Homeນານາສາລະໝາກໄມ້ ແລະສະໝຸນໄພ ທີ່ຊ່ວຍລ້າງສານພິດໃນຮ່າງກາຍ

ໝາກໄມ້ ແລະສະໝຸນໄພ ທີ່ຊ່ວຍລ້າງສານພິດໃນຮ່າງກາຍ

Published on

ໃນປັດຈຸບັນມີການປ່ຽນແປງໄປຫຼາຍ ມີອຸດສະຫະກຳເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍ ສົ່ງຜົນຕໍ່ສຸຂະພາບຂອງຄົນເຮົາ ໄດ້ຮັບສານພິດເຂົ້າໄປໃນຮ່າງກາຍທຸກວັນແບບທີ່ເຮົາບໍ່ຮູ້ຕົວ, ທັງທາງອາຫານ, ການສູບກິ່ນຄວັນມົນລະພິດ ເຊິ່ງເປັນສິ່ງທີ່ຫຼີກລຽງບໍ່ໄດ້, ເຮັດໃຫ້ມີບັນຫາສຸຂະພາບ ເຈັບປ່ວຍຕາມມາ, ມື້ນີ້ແອັດມິນ ມີວິທີການລ້າງສານພິດແບບງ່າຍໆມາບອກທຸກຄົນໃຫ້ຮູ້ນຳກັນ

