Homeຂ່າວທ້ອງຖິ່ນສະພາປະຊາຊົນແຂວງ ຈໍາປາສັກ ຊຸດທີ I ເປີດກອງປະຊຸມ ສະໄໝສາມັນ ເທື່ອທີ 2

ສະພາປະຊາຊົນແຂວງ ຈໍາປາສັກ ຊຸດທີ I ເປີດກອງປະຊຸມ ສະໄໝສາມັນ ເທື່ອທີ 2

Published on

ໃນວັນທີ 3-7 ມັງກອນ 2017 ນີ້, ສະພາປະຊາຊົນແຂວງ (ສພຂ) ຈໍາປາສັກ ຊຸດທີ I ໄດ້ເປີດກອງປະຊຸມ ສະໄໝສາມັນ ເທື່ອທີ 2 ເພື່ອສຸມໃສ່ພິຈາລະນາ ແລະ ຮັບຮອງເອົາ ບັນຫາສໍາຄັນຕ່າງໆ ຂອງແຂວງຕົ້ນຕໍ ແມ່ນການກໍານົດ ທິດທາງແຜນການ ໃນການພັດທະນາ ເສດຖະກິດ-ສັງຄົມ ໃນປີ 2017 ແລະ ໃນ 4 ປີຕໍ່ໜ້າ.

ກອງປະຊຸມ ໄດ້ໄຂຂຶ້ນໃນວັນທີ 3 ມັງກອນ 2017 ຢູ່ຫ້ອງປະຊຸມ ຂອງຫ້ອງການຂົງເຂດການເມືອງ ຫຼັກ 4 ເມືອງປາກເຊ, ໂດຍການເປັນປະທານ ຂອງ ທ່ານ ເມກສະຫວັນ ພົມພິທັກ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈໍາເຂດ ເລືອກຕັ້ງທີ 15 ແຂວງຈໍາປາສັກ ປະທານສະພາ ປະຊາຊົນແຂວງ, ມີ ທ່ານ ປອ ບຸນຖອງ ດີວິໄຊ ກໍາມະການສູນກາງພັກ ເລຂາຄະນະ ບໍລິຫານງານພັກແຂວງ ເຈົ້າແຂວງໆຈໍາປາສັກ, ພຣະເຖລານຸເຖລະ, ຄະນະປະຈໍາ ສະພາແຫ່ງຊາດ, ການນໍາສະພາ ປະຊາຊົນແຂວງສາລະວັນ, ອັດຕະປື, ເຊກອງ, ບັນດາທ່ານສະມາຊິກ ສະພາປະຊາຊົນແຂວງ, ບັນດາທ່ານການນໍາຂອງແຂວງ, ການນໍາເມືອງ, ອະດີດການນໍາຂັ້ນສູງຂອງ ພັກ-ລັດ, ພະນັກງານ ປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ບັນດາອະດີດສະມາຊິກ ສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງ ພັກ-ລັດ, ອົງການຈັດຕັ້ງ ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ສະຖາບັນການສຶກສາ ແລະ ນັກທຸລະກິດ ເຂົ້າຮ່ວມ.

champasak1

ໃນໂອກາດກ່າວ ສູນທອນພົດ ເປີດກອງປະຊຸມ ທ່ານ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນແຂວງ ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ສຸມໃສ່ ພິຈາລະນາ, ຮັບຮອງເອົາ ບັນຫາສໍາຄັນຕ່າງໆ ຂອງແຂວງ ຕົ້ນຕໍແມ່ນ ຜົນຂອງການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ຜົນຂອງການຈັດຕັ້ງປະຕິບັດ ແຜນງົບປະມານ ໃນສົກປີ 2015-2016 ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປີ 2017. ຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ສົກປີ 2014-2015, ການເຄື່ອນໄຫວວຽກງານ ສົກປີ 2015-2016 ແລະ ທິດທາງແຜນການປີ 2017 ຂອງອົງການກວດສອບ ປະຈໍາພາກໃຕ້. ຜົນຂອງການຈັດຕັ້ງປະຕິບັດ ວຽກງານຂອງອົງການ ໄອຍະການ ປະຊາຊົນແຂວງ, ສານປະຊາຊົນແຂວງ ໄລຍະ 5 ປີ ( 2011-2015 ), ທິດທາງວຽກງານ ໃນປີ 2017 ແລະ 5 ປີຕໍ່ໜ້າ (2016-2020). ຜົນການເຄື່ອນໄຫວວຽກງານ 6 ເດືອນທ້າຍປີ 2016 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາສົກປີ 2017 ຂອງສະພາ ປະຊາຊົນແຂວງ. ຍ້ອນແນວນັ້ນຈຶ່ງຮຽກຮ້ອງ ໃຫ້ສະມາຊິກ ສະພາປະຊາຊົນແຂວງ ຈົ່ງໄດ້ຍົກສູງ ຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາ ເຂົ້າໃນການປະກອບ ຄໍາຄິດຄໍາເຫັນຕໍ່ບັນດາເນື້ອໃນ ທີ່ນໍາມາພິຈາລະນາ ໃນກອງປະຊຸມຄັ້ງນີ້ ຢ່າງເລິກເຊິ່ງ, ມີເຫດມີຜົນ ແລະ ຮັບປະກັນຄວາມຖືກຕ້ອງ, ສອດຄ່ອງກັບແນວທາງ ນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງ ແຫ່ງການພັດທະນາ ເສດຖະກິດ-ສັງຄົມ ໃນເງື່ອນໄຂເຊື່ອມໂຍງ ກັບພາກພື້ນ ແລະ ສາກົນ ຂອງທ້ອງຖິ່ນ ຂອງພວກເຮົາໃນໄລຍະໃໝ່.

ພ້ອມນີ້ ໃນກອງປະຊຸມ ຍັງຈະໄດ້ພິຈາລະນາ ຮ່າງນິຕິກຳສຳຄັນຂອງແຂວງ ເປັນຕົ້ນ ຮ່າງຂໍ້ຕົກລົງ ຂອງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ການຈັດສັນຄວາມເປັນລະບຽບຮຽບຮ້ອຍ ໃນເທດສະບານ ແຂວງຈຳປາສັກ.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...