Homeນານາສາລະ3 ສະໝຸນໄພ ທີ່ຊ່ວຍຫຼຸດນໍ້າຕານໃນເລືອດ

3 ສະໝຸນໄພ ທີ່ຊ່ວຍຫຼຸດນໍ້າຕານໃນເລືອດ

Published on

ບໍ່ມີໃຜຢາກເປັນພະຍາດເບົາຫວານ ແຕ່ອາຫານຫວານຫຼາຍໆປະເພດກໍເປັນຕາແຊບ ແລະຊວນໃຫ້ເຮົາຢາກກິນ, ເມື່ອເຮົາກິນເຂົ້າໄປໃນຮ່າງກາຍໃນປະລິມານຫຼາຍ ກໍຈະເຮັດໃຫ້ນໍ້າຕານໃນເລືອດຫຼາຍເກີນໄປ ແລະກໍ່ໃຫ້ເກີດພະຍາດເບົາຫວານ, ມື້ນີ້ ແອັດມິນ ຈຶ່ງມີສະໝຸນໄພດີໆ ທີ່ຊ່ວຍຫຼຸດນໍ້າຕານໃນເລືອດໄດ້ດີ

  1. ຜັກກະເພົາ: ມີປະໂຫຍດຊ່ວຍຫຼຸດນໍ້າຕານໃນເລືອດໄດ ເຊິ່ງຜັກກະເພົາຊ່ວຍໃຫ້ເຊວຂອງຕັບອ່ອນສາມາດຜະລິດອິນຊູລິນໄດ້ດີຂຶ້ນ, ນອກຈາກຫຼຸດນໍ້າຕານໃນເລືອດໄດ້ແລ້ວ ຍັງຊ່ວຍຫຼຸດປະລິມານໄຂມັນ ແລະຄໍເລດເຕີລໍໃນຮ່າງກາຍໄດ້ອີກ
  2. ຜັກຕຳນິນ: ມີສັບພະຄຸນຊ່ວຍຫຼຸດລະດັບນໍ້າຕານໃນເລືອດໄດ້ດີ, ນອນຈາກນີ້ ຍັງມີວິຕາມິນຊີສູງ, ຊ່ວຍບຳລຸງສາຍຕາໄດ້ອີກ
  3. ໝາກຮະ: ຄວາມຂົມຂອງໝາກຮະມີປະໂຫຍດຫຼາຍທີ່ສຸດ ເພາະໝາກຮະ ຊ່ວຍເສີມການຫຼັ່ງອິນຊູລິນ ຈາກຕັບອ່ອນຫຼຸດການສ້າງນໍ້າຕານໃນຕັບ, ເສີມການເຜົາຜານນໍ້າຕານ ເພີ່ມຄວາມໄວຕໍ່ອິນຊູລິນ ແລະຢັບຢັ້ງການຫຼັ່ງກລູໂຄສ ໃນລຳໄສ້ອ່ອນໄດ້ອີກ, ນອກຈາກນີ້ ຍັງຊ່ວຍຢັບຢັ້ງຄວາມຜິດປົກກະຕິຂອງໝາກໄຂ່ຫຼັງ, ການເກີດສາຍຕາສັ້ນ, ການເສື່ອມຂອງເສັ້ນປະສາດ ເຊິ່ງເປັນຜົນມາຈາກການມີລະດັບນໍ້າຕານໃນເລືອດສູງເປັນເວລາດົນ ຫຼືບໍ່ສາມາດຄວບຄຸມລະດັບນໍ້າຕານໃນເລືອດໄດ້ປົກກະຕິ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...