Homeນານາສາລະ8 ເຄັບລັບ ການເຮັດວຽກໃຫ້ມີຄວາມສຸກ

8 ເຄັບລັບ ການເຮັດວຽກໃຫ້ມີຄວາມສຸກ

Published on

ວຽກງານບົ່ງບອກເຖິງຄຸນນະພາບຂອງຊີວິດ ແລະຖານະທາງສັງຄົມທີ່ດີ ຈຶ່ງເຮັດໃຫ້ຄົນສ່ວນຫຼາຍຕ້ອງໄດ້ເຮັດວຽກ, ການເຮັດວຽກນັ້ນຈະຫຍຸ້ງຍາກ ຫຼືມີອຸປະສັກພຽງໃດກໍຕາມ ເຮົາຕ້ອງສ້າງແຮງບັນດານໃຈໃຫ້ກັບຕົນເອງ ເພື່ອເຮັດໃຫ້ເຮົາໄດ້ເຮັດວຽກໃນມື້ນັ້ນຢ່າງມີຄວາມສຸກ

  1. ການອອກຈາກເຮືອນໃຫ້ໄວທີ່ສຸດ: ເປັນການສ້າງວິໄນ ແລະຖ້າເຮັດໄດ້ກໍສ້າງຄວາມສຸກໃຫ້ແກ່ຄົນທີ່ເຮັດວຽກນຳຫ້ອງການທັງຫຼາຍ, ການຝຶກຕົນເອງໃຫ້ຕື່ນເຊົ້າສຳລັບຫຼາຍໆຄົນ ອາດເປັນເລື່ອງຍາກ ແຕ່ກໍຄວນຝຶກຕົນເອງ ເພື່ອເຮັດໃຫ້ເຮົາເຮັດວຽກໃນມື້ນັ້ນຢ່າງມີຄວາມສຸກ
  2. ທັກທາຍໝູ່ເພື່ອນໃນຕອນເຊົ້າ: ເລີ່ມຕົ້ນດ້ວຍການທັກທາຍໝູ່ເພື່ອນໃນຕອນເຊົ້າ ດ້ວຍການເວົ້າ ສະບາຍດີ ແລ້ວກໍຍິ້ມ ເຈົ້າກໍຈະໄດ້ຮອຍຍິ້ມນັ້ນກັບມາເຊັ່ນກັນ ແລະຈະເຮັດໃຫ້ບັນຍາກາດໃນມື້ນັ້ນມີຄວາມສຸກກັບການເຮັດວຽກໝົດມື້
  3. ສ້າງຄວາມສຳພັນ: ຄວາມມີມະນຸດສຳພັນດີ ເລີ່ມຕົ້ນດ້ວຍການກ່າວທັກທາຍ, ການສະແດງຄວາມເປັນມິດກັບທຸກຄົນ ທັງຄົນທີ່ຮູ້ຈັກ ແລະບໍ່ຮູ້ຈັກ, ລວມເຖິງການສະແດງຄວາມເປັນຫ່ວງ, ສະແດງກິລິຍາທ່າທາງ ແລະການໃຊ້ເວົ້າຈາທີ່ສ້າງຄວາມຄຸ້ນເຄີຍ, ການຮັກສາຄວາມສຳພັນອັນດີງາມ ຖືເປັນການເລີ່ມຕົ້ນທີ່ດີ
  4. ຢ່າຕຳໜິບໍສິສັດທີ່ເຮັດຢູ່: ທຸກໆບໍລິສັດຍ່ອມມີບັນຫາ ແລະອຸປະສັກ ແຕ່ຖ້າເຮົາບໍ່ມີຄວາມຮູ້ສຶກຜູກພັນກັບບໍລິສັດນັ້ນ ຄວາມຮູ້ສຶກຂອງຄຳວ່າ “ທົນຢູ່” ຈະເກີດຂຶ້ນທັນທີ, ຢ່າເຮັດວຽກພຽງແຕ່ຖ້າຮັບເງິນເດືອນເທົ່ານັ້ນ, ຖ້າມີບັນຫາບໍ່ຄວນເວົ້າເຖິງບໍລິສັດນັ້ນໃນທາງທີ່ບໍ່ດີເດັດຂາດ
  5. ຖ້າພິດພາດ ຢ່າຄິດແຕ່ຫາຄົນມາຮັບຜິດຊອບ: ການເຮັດວຽກຍ່ອມເກີດການຜິດພາດໄດ້ກັບທຸກຄົນ ເຊິ່ງແຕກຕ່າງຈາກຄົນທີ່ບໍ່ເຄີຍເຮັດຜິດພາດ ເພາະນັ້ນຄືຄົນທີ່ບໍ່ເຄີຍເຮັດວຽກເລີຍ, ເມື່ອເກີດຄວາມຜິດພາດຕ້ອງແກ້ໄຂໃຫ້ໄວທີ່ສຸດ, ການໄດ້ຮັບມືກັບບັນຫາ ຈະເຮັດໃຫ້ເຮົາຮຽນຮູ້ຄວາມພິດພາດ ແລະຮູ້ວິທີບໍ່ໃຫ້ເກີດຄວາມຜິດພາດໃນພາຍໜ້າ
  6. ເບິ່ງໂລກໃນແງ່ດີ ເປັນເລື່ອງທີ່ນຳມາໃຊ້ໄດ້ຕະຫຼອດ: ການປັບຄວາມຄິດ, ທັດສະນະຄະຕິ ໂດຍການເບິ່ງໂລກໃນທາງທີ່ດີໄວ້, ບໍ່ວ່າຈະເປັນກັບຫົວໜ້າ, ໝູ່ຮ່ວມງານ ຫຼືລູກຄ້າທີ່ຕ້ອງໄດ້ຕິດຕໍ່ກັນ
  7. ສ້າງຄວາມສຸກໃນບ່ອນເຮັດວຽກ: ດ້ວຍການໃຫ້ຄວາມຊ່ວຍເຫຼືອ, ໃຫ້ຄວາມຮູ້ສຶກດີໆ, ໃຫ້ກຳລັງໃຈ, ໃຫ້ໂອກາດ ແລະໃຫ້ອະໄພກັບເພື່ອນຮ່ວມງານ, ໃນບາງຫ້ອງການສິ່ງທີ່ຂາດກໍຄື ການໃຫ້ກຳລັງໃຈເຊິ່ງກັນ ແລະກັນ
  8. ສ້າງແຮງບັນດານໃຈໃຫ້ຕັ້ງໃຈເຮັດວຽກ: ນອກຈາກຈະເຮັດໃຫ້ເຮົາປະສົບຄວາມສຳເລັດແລ້ວ ກໍຈະເຮັດໃຫ້ເຮົາໄດ້ເຮັດວຽກຢ່າງເຕັມທີ່, ຈະມີພະລັງໃນການເຮັດວຽກເພີ່ມຂຶ້ນ 2-3 ເທົ່າ ເພາະສະແດງເຖິງການມີນໍ້າໃຈ, ມີພະລັງ, ມີຄວາມເຊື່ອໝັ້ນທີ່ສູງ, ສົ່ງຜົນໃຫ້ເກີດການລົງມືເຮັດຢ່າງໄວ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...