Homeຂ່າວພາຍ​ໃນລັດຈະໃຫ້ບໍລິສັດຊື້-ຂາຍລົດ ຮັບ ແລະຊຳລະເປັນເງິນກີບເທົ່ານັ້ນ

ລັດຈະໃຫ້ບໍລິສັດຊື້-ຂາຍລົດ ຮັບ ແລະຊຳລະເປັນເງິນກີບເທົ່ານັ້ນ

Published on

ຕະຫຼອດໄລຍະຜ່ານມາລັດຖະບານ ເປັນຕົ້ນແມ່ນທະນາຄານແຫ່ງ ສປປ ລາວ ຫຼື ທຫລ ໄດ້ເປັນຕົວຫຼັກຕົວຕີເອົາໃຈໃສ່ຄຸ້ມຄອງເງິນຕາຕ່າງປະເທດ ແລະສົ່ງເສີມການນຳໃຊ້ເງິນກີບຢ່າງຕັ້ງໜ້າ ໂດຍຜ່ານການເຜີຍແຜ່ລະບຽບການທີ່ກ່ຽວຂ້ອງ, ຈັດກິດຈະກຳໂຄສະນາຢູ່ບັນດາກະຊວງ, ບັນດາແຂວງຊາຍແດນ, ສະຖາບັນການສຶກສາ ແລະຫົວໜ່ວຍທຸລະກິດຕ່າງໆຢ່າງກວ້າງຂວາງ ພ້ອມດຽວກັນນັ້ນກໍຍັງມີການໂຄສະນາເພື່ອປູກຈິດສຳນຶກໃຫ້ສັງຄົມໂດຍຜ່ານສື່ຕ່າງໆ, ລົງຕິດຕາມກວດກາການຕິດລາຄາຢູ່ຕາມຫ້າງຮ້ານຢ່າງຕໍ່ເນື່ອງ ທັງປະຕິບັດມາດຕະການຕໍ່ພາກສ່ວນທີ່ລະເມີດ ໄປຄວບຄູ່ກັບການຍ້ອງຍໍພາກສ່ວນທີ່ເອົາໃຈໃສ່ ແລະໃຫ້ການຮ່ວມມື.

ເພື່ອເປັນການຫຼຸດຜ່ອນບັນຫາເພີ່ມຄຸນຄ່າໃຫ້ກັບເງິນກີບລາວ ທ່ານ ສົມພາວ ໄຟສິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ກ່າວກ່ອນໜ້ານີ້ວ່າ: ໃນຕໍ່ໜ້າ ທຫລ ຈະສືບຕໍ່ເອົາໃຈໃສ່ແກ້ໄຂໂດຍປະຕິບັດນະໂຍບາຍ ແລະມາດຕະການ ໂດຍຄວບຄຸມອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບຕໍ່າ, ອັດຕາແລກປ່ຽນມີຄວາມໝັ້ນທ່ຽງ ເພື່ອຮັກສາຄຸນຄ່າເງິນກີບ ທັງສ້າງຄວາມເຊື່ອໝັ້ນໃຫ້ກັບສັງຄົມໃນການຖືຄອງ.

ຂະນະທີ່ໃນແຜນເງິນຕາປີ 2017 ນີ້ທາງ ທຫລ ຈະກຳນົດລະບຽບການເຄື່ອນຍ້າຍເງິນສົດ ພ້ອມທັງສືບຕໍ່ຊຸກຍູ້ ສົ່ງເສີມພາກລັດ ແລະພາກທຸລະກິດມູນຄ່າສູງເປັນຕົ້ນແມ່ນບໍລິສັດຊື້-ຂາຍລົດໃຫ້ຮັບ ແລະຊຳລະເປັນເງິນກີບ ໂດຍ ຜ່ານລະບົບທະນາຄານ ຊຶ່ງຈະມີການປັບປຸງການຊຳລະຮ່ວມກັນ ຂອງບັນດາທະນາຄານທຸລະກິດໃຫ້ກວ້າງຂວາງຜ່ານຕູ້ເອທີເອັມ ແລະສ້າງຜະລິດຕະພັນໃໝ່ໆ ເພື່ອສ້າງແຮງຈູງໃຈໃຫ້ມີການຊຳລະຜ່ານລະບົບທະນາຄານຫຼາຍຂຶ້ນ.

ແຕ່ທັງນີ້ທັງນັ້ນ ພໍ່ແມ່ປະຊາຊົນ ລວມທັງຜູ້ປະກອບການເອງກໍດີຈົ່ງໄດ້ມີສະຕິຄວາມເປັນເຈົ້າສູງຕໍ່ການນຳໃຊ້ເງິນກີບ ເພື່ອເປັນສ່ວນໜຶ່ງໃນການສ້າງຄຸນຄ່າໃຫ້ກັບເງິນກີບລາວໄດ້ທຽບເທົ່າກັບເງິນຕາຕ່າງປະເທດ ຊຶ່ງປະຈຸບັນ ທຫລ ໄດ້ມີມາດຕະການຄຸ້ມຄອງ ໂດຍສະເພາະແມ່ນກຳນົດວົງເງິນທີ່ຈຳກັດໃນການແລກປ່ຽນເອົາເງິນຕາຕ່າງປະເທດຢູ່ບັນດາທະນາຄານ ແຕ່ບັນດາຮ້ານແລກປ່ຽນທົ່ວໄປຍັງເຫັນວ່າເປີດແລກປ່ຽນແບບເສລີຢູ່ໂດຍໃນອັດຕາທີ່ຂ້ອນຂ້າງສູງສົມຄວນ ຖ້າທຽບໃສ່ອັດຕາອ້າງອີງຂອງ ທຫລ ໃນແຕ່ລະວັນບັນຫານີ້ທະນາຄານແຫ່ງ ສປປ ລາວ ກໍຄວນເບິ່ງຕື່ມ.

ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດສະບັບປີ 2014 ມາດຕາ 49 ກ່ຽວກັບມາດຕະການປັບໃໝ ໄດ້ລະບຸໄວ້ວ່າ ຖ້າຫາກບຸກຄົນໃດ, ນິຕິບຸກຄົນໃດ ແລະການຈັດຕັ້ງທີ່ຕິດປະກາດ ຫຼື ໂຄສະນາລາຄາ ແລະຄ່າອື່ນໆ ໃນລາວເປັນເງິນຕາຕ່າງປະເທດຈະຖືກປັບໃໝ 1 ລ້ານກີບຕໍ່ຄັ້ງ ແລະໃນກໍລະນີຮັບຊຳລະ ຫຼື ຊຳລະຄ່າສິນຄ້າ, ຄ່າບໍລິການ, ຊຳລະໜີ້, ເບີກຈ່າຍເງິນເດືອນ, ປະຕິບັດພັນທະຕໍ່ລັດເປັນເງິນຕາຕ່າງປະເທດທີ່ບໍ່ໄດ້ຮັບອະນຸຍາດແມ່ນຈະຖືກປັບໃໝ 3 ລ້ານກີບຕໍ່ຄັ້ງ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...