Homeຂ່າວເຫດການກະຊວງ ຖວທ ແຕ່ງຕັ້ງຫົວໜ້າກົມຄົນໃໝ່ຫຼາຍຕຳແໜ່ງ

ກະຊວງ ຖວທ ແຕ່ງຕັ້ງຫົວໜ້າກົມຄົນໃໝ່ຫຼາຍຕຳແໜ່ງ

Published on

ໃນວັນທີ 5 ມັງກອນ 2017 ຜ່ານມານີ້ທີ່ ກະຊວງ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ ໄດ້ຈັດພິທີປະກາດ ການແຕ່ງຕັ້ງມອບ​-ຮັບ​ ຕຳ​ແໜ່ງຫົວໜ້າກົມ​ຜູ້​ເກົ່າ ​ແລະ ຜູ້​ໃໝ່ຫຼາຍຕຳແໜ່ງ ລະຫວ່າງ ທ່ານ ສາລີ ພິມ​ພິນິດ ຫົວໜ້າກົມ​ ໂຄສະນາການ​ທ່ອງ​ທ່ຽວ (ຜູ້​ເກົ່າ) ກັບ​ ທ່ານ ສູນ ມະນີ​ວົງ ​ເປັນ​ຜູ້​ຮັກສາ​ການ ​ຫົວໜ້າກົມ​ໂຄສະນາ​ການທ່ອງ​ທ່ຽວ (ຜູ້​ໃໝ່), ທ່ານ ບຸນທຽງ ສິລິ​ປະພັນ ຫົວໜ້າກົມ​ມໍລະ​ດົກ (ຜູ້ເກົ່າ) ກັບ​ ທ່ານ ທອງ​ໃບ ​ໂພທິ​ສານ ​ເປັນ​ຜູ້​ຮັກສາ​ການ ​ຫົວໜ້າກົມ​ມໍລະດົກ (ຜູ້ໃໝ່) ​ແລະ ທ່ານ ສູນ ມະນີ​ວົງ ຫົວໜ້າກົມ​ ພັດທະນາ​ທ່ອງ​ທ່ຽວ (ຜູ້​ເກົ່າ) ກັບ ທ່ານ ອາ​ລຸນ ບຸນ​ມີ​ໄຊ ​ເປັນ​ຜູ້​ຮັກສາ​ການ ​ຫົວໜ້າກົມ​ ພັດທະນາ​ການທ່ອງທ່ຽວ (ຜູ້ໃໝ່).

2-bosengkham-2 2-bosengkham-3

      ໃຫ້ກຽດເຂົ້າຮ່ວມ ​ການເປັນປະທານຂອງ ທ່ານ ບໍ່​ແສງຄຳ ວົງ​ດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຮອງ​ລັດຖະມົນຕີ, ຮອງກົມ, ຫົວພະແນກ ພ້ອມດ້ວຍຂະແໜງການອ້ອມຂ້າງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ.

ການປະກາດການຈັດຕັ້ງຄັ້ງນີ້ ​ແມ່ນ​ອີງໃສ່ຄວາມຮຽກຮ້ອງຕ້ອງການ ຂອງວຽກງານໄລຍະໃໝ່ ໂດຍອີງຕາມດໍາລັດ ນາຍົກລັດຖະມົນຕີ ວ່າດ້ວຍການຈັດ​ຕັ້ງ ​ແລະ ການ​ເຄື່ອນ​​ໄຫວວຽກງານ​ ​ແລະ ຂໍ້​ຕົກ​ລັງ​ຂອງ​ລັດຖະມົນຕີ ວ່າດ້ວຍການຍົກຍ້າຍ ​ແລະ ແຕ່ງຕັ້ງພະນັກງານ ​ຮັບໜ້າທີ່​​ໃໝ່.

​     ໃນ​​ໂອກາດ​ນີ້​, ທ່ານ ບໍ່​ແສງຄຳ ວົງ​ດາລາ ກໍໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນໝົດ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດການປະຕິບັດວຽກງານ ໃນໄລຍະຜ່ານມາ. ພ້ອມນີ້, ຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານ ທີ່ມອບໝາຍໃຫ້ສໍາເລັດຜົນເປັນ

ແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...