spot_img
Homeຂ່າວພາຍ​ໃນກະຊວງການຕ່າງປະເທດ ປັບປຸງກົງຈັກການຈັດຕັ້ງພາຍໃນ

ກະຊວງການຕ່າງປະເທດ ປັບປຸງກົງຈັກການຈັດຕັ້ງພາຍໃນ

Published on

ໃນວັນທີ 4 ມັງກອນ 2017 ຜ່ານມານີ້, ກະຊວງການຕ່າງປະເທດ ໄດ້ຈັດພິທີມອບ-ຮັບຕໍາແໜ່ງ ຫົວໜ້າກົມ ລະຫວ່າງ ທ່ານ ຢົງ ຈັນທະລັງສີ ຫົວໜ້າສະຖາບັນການຕ່າງປະເທດ (ຜູ້ເກົ່າ) ກັບທ່ານ ທ່ຽງ ບຸບຜາ ຫົວໜ້າສະຖາບັນການຕ່າງປະເທດ (ຜູ້ໃໝ່), ທ່ານ ວິໂຣດ ສູນດາລາ ຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ (ຜູ້ເກົ່າ) ກັບທ່ານນາງ ຟອງສະໝຸດ ອັ່ນລາວັນ (ຜູ້ໃໝ່) ແລະ ທ່ານ ຄໍາອິນ ຄິດຈະເດດ ຫົວໜ້າກົມອົງການຈັດຕັ້ງສາກົນ (ຜູ້ເກົ່າ) ກັບທ່ານ ອານຸພາບ ວົງໜໍ່ແກ້ວ ຫົວໜ້າກົມອົງການຈັດຕັ້ງສາກົນ (ຜູ້ໃໝ່).

ທ່ານ ສະເຫລີມໄຊ ກົມມະສິດ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໂອ້ລົມຕີລາຄາສູງ ຕໍ່ບັນດາທ່ານ ຫົວໜ້າກົມ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ແລະ ຜູ້ຈະໄດ້ຮັບການແຕ່ງຕັ້ງ ໃຫ້ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ, ພ້ອມທັງເນັ້ນໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ເລິກເຊິ່ງ ແລະ ສາມາດເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການຈັດຕັ້ງປະຕິບັດແນວທາງການຕ່າງປະເທດໃຫ້ບັນລຸຜົນສໍາເລັດ, ເພື່ອການເຊື່ອມໂຍງພາກພື້ນ ແລະ ສາກົນຂອງປະເທດໃນໄລຍະໃໝ່.

ຂ່າວ: ໜັງສືພິມ ລາວພັດທະນາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...