການວາງຍຸດທະສາດເພື່ອພັດທະນາລະບົບໄຟຟ້າຢ່າງຖືກຕ້ອງຕາມແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນແຕ່ລະໄລຍະ ເປັນຕົ້ນແມ່ນການພັດທະນາແຫຼ່ງຜະລິດພະລັງງານໄຟຟ້າ ໂດຍນໍາໃຊ້ແຫຼ່ງນໍ້າທໍາມະຊາດ, ຊຶ່ງແມ່ນທ່າແຮງທີ່ສໍາຄັນຂອງປະເທດ, ແນໃສ່ຈັດສັນ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳໃຫ້ມີປະສິດທິຜົນສູງ, ແນໃສ່ເພື່ອຜະລິດ ແລະ ສະໜອງກະແສໄຟຟ້າໃຫ້ພຽງພໍກັບຄວາມຕ້ອງການເພື່ອຊົມໃຊ້ຢູ່ພາຍໃນ, ເພີ່ມທະວີການສົ່ງອອກໃຫ້ນັບມື້ເພີ່ມຂຶ້ນ, ບົນພື້ນຖານຮັບປະກັນການພັດທະນາພະລັງງານໄຟຟ້າແບບເປັນມິດກັບສິ່ງແວດລ້ອມ ແລະ ຍືນຍົງ ແລະ ຜົນສຳເລັດຂອງໂຄງການເຂື່ອນໄຟຟ້າເຊເສັດ 3 ນີ້ຈະເປັນພື້ນຖານໃນການສືບຕໍ່ພັດທະນາອຸດສາຫະກຳໄຟຟ້າຢູ່ປະເທດເຮົາໃຫ້ຂະຫຍາຍຕົວຢ່າງເປັນລະບົບຕໍ່ເນື່ອງ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ດີຂຶ້ນເທື່ອ

ຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...