Homeຂ່າວຕ່າງປະເທດກອງທັບຣັດເຊຍສົ່ງເຮືອຮົບ 2 ລຳ ທຽບທ່າເຮືອຟີລິບປິນຄັ້ງທຳອິດ

ກອງທັບຣັດເຊຍສົ່ງເຮືອຮົບ 2 ລຳ ທຽບທ່າເຮືອຟີລິບປິນຄັ້ງທຳອິດ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມະນິລາ ປະເທດ ຟິລິບປິນ ເມື່ອວັນທີ 3 ມັງກອນ 2017 ວ່າ. ເຮືອພິຄາດ “ແອດມີຣັລ ທຣີບູຊ” ເຊິ່ງໃຊ້ໃນປະຕິບັດການຕໍ່ຕ້ານເຮືອດຳນ້ຳ ແລະ ເຮືອ “ບໍຣິສ ບູໂຕມາ” ເຊິ່ງເປັນເຮືອບັນທຸກນ້ຳມັນຂະໜາດໃຫຍ່ ໄດ້ເດີນທາງເຂົ້າທຽບທ່າເຮືອຕອນໃຕ້ຂອງນະຄອນຫຼວງມະນີລາ ເມື່ອຕອນບ່າຍວັນອັງຄານຕາມເວລາທ້ອງຖິ່ນ ໂດຍຜູ້ບັນຊາການກອງເຮືອພາກພື້ນປາຊີຟິກຂອງກອງທັບຣັດເຊຍ ກ່າວເຖິງວັດຖຸປະສົງຂອງການມາຢ້ຽມຢາມໃນຄັ້ງນີ້ວ່າ “ເພື່ອເຈລະຈາ ແລະ ສາທິດການປະຕິບັດງານດ້ານການຕໍ່ຕ້ານການກໍ່ການຮ້າຍ ຈາກການທີ່ລັດຖະບານມະນີລາກຳລັງພົບກັບໄພຄຸກຄາມຈາກກຸ່ມ ອາບູ ໄຊຢາຟ ແລະ ປູທາງສູ່ການຊ້ອມຮົບຮ່ວມກັນໃນອານາຄົດ”.

ppl1

ppl2

ແຫລ່ງຂ່າວຈາກ: http://www.dailynews.co.th/foreign/546551
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...