Homeຂ່າວການຮ່ວມມືນາຍົກລັດຖະມົນຕີລາວ ພົບປະກັບ ປະທານສະພາແຫ່ງຊາດຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3

ນາຍົກລັດຖະມົນຕີລາວ ພົບປະກັບ ປະທານສະພາແຫ່ງຊາດຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3

Published on

ໃນຕອນບ່າຍວັນທີ 8 ມິຖຸນາ 2026, ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈິນ ແທັງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມເວທີອະນາຄົດອາຊຽນ ຄັ້ງທີ 3 ແຕ່ວັນທີ 7-9 ມິຖຸນາ 2026.

ໃນໂອກາດນີ້, ສອງຝ່າຍໄດ້ແຈ້ງສະພາບການພາຍໃນໂດຍຫຍໍ້ຂອງສອງປະເທດໃຫ້ກັນຊາບ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ສອງຝ່າຍຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງປະເທດ ທີ່ສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນທຸກຂົງເຂດວຽກງານ ໂດຍສືບຕໍ່ມີການພົບປະ, ແລກປ່ຽນຄະນະຜູ້ແທນ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ. ອັນພົ້ນເດັ່ນແມ່ນສອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ-ຫວຽດນາມ ໄດ້ສໍາເລັດການແລກປ່ຽນການຢ້ຽມຢາມລັດຖະກິດ ເຊິ່ງກັນ ແລະ ກັນ ພາຍຫລັງສໍາເລັດກອງປະຊຸມໃຫຍ່ຂອງສອງພັກ ເພື່ອເປັນການຢືນຢັນຄືນເຖິງການຖືສໍາຄັນ ແລະ ບຸລິມະສິດຕົ້ນຕໍ ຕໍ່ສາຍພົວພັນ ແບບພິເສດ ລາວ-ຫວຽດນາມ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ພ້ອມດຽວກັນນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບຈະສືບຕໍ່ເພີ່ມທະວີການຮ່ວມມືທາງດ້ານການເມືອງໃຫ້ແໜ້ນແຟ້ນ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ, ເພີ່ມທະວີການຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ໂດຍສະເພາະການຊ່ວຍເຫລືອ ແລະ ແບ່ງປັນບົດຮຽນປະສົບ ການ, ການບໍາລຸງສ້າງບຸກຄະລາກອນຂອງ ສະພາແຫ່ງຊາດຫວຽດນາມ ແກ່ສະພາແຫ່ງຊາດລາວ, ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມການສະເຫລີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນປີ 2027 ລວມທັງການສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ ໃນປີດຽວກັນ, ສືບຕໍ່ເອົາໃຈໃສ່ ແລະ ເພີ່ມທະວີການໂຄສະນາ ແລະ ສຶກສາອົບຮົມ ໃຫ້ຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະຄົນຮຸ່ນໃໝ່ ໄດ້ເຂົ້າໃຈຢ່າງແທ້ຈິງເຖິງຄວາມໝາຍ ແລະ ຄວາມສໍາຄັນຂອງສາຍພົວພັນພິເສດ ທີ່ມີໜຶ່ງບໍ່ມີສອງໃນໂລກນີ້ ຂອງສອງປະເທດ ລາວ-ຫວຽດນາມ, ພ້ອມທັງສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການແລກປ່ຽນບົດຮຽນ, ທັດສະນະ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ເຈິນ ແທັງ ເໝີ້ນ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ XVI ຜ່ານມາ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ, ພ້ອມທັງໄດ້ນໍາເອົາຄໍາຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄວາມຮັກແພງອັນສະໜິດສະໜົມ ຖານສະຫາຍອ້າຍນ້ອງຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ມາຍັງ ສະຫາຍ ເຈິນ ແທັງ ເໝີ້ນ ແລະ ບັນດາສະຫາຍການນໍາຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດທຸກສະຫາຍ. ພ້ອມກັນນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ແຈ້ງໃຫ້ຊາບຜົນການພົບປະກັບ ສະຫາຍ ນາຍົກລັດຖະມົນຕີ ເລ ມິງ ຮຶງ ຊຶ່ງສອງຝ່າຍ ໄດ້ຮ່ວມກັນປຶກສາຫາລືຫຼາຍບັນຫາ ໂດຍສະເພາະແມ່ນການທົບທວນຄືນການຈັດຕັ້ງຜັນຂະຫຍາຍ ຂໍ້ຕົກລົງຂອງການນໍາຂັ້ນສູງຂອງສອງພັກ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 48 ແນໃສ່ໃນການສົ່ງເສີມການຮ່ວມມືທາງດ້ານເສດຖະກິດໃຫ້ມີປະສິດທິຜົນຕື່ມອີກ ແລະ ນັບມື້ໃຫ້ສົມຄູ່ກັບດ້ານການເມືອງທີ່ດີເລີດຂອງສອງປະເທດ. ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ພັກ, ລັດ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ ແລະ ທັນການ ໃຫ້ແກ່ ສປປ ລາວ ຕະຫຼອດມາ ບໍ່ວ່າຈະຢູ່ໃນສະໄໝຕໍ່່ສູ້ກູ້ຊາດ ກໍຄື ໃນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ໂດຍສະເພາະແມ່ນການຊ່ວຍເຫລືອຂອງສະພາແຫ່ງຊາດຫວຽດນາມ ທີ່ມີຕໍ່ສະພາແຫ່ງຊາດລາວ.