  1. ໝາກແອັບເປິ່ນ: ອຸດົມດ້ວຍສານເພັກຕິນທີ່ຊ່ວຍກຳຈັດສານພິດ ແລະປ້ອງກັນບໍ່ໃຫ້ໂປຣຕີນໃນລຳໄສ້ບູດເນົ່າ, ນອກຈາກນີ້ ແອັບເປິ່ນຍັງມີກາກໃຍສູງ ເຊິ່ງປຽບເໝືອນໄມ້ກວດຊ່ວຍທຳຄວາມສະອາດລຳໄສ້ ເຮັດໃຫ້ຕັບ ແລະລະບົບຍ່ອຍອາຫານດີຂຶ້ນ
  2. ໝາກນັດ: ມີເອັນໄຊ ທີ່ຊ່ວຍກະຕຸ້ນການເຮັດວຽກຂອງກົດໄຮໂດຣຄໍຣິກໃນກະເພາະອາຫານ ເຮັດໃຫ້ສິ່ງເສດເຫຼືອເປັນໂປຣຕີນແຕກໂຕໄວຂຶ້ນ, ໝາກນັດຊ່ວຍຮັກສາອາການອັກເສບໃນທາງເດີນອາຫານ ແລະຊ່ວຍໃນການເຮັດວຽກຂອງຕ່ອມບໍ່ມີທໍ່
  3. ໝາກນາວ: ຊ່ວຍທຳຄວາມສະອາດຕັບ ມີວິຕາມິນຊີສູງ, ຫາກດື່ມນໍ້າໝາກນາວປະສົມກັບນໍ້າອຸ່ນແລ້ວ ຕອນເຊົ້າຈະຊ່ວຍລ້າງສານພິດ ແລະເຮັດໃຫ້ເລືອດສະອາດຂຶ້ນ, ແຕ່ຖ້າເອົາໝາກນາວ ປະສົມກັບໂຢເກິດ ແລະນໍ້າເຜິ້ງ ກໍຈະເປັນອາຫານທີ່ຊ່ວຍລ້າງພິດໃນລຳໄສ້ ແລະປ້ອງກັນອາການທ້ອງຜູກໄດ້. ເປືອກໝາກນາວມີຄຸນສົມບັດ ເຜົາຜານພະລັງງານໃນຮ່າງກາຍ ແລະຊ່ວຍກະຕຸ້ນການໄຫຼວຽນຂອງເລືອດ, ງ່າຍໆດ້ວຍການປາດໝາກນາວເປັນປ່ຽງບາງໆ ແລ້ວໃສ່ຈອກນໍ້າດື່ມ ເປັນປະຈຳທຸກມື້
  4. ຫົວຜັກບົ່ວໃຫຍ່: ມີລົດຊາດເຜັດ, ມີໃຍອາຫານ ແລະຍັງມີວິຕາມິນບີ1 ຊ່ວຍກະຕຸ້ນລະບົບເຜົາຜານໃນໃນຮ່າງກາຍ ແລະຊ່ວຍຂັບສານພິດອອກຈາກຮ່າງກາຍ
  5. ຂີງ: ເປັນສະໝຸນໄພທີ່ມີລົດຊາດເຜັດ, ຊ່ວຍຂັບເຫື່ອ ປັບອຸນຫະພູມໃນຮ່າງກາຍ ໃຫ້ເກີດຄວາມສົມດູນ, ເພາະຄວາມຮ້ອນຂອງຂີງເຮັດໃຫ້ຮ່າງກາຍເຜົາຜານພະລັງງານໄດ້ ແລະຊ່ວຍແກ້ພາວະຕົວເຢັນ, ຄວນດື່ມນໍ້າຂີງອຸ່ນໆຕະຫຼອດຈະດີຕໍ່ຮ່າງກາຍ
  6. ໝາກເລັ່ນ: ເປັນໝາກໄມ້ທີ່ມີນໍ້າເປັນສ່ວນປະກອບຫຼາຍ, ມີໃຍອາຫານສູງ, ການກິນໝາກເລັ່ນ ເຮັດໃຫ້ຮູ້ສຶກວ່າອິ່ມໄວຂຶ້ນ, ເຮັດໃຫ້ຫຼຸດຄວາມຢາກອາຫານ ແລະເມື່ອເຮົາກິນໜ້ອຍ ກໍຊ່ວຍຄວບຄຸມນໍ້າໜັກໄດ້ດີ
  7. ໝາກເຂືອມ່ວງ: ມີສານຕ້ານອະນຸມູນອິດສະລະ, ມີຄຸນສົມບັດໃນການຕ້ານມະເຮັງ, ດູດຊັບໄຂມັນ ແລະສິ່ງເສດເຫຼືອຕ່າງໆ ໃນກະແສເລືອດ ປັບຄວາມສົມດູນຕ່າງໆໃນຮ່າງກາຍ, ແກ້ອາການທ້ອງຜູກ ແລະຊ່ວຍປ້ອງກັນບໍ່ໃຫ້ຄໍເລດເຕີລໍສູງ
  8. ໝາກງາ: ມີແຮ່ທາດຕ່າງໆຫຼາຍ ໂດຍສະເພາະແຮ່ທາດ ແລະວິຕາມິນ ຊ່ວຍຫຼຸດລະດັບໄຕຣກຣີເຊີໄຣ ແລະສາມາດຊ່ວຍຫຼຸດນໍ້າໜັກໄດ້
  9. ເຫັດ: ເປັນອາຫານທີ່ມີເສັ້ນໃຍສູງ ຊ່ວຍໃຫ້ລະບົບຂັບຖ່າຍດີ ສາມາດຊ່ວຍລ້າງສານພິດໃນຮ່າງກາຍ, ເສີມສ້າງລະບົບພູມຄຸ້ມກັນພະຍາດ ເຮັດໃຫ້ເຮົາຮູ້ສຶກອິ່ມໄວ ແລະຊ່ວຍຄວບຄຸມນໍ້າໜັກໄດ້ດີ
  10. ຜັກເຊີນາລີ່: ຊ່ວຍທຳຄວາມສະອາດເລືອດ ແລະຊ່ວຍຫຼຸດຄວາມດັນເລືອດ, ການດື່ມນໍ້າຄັ້ນຜັກເຊີນາລີ່ໃນຕອນເຊົ້າ ຈະຊ່ວຍຄວບຄຸມລະດັບແຮງດັນເລືອດໃຫ້ຄົງທີ່ ແລະປະກອບດ້ວຍສານຕ້ານການເກີດມະເຮັງ ແລະສານທີ່ຊ່ວຍຂັບສິ່ງເສດເຫຼືອກັບຄົນທີ່ສູບຢາ
  11. ໝາກກ້ຽງ: ເປັນໝາກໄມ້ທີ່ມີວິຕາມິນຊີສູງ ແລະມີລົດຊາດທີ່ແຊບ, ດີຕໍ່ລະບົບຂັບຖ່າຍ ແລະຊ່ວຍກຳຈັດສານພິດໄດ້ດີ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...