spot_img
Homeຂ່າວຕ່າງປະເທດກຸ່ມນັກລົງທຶນຈີນ ຊະນະການປະມູນ “ຕຶກແຝດສູງທີ່ສຸດໃນໂລກ” ຢູ່ກໍາປູເຈຍ

ກຸ່ມນັກລົງທຶນຈີນ ຊະນະການປະມູນ “ຕຶກແຝດສູງທີ່ສຸດໃນໂລກ” ຢູ່ກໍາປູເຈຍ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 5 ມັງກອນ 2017 ຜ່ານມາວ່າ ກຸ່ມຈິດຈະການຮ່ວມການຄ້າຈີນມີບໍລິສັດ Sino Great Wall International ແລະ ບໍລິສັດ Wuchang Shipbuilding Industry ຊະນະການປະມູນສ້າງຕຶກແຝດທີ່ສູງທີ່ສຸດໃນໂລກ ຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ເຊິ່ງຈະຕັ້ງຢູ່ແຄມຝັ່ງແມ່ນໍ້າຂອງ ໃນນະຄອນຫຼວງພະນົມເປັນ ເຊິ່ງກຸ່ມບໍລິສັດດັ່ງກ່າວ ໄດ້ເຮັດສັນຍາຮ່ວມກັບບໍລິສັດ ໄທບຸນຮຸ່ງ (TBR) ຂອງກຳປູເຈຍ ໃນວັນເສົາ ວັນທີ 31 ທັນວາ 2016 ຜ່ານມາ

ສຳລັບມູນຄ່າການປະມູນໂຄງການນີ້ມີມູນຄ່າ 2,700 ລ້ານດອນລາສະຫະລັດ ເຊິ່ງຈະສ້າງອາຄານຄູ່ແຝດ 133 ຊັ້ນ ມີຄວາມສູງ 560 ແມັດ ຄາດວ່າຈະເລີ່ມກໍ່ສ້າງໃນປະມານກາງປີນີ້ ແລະຈະສຳເລັດໃນເວລາ 5 ປີ ເຊິ່ງກະກາຍເປັນຕຶກແຝດທີ່ສູງທີ່ສຸດໃນໂລກ ແທນຕຶກແຝດ Petronas Towers ຂອງມາເລເຊຍ

ຕຶກແຝດສູງທີ່ສຸດໃນປະຈຸບັນນີ້ ແມ່ນຕຶກແຝດ Petronas Towers ໃນນະຄອນຫຼວງກົວລາລໍາເປີ ປະເທດມາເລເຊຍ ເຊິ່ງມີທັງໝົດ 88 ຊັ້ນ ສູງ 451.9 ແມັດ, ສ່ວນຕຶກດ່ຽວທີ່ສູງທີ່ສຸດໃນໂລກໃນປັດຈຸບັນແມ່ນ ຕຶກ Burj Khalifa ຢູ່ນະຄອນດູໄບ ຂອງສະຫະລັດອາຫຼັບ ເອມິເຣດ ເຊິ່ງສູງ 829.8 ແມັດ

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...