Homeຂ່າວເຫດການຈັດຕັ້ງກຳລັງພົນ ກວດກູ້-ທຳລາຍລະເບີດ ຕາມເສັ້ນທາງການກໍ່ສ້າງລົດໄຟ ລາວ-ຈີນ

ຈັດຕັ້ງກຳລັງພົນ ກວດກູ້-ທຳລາຍລະເບີດ ຕາມເສັ້ນທາງການກໍ່ສ້າງລົດໄຟ ລາວ-ຈີນ

Published on

ກະຊວງ​ປ້ອງ​ກັນ​ປະເທດ ໄດ້ແຕ່ງຕັ້ງ​ກຳລັງ​ພົນ ເພື່ອ​ຈັດ​ຕັ້ງປະຕິບັດ​ການ​ກວດ​ກູ້ ແລະ ທຳລາຍ​ລະເບີດ​ບໍ່​ທັນ​ແຕກ​ ຕົກ​ຄ້າງຕາມ​ເສັ້ນທາງ​ໂຄງການ​ກໍ່ສ້າງທາງ​ລົດໄຟ​ລາວ-ຈີນ ແຕ່​ບໍ່​ເຕັນ-ນະຄອນຫຼວງ​ວຽງ​ຈັນ ໃນ​ນັ້ນ ຈະນຳ​ໃຊ້​ກຳລັງ​ວິຊາ​ການ ແລະ ບໍ​ລິຫານ ຈຳນວນ 1 ໝວດ​ກວດ​ກູ້ ແລະ ທຳລາຍ​ລະເບີດ​ທາງບົກ 1 ໝວດ​ກວດ​ກູ້ ແລະ ທຳລາຍ​ລະເບີດ​ທາງນ້ຳ ພ້ອມ​ກັບ 6 ກອງ ກວດ​ກູ້ ແລະ ທຳລາຍ​ລະເບີດປະຈຳ​ຢູ່​ແຕ່​ໄລຍະ​ທາງ ເຊິ່ງ​ໃນແຕ່​ລະ​ໜ່ວຍ​ງານ​ມີ​ໝວດ​ວິຊາການ​ປະຈຳ​ຢູ່ (QC) ມີ​ຈຳນວນພົນ​ທັງ​ໝົດ 340 ກວ່າ​ຄົນ ໂດຍຈະ​ນຳ​ໃຊ້​ອຸປະກອນ​ກົນ​ຈັກ​ໜັກ ພ້ອມ​ກັບ​ເຄື່ອງມື​ກວດ​ກູ້​ລະເບີດ ທັງ​ທາງບົກ-ນ້ຳທີ່​ມີ​ຄຸນະພາບ ເພື່ອ​ຮັບປະກັນ​ໃຫ້​ການຈັດຕັ້ງ​ປະຕິ​ບັດ​ວຽກ​ງານ ປະສົບ​ຜົນສຳເລັດຕາມ​ຄາດໝາຍ​ວາງ​ໄວ້.

ພິທີ​ເປີດ​ການ​ກວດ​ກູ້ ແລະ ທຳລາຍ​ລະເບີດ​ບໍ່​ທັນ​ແຕກ ​ໃນພື້ນ​ທີ່​ໂຄງການ​ກໍ່ສ້າງ​ທາງ​ລົດໄຟ ລາວ-ຈີນ ແຕ່​ບໍ່​ເຕັນ-ນະຄອນ​ຫຼວງ​ວຽງ​ຈັນ ຈັດ​ຂຶ້ນ​ວັນ​ທີ 4 ມັງກອນ 2017 ຢູ່​ກະຊວງປ້ອງ​ກັນ​ປະເທດ ມີ​ທ່ານ ພົນ​ໂທ ຈັນ​ສະໝອນ ຈັນ​ຍາ​ລາດ ລັດ​ຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດ​ຖະມົນຕີກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ພ້ອມ​ດ້ວຍ​ຜູ້​ຕາງໜ້າ​ຈາກ​ອົງ​ການຈັດຕັ້ງ​ສາກົນ ພະນັກງານ-ວິຊາ​ການ​ກ່ຽວຂ້ອງ ເຂົ້າ​ຮ່ວມ.

ຂ່າວ: ໜັງສືພິມ ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...