spot_img
Homeຂ່າວຕ່າງປະເທດໝໍຫວຽດນາມ ລືມເຄື່ອງມືແພດໄວ້ໃນທ້ອງຄົນເຈັບ ດົນເຖິງ 18 ປີ ຜ່າຕັດອອກ ພົບຈົນເຂົ້າໝ້ຽງ-ຫັກ

ໝໍຫວຽດນາມ ລືມເຄື່ອງມືແພດໄວ້ໃນທ້ອງຄົນເຈັບ ດົນເຖິງ 18 ປີ ຜ່າຕັດອອກ ພົບຈົນເຂົ້າໝ້ຽງ-ຫັກ

Published on

ສຳນັກຂ່າວຣອຍເຕີ້ ລາຍງານໃນວັນທີ 3​ ມັງກອນ ຜ່ານມານີ້ວ່າ ທ້າວ ມາ ວັນ ເຍິ໊ດ ອາຍຸ 54 ປີ ໄດ້ເຂົ້າຮັບການຜ່າຕັດ ເພື່ອເອົາເຄື່ອງມືທາງການແພດ (ແປ໋ງ) ທີ່ຖືກລືມໄວ້ໃນທ້ອງ ລະຫວ່າງການຜ່າຕັດເມື່ອ 18 ປີກ່ອນໜ້ານີ້ ຫລັງຈາກທີ່ຜູ້ກ່ຽວມີອາການເຈັບທ້ອງ ໂດຍທີ່ບໍ່ຮູ້ເລີຍວ່າ ມີສິ່ງແປກປອມຢູ່ໃນຮ່າງກາຍມາດົນເກືອບ 20 ປີ.

ທ້າວ ເຍິ໊ດ ໄດ້ເຂົ້າຮັບການຜ່າຕັດ ໃນປີ  1998 ເນື່ອງຈາກປະສົບອຸບັດເຫດ ຊຶ່ງໃນໄລຍະຜ່ານມາ ຜູ້ກ່ຽວຮູ້ສຶກເຈັບທ້ອງເປັນບາງຄັ້ງຄາວ ແລະ ທາງຄລີນິກ ໄດ້ສັ່ງຢາສຳລັບປິ່ນປົວບາດແຜໃນກະເພາະອາຫານໃຫ້ກິນ, ແນວໃດກໍຕາມ ເມື່ອທ້າຍປີ 2016 ທີ່ຜ່ານມາ ຜູ້ກ່ຽວໄດ້ຕັດສິນໃຈເຂົ້າສ່ອງໄຟຟ້າເບິ່ງ (ເອັກສະເຣ) ຈຶ່ງພົບວ່າ ມີແປ໋ງຍາວ 15 ຊັງຕີແມັດ ຢູ່ໃນສະພາບແຕກຫັກແຍກສ່ວນ ຕິດຢູ່ພາຍໃນທ້ອງຂອງຕົນ, ເຮັດໃຫ້ແພດປະຈຳໂຮງໝໍເທບທ້າຍຫງວຽນ ຫ່າງຈາກນະຄອນຫລວງຮ່າໂນ້ຍ ໄປທາງທິດເໜືອປະມານ 80 ກິໂລແມັດ ໄດ້ດຳເນີນການຜ່າຕັດ ໃຊ້ເວລາປະມານ 3 ຊົ່ວໂມງ ເພື່ອເອົາແປ໋ງອອກ ເມື່ອທ້າຍອາທິດຜ່ານມານີ້ ຊຶ່ງປັດຈຸບັນຜູ້ກ່ຽວມີອາການດີຂຶ້ນເທື່ອລະກ້າວ.

ດ້ານຜູ້ອຳນວຍການ ໂຮງໝໍບັ໊ກບັນ ທ່ານ ຈິງ ຖິ ເລືອງ ຊຶ່ງເປັນບ່ອນທີ່ ເຍິ໊ດ ເຂົ້າຮັບການຜ່າຕັດໃນປີ 1998 ໄດ້ກ່າວໃຫ້ສຳພາດຕໍ່ ສະຖານີໂທລະພາບ VTV ວ່າ ປັດຈຸບັນເຈົ້າໜ້າທີ່ ກຳລັງພະຍາຍາມສືບສວນວ່າ ແມ່ນໃຜເປັນຜູ້ຖິ້ມເຄື່ອງມືແພດໄວ້ໃນຮ່າງກາຍຂອງຄົນເຈັບ, ເຖິງແມ່ນວ່າແພດຄົນນັ້ນຈະກະສຽນເຂົ້າຮັບບຳນານແລ້ວກໍຕາມ ແຕ່ພວກເຮົາຈະແຈ້ງເລື່ອງນີ້ໃຫ້ແກ່ເຂົາ ແລະ ນີ້ຖືເປັນບົດຮຽນຂອງແພດທຸກຄົນ.​

 

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...