spot_img
Homeຍ້ອງຍໍຄົນດີເດັ່ນລັດຖະເທວາ ພຸດທະວົງ ເຈົ້າຂອງລາງວັນເຫມມະຣາດສາຂາຜູ້ນຳດ້ານວັດທະນະທຳຄົນທຳອິດຂອງລາວ.

ລັດຖະເທວາ ພຸດທະວົງ ເຈົ້າຂອງລາງວັນເຫມມະຣາດສາຂາຜູ້ນຳດ້ານວັດທະນະທຳຄົນທຳອິດຂອງລາວ.

Published on

ທ້າວ ລັດຖະເທວາ ພຸດທະວົງ ເກີດໃນວັນຈັນ, ວັນທີ 12 ກັນຍາ ຄ.ສ 1988, ທີ່ບ້ານ ສີສະຫວາດ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ ໂດຍເປັນບຸດຂອງທ່ານ ອິນຕອງ ພຸດທະວົງ ( ພະນັກງານການທູດລາວປະຈຳການທີ່ສະຖານເອກອັກຄະລັດຖະທູດລາວທີ່ນະຄອນຫຼວງກົວລາລຳເປີປະເທດມາເລເຊຍ ) ແລະ ທ່ານນາງ ຄຳມີ ຕັນດາວົງ ( ພື້ນຖານຫຼວງພຣະບາງ ); ຕັ້ງແຕ່ຍັງເຍົາໄວ ທ້າວ ລັດຖະເທວາ ພຸດທະວົງ ເປັນນັກຮຽນເກັ່ງໃນລະດັບປະຖົມສຶກສາທີ່ໂຮງຮຽນປະຖົມສຶກສາສົມບູນນາໄຮ່ດຽວສົກຮຽນ 1994 – 1999 ພ້ອມທັງເປັນນັກຮຽນເກັ່ງໃນລະດັບມັດທະຍົມສຶກສາທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນສົກຮຽນ 1999 – 2005 ລວມເຖິງໄດ້ຮັບກຽດເປັນນັກສຶກສາລົງຝຶກງານຢູ່ທີ່ ກົມຈັດຕັ້ງ-ພະນັກງານ ສຳນັກງານນາຍົກລັດຖະມົນຕີ ແລະ ພ້ອມທັງເປັນອະດີດນັກສຶກສາລະດັບປະລິນຍາຕີຄະແນນດີເດັ່ນໃນສາຂາວິຊາກົດໝາຍປົກຄອງຈາກຄະນະນິຕິສາດ-ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວໃນສົກສຶກສາ 2005 – 2010 ນໍາດ້ວຍ.

1-1024x683

ໃນໄລຍະທີ່ຜ່ານມາທ້າວ ລັດຖະເທວາ ພຸດທະວົງໄດ້ເຄື່ອນໄຫວວຽກງານອັນມີຄວາມພົ້ນເດັ່ນຫລາຍດ້ານໃນສັງຄົມລາວເຊັ່ນ : ເປັນນັກຂ່າວສື່ມວນຊົນໃຫ້ກັບວາລະສານຊີວິດ ແລະ ທຸລະກິດ, ພ້ອມທັງເປັນທີ່ປຶກສາກົດໝາຍນຳດ້ວຍ ແລະ ມາຮອດໃນປັດຈຸບັນນີ້ແມ່ນໄດ້ຮັບກຽດເປັນບັນນາທິການບໍລິຫານກິດຕິມະສັກປະຈຳວາລະສານຄອບ ຄົວ, ບົດຂຽນຫຼາຍໆບົດກ່ຽວກັບວັດທະນະທຳຮີດຄອງປະເພນີລວມເຖິງວິຖີຊີວິດຂອງຄົນລາວທີ່ຂຽນໂດຍ ທ້າວ ລັດຖະເທວາ ພຸດທະວົງແມ່ນໄດ້ຖືກຕີພິມລົງໃນສື່ສັງຄົມຫຼາກຫຼາຍປະເພດເຊັ່ນ: ວາລະສານ, ໜັງສືພິມ ແລະ ສື່ສັງຄົມອອນລາຍຕ່າງໆ.

