Homeສຸຂະພາບ ແລະ ສີ່ງແວດລ້ອມສັນຍານອັນຕະລາຍ ລະດັບນໍ້າຕານໃນເລືອດສູງເກີນໄປ

ສັນຍານອັນຕະລາຍ ລະດັບນໍ້າຕານໃນເລືອດສູງເກີນໄປ

Published on

ບໍ່ແມ່ນວ່າຜູ້ທີ່ເປັນພະຍາດເບົາຫວານເທົ່ານັ້ນ ທີ່ມີລະດັບນໍ້າຕານໃນເລືອດຫຼາຍເກີນໄປ ຄົນທຳມະດາ ໂດຍສະເພາະຄົນທີ່ກິນອາຫານຕາມໃຈປາກ ແລະບໍ່ເຄີຍກວດສຸຂະພາບ ກໍມີໂອກາດສ່ຽງທີ່ຈະມີນໍ້າຕານໃນເລືອດສູງ ຈົນເຮັດໃຫ້ບໍ່ສະບາຍ ແລະຮ່າງກາຍຈະສົ່ງສັນຍານດັ່ງນີ້

  1. ເມື່ອຍງ່າຍ ຜິດປົກກະຕິ
  2. ຫິວ ຢາກກິນອາຫານຫຼາຍຂຶ້ນ
  3. ຢາກກິນນໍ້າຕະຫຼອດ
  4. ຖ່າຍເບົາຕະຫຼອດ
  5. ສາຍຕາມົວ ແລະລາຍຕາ
  6. ເຈັບທ້ອງຢ່າງບໍ່ມີເຫດຜົນ
  7. ຜິວແຫ້ງ ແລະມີອາການຄັນ
  8. ເຈັບຫົວ, ປວດເມື່ອຍຕາມຕົນຕົວ ຄືກັບຄົນເປັນຫວັດ
  9. ເປັນບາດແຜ ແລ້ວດີຊ້າ ຕິດເຊື້ອອັກເສບໄດ້ງ່າຍ
  • ເຊິ່ງສາເຫດຂອງລະດັບນໍ້າຕານໃນເລືອດສູງນັ້ນ ເກີດຂຶ້ນຍ້ອນ:
  1. ກິນອາຫານຫຼາຍເກີນໄປ
  2. ກິນຢາບັນເທົາເບົາຫວານຊະນິດເມັດໜ້ອຍເກີນໄປ ຫຼືບໍ່ໄດ້ກິນ
  3. ຢູ່ໃນພາວະອາການປ່ວຍ
  4. ບໍ່ໄດ້ອອກກຳລັງກາຍ ຢ່າງທີ່ເຮັດເປັນປະຈຳ
  5. ຢູ່ໃນສະພາວະເຄັ່ງຄຽດ
  6. ກິນອາຫານທີ່ມີນໍ້າຕານຫຼາຍເກີນໄປ
  7. ພັກຜ່ອນບໍ່ພຽງພໍ

ເລື່ອງຂອງນໍ້າຕານໃນເລືອດ ເປັນສິ່ງທີ່ຫຼາຍຄົນມີຄວາມກັງວົນ ເພາະຄົນທີ່ເປັນເບົາຫວານ ກໍບໍ່ມີຄວາມຈຳເປັນທີ່ຈະຕ້ອງຕຸ້ຍ ທຸກຢ່າງເກີດຈາກພຶດຕິກຳ, ການໃຊ້ຊີວິດ ແລະກຳມະພັນ, ດັ່ງນັ້ນໃຜທີ່ຮູ້ຕົວວ່າ ອາດຢູ່ໃນພາວະສ່ຽງ ຄວນຮີບກວດສຸຂະພາບຮ່າງກາຍ ເພື່ອລະວັງຕົວເອງໄວ້ກ່ອນ ເພື່ອບໍ່ໃຫ້ເປັນຫຍັງຮ້າຍແຮງ
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...