spot_img
Homeຂ່າວຕ່າງປະເທດທ່ານ ບັນຄີມູນ ລົງຈາກຕຳແໜ່ງ ເລຂາທິການຢູເອັນແລ້ວ ຫຼັງຈາກຄົບວາລະ 10 ປີ

ທ່ານ ບັນຄີມູນ ລົງຈາກຕຳແໜ່ງ ເລຂາທິການຢູເອັນແລ້ວ ຫຼັງຈາກຄົບວາລະ 10 ປີ

Published on

ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 31 ທັນວາ 2016 ຜ່ານມາວ່າ ທ່ານ ບັນຄີມູນ ເລຂາທິການສະຫະປະຊາຊາດ (ຢູເອັນ) ເຮັດໜ້າທີ່ເປັນວັນສຸດທ້າຍ ຂອງວາລະການດຳລົງຕຳແໜ່ງ ຕັ້ງແຕ່ວັນທີ 30 ທັນວາ 2016 ຜ່ານມາພ້ອມກັບ ກ່າວອຳລາຕໍ່ປະຊຸມວ່າ ຕະຫຼອດເວລາຜ່ານມາ ຕົນເອງໄດ້ເຮັດໜ້າທີ່ເປັນສຽງສະທ້ອນຂອງປະຊາໍົນ ແລະປົກປ້ອງປະຊາຊົນທີ່ບໍ່ມີໃຜປົກປ້ອງ, ນອກຈາກນີ້ ທ່ານຍັງເວົ້າອີກວ່າ ທີ່ຜ່ານມາຕົນເອງໄດ້ຮັບການສະໜັບສະໜູນການເຮັດວຽກຈາກເຈົ້າໜ້າທີ່ຢູເອັນ ແລະບຸກຄະລະກອນຈາກປະເທດສະມາຊິກມາໂດຍຕະຫຼອດ.

ທ່ານ ບັນຄີມູນ ດຳລົງຕຳແໜ່ງເລຂາທິການຢູເອັນ ມາ 10 ປີ ແລະຈະໄດ້ເດີນທາງກັບເກົາຫຼີໃຕ້ໃນປີ 2017 ນີ້ ເຊິ່ງມີຫຼາຍຄົນສະໜັບສະໜູນໃຫ້ທ່ານລົງຊິງຕຳແໜ່ງ ປະທານາທິບໍດີ ເກົາຫຼີໃຕ້ຄົນຕໍ່ໄປ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...