ໃນຂະນະດຽວກັນ, ສະຫາຍ ເຈິນ ແທັງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດ ພາຍຫລັງທີ່ ສະຫາຍ ສອນໄຊ ສີພັນດອນ ໄດ້ຮັບເລືອກຕັ້ງໃຫ້ດຳລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກສະໄໝໜຶ່ງ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ແລະ ໄດ້ຊຸກຍູ້ໃຫ້ສອງຝ່າຍສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງຂອງສອງກົມການເມືອງ ກໍຄື ຜົນຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ລວມທັງການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທາງດ້ານຍຸດທະສາດ ທີ່ສໍາຄັນຂອງສອງປະເທດ ໃຫ້ປະກົດເປັນຮູບປະທໍາ ຕາມແຜນການທີ່ວາງໄວ້ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບຫຼາຍຂຶ້ນ.

ໃນວັນດຽວກັນ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະ ຍັງໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະມາຄົມມິດຕະພາບ ຫວຽດນາມ-ລາວ ແລະ ບັນດານັກທຸລະກິດ ຫວຽດນາມ ແລະ ໄດ້ໄປຢ້ຽມຢາມ ກຸ່ມບໍລິສັດ ຫວຽດເທວ (Viettel) ອີກດ້ວຍ.

ບົດຄວາມຫຼ້າສຸດ

ແຈ້ງການມອດໄຟຟ້າຊົ່ວຄາວ ລັດວິສາຫະກິດໄຟຟ້າລາວ ນວ 2 ໄດ້ອອກແຈ້ງການງົດຈ່າຍກະແສໄຟຟ້າຊົ່ວຄາວ ເລີ່ມແຕ່ວັນທີ 9-14 ມິຖຸນາ 2026

​ລັດວິສາຫະກິດໄຟຟ້າລາວ (EDL) ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ສາຂານະຄອນຫຼວງວຽງຈັນ 2 ໄດ້ອອກແຈ້ງການງົດຈ່າຍກະແສໄຟຟ້າຊົ່ວຄາວ (ມອດໄຟ) ເພື່ອປັບປຸງ, ສ້ອມແປງລະບົບຕາໜ່າງໄຟຟ້າ ແລະ ຕິດຕັ້ງເສົາໄຟຟ້າໃໝ່ ໃຫ້ມີຄວາມປອດໄພ ແລະ ກຽມພ້ອມຮອງຮັບການຊົມໃຊ້ທີ່ດີຂຶ້ນ....

ກຽມໄປແຂ່ງຕໍ່ທີ່ຍີ່ປຸ່ນ MAZDA GB FC U12 ຄວ້າແຊ້ມ ບານເຕະເຍົາວະຊົນທີ່ອິນໂດເນເຊຍ ພ້ອມໄດ້ໄປແຂ່ງຕໍ່ຮອບສຸດທ້າຍທີ່ປະເທດຍີ່ປຸ່ນ

ເກັ່ງຫຼາຍ MAZDA GB FC ຢູ 12 ຄວ້າແຊ້ມບານເຕະເຍົາວະຊົນ ທີ່ອິນໂດເນເຊຍ ພ້ອມໄດ້ສິດບິນລັດຟ້າໄປແຂ່ງຂັນທີ່ປະເທດຍີ່ປຸ່ນ. ນ້ອງໆເຍົາວະຊົນຈາກສະໂມສອນ Mazda Laos GB FC ໂຊຊຟອງເກັ່ງຄວ້າແຊ້ມລາຍການແຂ່ງຂັນບານເຕະເຍົາວະຊົນລະດັບພາກພື້ນ...

ນາຍົກລັດຖະມົນຕີລາວ ສົ່ງຈົດໝາຍເຖິງນາຍົກລັດຖະມົນຕີໄທ ເພື່ອສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຄົ້ນຫາ ແລະ ກອບກູ້ເອົາຊິວິດປະຊາຊົນທີ່ຕິດຄ້າງຢູ່ໃນຖໍ້າ

ວັນທີ 7 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ສົ່ງຈົດໝາຍຂອບໃຈເຖິງທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ...

ເຝົ້າລະວັງ-ຮັບມື ພະຍາດອີໂບລາ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນທະວີບອາຟຣິກາ (ລາວແມ່ນມີຄວາມສ່ຽງຕໍ່າ)

ໃນວັນທີ 03 ມິຖຸນາ 2026 ທີ່ຜ່ານມາ ທ່ານ ປອ. ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນບັນດາປະເທດຢູ່ທະວີບອາຟຣິກາ. ພະຍາດອີໂບລາເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ແລະ ເປັນພະຍາດທີ່ຕິດຕໍ່ຈາກຄົນສູ່ຄົນໄດ້...