spot_img
Homeຂ່າວທ້ອງຖິ່ນສານປະຊາຊົນສູງສຸດ ຊີ້ແຈງ ຄະດີຢ່າຮ້າງ-ຊູ້ສາວ ພົ້ນເດັ່ນຄອງອັນດັບທີ 1

ສານປະຊາຊົນສູງສຸດ ຊີ້ແຈງ ຄະດີຢ່າຮ້າງ-ຊູ້ສາວ ພົ້ນເດັ່ນຄອງອັນດັບທີ 1

Published on

ບັນຫາ​ແຕກ​ຫັກ ​ພາຍໃນຄອບຄົວ ພວມ​​​ຟົດ​ເດືອດ​ຢ່າງ​ຮຸນ​ແຮງ ຍ້ອນອິດ​ທິພົນ ​ແລະ ຄ່າ​ນິຍົມ​ແບບ​ຜິດໆ​ຄວບ​ງໍາ​ແນວ​ຄິດ ​ຂອງ​ບາງ​ກຸ່ມ​ສ່ວນ​ໃຫຍ່​ ​ເຊິ່ງ​ຊັກ​ຈຸ​ງ​ໃຫ້​ກຸ່ມ​ຄົນ​ເຫລົ່າ​ນັ້ນ​ ຕິດ​ການ​ຫລີ້ນ​ກິນ​ຟູມ​ເຟືອຍ, ຫລີ້ນ​ຊູ້​ພານ​ສາວ, ​ແລ່ນ​ນໍາ​ວັດຖຸ​ສິ່ງ​ຂອງ, ຄອບ​ຄົວ​ທຸກ​ຍາກ ​ແລະ ອື່ນໆ ຂະນະ​ທີ່ສານ​ປະຊາຊົນ​ສູງ​ສຸດ ​ເປີດ​ເຜີຍ​ວ່າ ປັດຈຸບັນຄະດີແພ່ງ ມີອັດຕາເພີ່ມຂຶ້ນ ​ໂດຍ​ສະ​ເພາະ​ ບັນຫາຄອບຄົວຂໍຢ່າຮ້າງ ໄດ້ມີອັດຕາເພີ່ມຂຶ້ນກວມ 90,66%.


ທ່ານ
ຄໍາພັນ ສິດທິດໍາພາ ປະທານສານປະຊາຊົນສູງສຸດ ໄດ້ລາຍງານການເຄື່ອນໄຫວ ວຽກງານ 5 ປີ 2011-2015, ການເຄື່ອນໄຫວວຽກງານ ສົກປີ 2015-2016 ແລະທິດທາງແຜນການ 5 ປີ 2016-2020 ພ້ອມວາງທິດ ທາງແຜນການ ປະຈໍາ 2017 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 1ພະຈິກ ນີ້ ວ່າ: ຄະດີແພ່ງ ມີອັດຕາເພີ່ມຂຶ້ນ​ຢ່າງ​ວ່ອງ​ໄວ ​ໃນ​ນັ້ນ​ອັນ​ດັບ​ທີ 1 ​ແມ່ນບັນຫາຄອບຄົວຂໍຢ່າຮ້າງ ໄດ້ມີອັດຕາເພີ່ມຂຶ້ນ ກວມ 90,66%, ອັນ​ດັບ​ທີ 2 ແມ່ນຄະດີການກູ້ຢືມເງິນ ນໍາທະນາຄານກວມ 52,99% ແລະ ທີ 3 ​ແມ່ນ​ຄະດີ ຂໍ້ຫາລັກຊັບ ພົນລະເມືອງກວມ 31,72% ຖ້າທຽບໃສ່ກັບຄະດີອື່ນໆ ທີ່ສານປະຊາຊົນໄດ້ຮັບ ການພິຈາລະນາຕັດສິນ ແລະ ພິພາກສາຄະດີ.