2-1024x512

ໃນວັນອາທິດ, ວັນທີ 25 ກັນຍາ ທີ່ຜ່ານມາທີ່ນະຄອນຫຼວງບາງກອກ, ປະເທດໄທໄດ້ມີພິທີຮັບປະທານລາງວັນເຫມມະຣາດ “ ບຸກຄົນຕົ້ນແບບແຫ່ງປີ ” ຈັດໂດຍມູນນິທິດິນດີນໍ້າໃສແຫ່ງປະເທດໄທຂຶ້ນເປັນປີທຳອິດທີ່ສູນປະຊຸມທຳມະສາດຣັງສິດ, ໂດຍໄດ້ຮັບກຽດປະທານລາງວັນໃນພິທີອັນສະຫງ່າລາສີດັ່ງກ່າວໂດຍໝ່ອມເຈົ້າ ມົງຄົນສະເຫຼີມ ຍຸຄົນ ເຊື້ອພະວົງຊັ້ນສູງແຫ່ງຣາດຊະອານາຈັກໄທ; ມູນນິທິດິນດີນໍ້າໃສແຫ່ງປະເທດໄທສ້າງຕັ້ງຂຶ້ນໃນປີ ພ.ສ 2550 ( ປີຄ.ສ 2007 ) ໂດຍ ໝ່ອມຣາດຊະວົງ ສົມລາກ ກິຕິຍາກອນ ເລຂານຸການ ໃນພຣະເຈົ້າວໍຣະວົງເທີພຣະອົງເຈົ້າໂສມສະວະຣີພຣະວໍຣະຣາຊາທິນັດດາມາດ, ໂດຍດຳເນີນງານທາງດ້ານການອະນຸລັກດິນ, ອານຸລັກນໍ້າ ແລະ ສິ່ງແວດລ້ອມ ທີ່ເປັນຊັບພະຍາກອນທີ່ລໍ້າຄ່າຂອງປະເທດຊາດ ແລະ ມວນມະນຸດໃນໂລກໂດຍສົ່ງເສີມສະໜັບສະໜູນໃຫ້ມີຜືນປ່າເພີ່ມຂຶ້ນໃນປະເທດໄທ; ມູນນິທິດິນດີນໍ້າໃສແຫ່ງປະເທດໄທໄດ້ທາບທາມໂດຍກົງມາຍັງທ້າວ ລັດຖະເທວາ ພຸດທະວົງ ທີ່ນະຄອນຫຼວງວຽງຈັນ ປະເທດລາວໃຫ້ສົ່ງຜົນງານເຂົ້າຄັດເລືອກເພື່ອຮັບປະທານລາງວັນເຫມມະຣາດໂດຍອີງຕາມຜົນງານອັນພົ້ນເດັ່ນຫຼາຍຢ່າງ ແລະ ມີຫຼັກຖານທາງສັງຄົມທີ່ເປັນຮູບປະທຳໂດຍພົ້ນເດັ່ນທີ່ສຸດນັ້ນກໍ່ຄືການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃສ່ການຖະນຸບໍາລຸງພະພຸດທະສາສະໜາ ດ້ວຍການໝັ່ນທຳບຸນເປັນປະຈຳ. ທາງຄະນະກຳມະ ການຜູ້ຊົງຄຸນວຸດທິຈາກມູນນິທິດິນດີນໍ້າໃສແຫ່ງປະເທດໄທໄດ້ພິຈາລະນາເຫັນວ່າທ້າວ ລັດຖະເທວາ ພຸດທະວົງມີຄຸນສົມບັດອັນຄົບຖ້ວນໃນການຮັບລາງວັນ ແລະ ຕົກລົງເຫັນດີມອບລາງວັນເຫມມະຣາດ ຫຼື ລາງວັນສິງຄຳ “ບຸກຄົນຕົ້ນແບບແຫ່ງປີ” ປະຈໍາປີ 2016 ( ພ.ສ 2559 ) ຈາກປະເທດໄທໃຫ້ແກ່ ທ້າວ ລັດຖະເທວາ ພຸດທະວົງ ຈາກປະເທດລາວ ແລະ ໄດ້ບັນທຶກເຫດການປະຫວັດສາດດັ່ງກ່າວວ່າເປັນຄົນລາວຜູ້ທຳອິດທີ່ໄດ້ຮັບລາງວັນເຫມມະຣາດ ຫຼື ລາງວັນສິງຄຳ “ບຸກຄົນຕົ້ນແບບແຫ່ງປີ” ຈາກປະເທດໄທໃນສາຂາຜູ້ນຳດ້ານວັດທະນະທຳຕົ້ນແບບ.

ຂໍ້ມູນຈາກ : ວາລະສານວັດທະນະທຳ (Culture Magazine)

ທີ່ມາຈາກ: unader.com

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...