ພ້ອມ​ນີ້ 5 ປີ ຜ່ານມາ ຄະດີຢູ່ສານທຸກຂັ້ນ (ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ) ມີທັງໝົດ 37.840 ກວ່າເລື່ອງ ທຽບໃສ່ ປີຜ່ານມາເພີ່ມຂຶ້ນ 9,81 %, ແກ້ໄຂແລ້ວ36.070 ກວ່າເລື່ອງ ເທົ່າກັບ 95,32 % ລື່ນແຜນການວາງໄວ້ 10,32 %. ຜ່ານການກວດກາ ແລະ ຄົ້ນຄວ້າວິໄຈ ຕໍ່ຜົນການຕັດສິນ ແລະ ພິພາກສາຄະດີ ຂອງສານແຕ່ລະຂັ້ນ ເຫັນວ່າມີ ປະສິດທິພາບດີຂຶ້ນ, ຄູ່ຄວາມພໍໃຈ, ຍອມຮັບ ແລະ ເຫັນດີ ນໍາໄປຈັດຕັ້ງປະຕິບັດ ຕາມຄໍາຕັດສິນ ຂອງສານຂັ້ນຕົ້ນກວມ 81,08 %, ຂໍອຸທອນກວມ 18,92%. ສານຂັ້ນອຸທອນ ໄດ້ພິພາກສາແລ້ວຄູ່ຄວາມພໍໃຈ ແລະ ເຫັນດີນໍາໄປ ຈັດຕັ້ງປະຕິບັດກວມ 45,86 % ຂອງຈໍານວນຄະດີທີ່ອຸທອນ ແລະ ຂໍລົບລ້າງກວມ44,14 %. ສານຂັ້ນລົບລ້າງ ພິພາກສາ ສ່ວນຫລາຍແມ່ນຢັ້ງຢືນ, ປ່ຽນແປງບາງສ່ວນ ແລະ ລົບລ້າງສົ່ງຄືນມີຈໍານວນໜຶ່ງ, ໃນນັ້ນ ມີການສະເໜີຮື້ຟື້ນ ມາຫາສານປະຊາຊົນ 120 ກວ່າເລື່ອງ ກວມ 0,42%. ໃນຈໍານວນຄະດີ ເຂົ້າມາສານຂັ້ນຕົ້ນ ຫລາຍກວ່າໝູ່ຄະດີອາຍາ ແມ່ນຂໍ້ຫາຢາເສບຕິດກວມ 28,09% ຂອງຈໍານວນຄະດີ ທີ່ເຂົ້າມາສານຂັ້ນຕົ້ນແຂວງ, ນະຄອນ, ຄະດີແພ່ງ ແມ່ນສັນຍາກູ້ຢືມກວມ 22,17%. ຄະດີຄອບຄົວແມ່ນ ການຂໍຢ່າງຮ້າງ ກວມ 90,66%, ຄະດີການຄ້າ ແມ່ນການກູ້ຢືມເງິນ ນໍາທະນາຄານກວມ 52,99%, ຄະດີລັກຊັບພົນລະເມືອງ ກວມ 31,72% ຂອງຈໍານວນຄະດີ ແຕ່ລະປະເພດ ທີ່ເຂົ້າມາສານຂັ້ນຕົ້ນແຂວງ, ນະຄອນ. ສະເພາະສົກປີ2015-2016 ນີ້ ຄະດີທັງໝົດຢູ່ສານທຸກຂັ້ນມີ 10.500 ກວ່າເລື່ອງ, ແກ້ໄຂແລ້ວ 8.320 ກວ່າເລື່ອງກວມ 79,19%, ຄະດີເຂົ້າມາໃໝ່ ຢູ່ສານຂັ້ນຕົ້ນເຂດ, ແຂວງ,ນະຄອນທັງໝົດ 7.300 ກວ່າເລື່ອງ ທຽບໃສ່ໄລຍະດຽວ ຂອງປີຜ່ານມາເພີ່ມຂຶ້ນ 12,15% ແລະ ຍັງຄ້າງມາແຕ່ສົກປີກ່ອນ 1.300 ກວ່າເລື່ອງ ລວມທັງໝົດ 8.600ກວ່າເລື່ອງແກ້ໄຂແລ້ວ 6,890 ກວ່າເລື່ອງ ກວມ 80,06%.
ແຫລ່ງຂ່າວຈາກ: http://kpl.gov.la/detail.aspx?id=20797

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...