spot_img
Homeຂ່າວພາຍ​ໃນສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

Published on

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya Yazar) ເອກອັກຄະລັດຖະທູດໄດ້ຂຶ້ນກ່າວ ແລະ ຫວນຄືນປະຫວັດຂອງວັນສຳຄັນດັ່ງກ່າວວ່າວ່າ:

ໃນມື້ນີ້ພວກເຮົາໄດ້ມາຮ່ວມກັນເພື່ອລະນຶກເຖິງເຫດການຄົບຮອບ 9 ປີ ເຊິ່ງເປັນ   ໜຶ່ງໃນເຫດການໂຈມຕີອັນໂຫດຮ້າຍທີ່ສຸດທີ່ເປັນໄພຕໍ່ຄວາມເປັນອັນໜຶ່ງອັນດຽວກັນ ແລະ ຄວາມໝັ້ນຄົງຂອງລັດຕວັກກີໃນຮອບປະຫວັດສາດລ່າສຸດນີ້.

ການໂຈມຕີທີ່ລົ້ມເຫຼວນີ້ເກີດຂຶ້ນໂດຍການວາງແຜນອັນຍາວນານຂອງກຸ່ມກໍ່ການຮ້າຍທີ່ຮູ້ຈັກໃນນາມ “ອົງກອນກໍ່ການຮ້າຍ ເຟທູລໍ” ຫຼື FETO.

ໃນມື້ນີ້ເມື່ອ 9 ປີທີ່ແລ້ວ, ເຊິ່ງເປັນຕອນຄໍ່າຂອງວັນທີ 15 ກໍລະກົດ, 2016, “ອົງກອນກໍ່ການຮ້າຍ ເຟທູລໍ” ໄດ້ພະຍາຍາມກໍ່ລັດຖະປະຫານຢ່າງນອງເລືອດຕ້ານປະຊາຊົນ ແລະ ໂຄ່ນລົ້ມລັດຖະບານຂອງປະເທດຂ້າພະເຈົ້າ.

ກອງກຳລັງທະຫານໃນເຄືອຂອງ FETO ໄດ້ອອກຈາກຄ້າຍທະຫານເພື່ອໄປຍຶດຄອງສະຖານທີ່ສຳຄັນຕ່າງໆ ແລະ ໄດ້ນຳເຮືອບິນສູ້ຮົບ ແລະ ເຮລິຄອບເຕີ ຍິງລະເບີດໃສ່ ບັນດາສະຖານທີ່ເປົ້າ  ໝາຍຍຸດທະສາດ ລວມມີ ລັດຖະສະພາ, ທຳນຽບປະທານາທິບໍດີ, ສໍານັກງານໃຫຍ່ຂອງ ທະຫານ ແລະ ຕຳຫຼວດ.

ຂ້າພະເຈົ້າ,ໂດຍສ່ວນຕົວແລ້ວກໍເປັນພະຍານໂດຍກົງທີ່ເຫັນເຫດການທັງໝົດທີ່ເກີດຂຶ້ນ, ໂດຍທີ່ຂ້າພະເຈົ້າກໍຢູ່ເມືອງ ອັງກາລາ ແລະ ກໍໄດ້ຍິນສຽງ ເຮືອບິນສູ້ຮົບ ແລະ ລະເບີດ ຈາກບ່ອນທີ່ຂ້າພະເຈົ້າຢູ່. ໃນຄໍ່າຄືນນັ້ນ, ພົນລະເຮືອນຫຼາຍກວ່າພັນຄົນ ໄດ້ອອກໄປເທິງຖະໜົນເພື່ອຢຸດການກໍ່ລັດຖະປະຫານອັນໂຫດຮ້າຍທີ່ບໍ່ເຄີຍມີມາກ່ອນນີ້.  ຜູ້ສົມຮູ້ຮ່ວມຄິດບໍ່ໄດ້ມີຄວາມລັງເລທີ່ຈະຍິງຝູງຊົນ ແລະ ໄດ້ຂ້າພົນລະເຮືອນທີ່ບໍລິສຸດໄປເປັນຈຳນວນ 251 ຄົນ ແລະ ເຮັດໃຫ້ພັນກວ່າຄົນໄດ້ຮັບບາດເຈັບ. ໃນຄໍ່າຄືນນັ້ນ ປະຊາຊົນຊາວຕວັກກີໄດ້ຕໍ່ສູ້ປົກປ້ອງປະຊາທິປະໄຕດ້ວຍຊີວິດຂອງພວກເຂົາ.

ຕັ້ງແຕ່ນັ້ນມາ, ຕວັກກີກໍໄດ້ທຳການລະນຶກເຖິງເຫດດັ່ງກ່າວທຸກໆວັນທີ 15 ກໍລະກົດ ເພື່ອເປັນກຽດໃຫ້ແກ່ຜູ້ທີ່ເສຍສະຫຼະຕົນເອງເພື່ອປົກປ້ອງປະເທດຊາດ ແລະ ປະຊາທິປະໄຕ, ແລະ ເພື່ອເປັນການຢໍ້າເຕືອນໃຫ້ພວກເຮົາຮັບຮູ້ເຖິງອຸດົມການທີ່ແອບແຝງໃນກຸ່ມກໍ່ການຮ້າຍກຸ່ມນີ້.

ການປະນາມການກະທຳຂອງອົງກອນ FETO ແລະ ຫົວໜ້າເຟທູລໍກູເລັນ ທີ່ເສຍຊີວິດໄປແລ້ວໂດຍອີງໃສ່ພຽງເຫດການທີ່ເກີດຂຶ້ນໃນວັນທີ 15 ກໍລະກົດ ພຽງມື້ດຽວກໍອາດຈະຖືໄດ້ວ່າເປັນຄວາມຜິດພາດທີ່ຮ້າຍແຮງ. ແຕ່ເນື່ອງຈາກວ່າ ການກໍ່ອາດຊະຍາກຳໃນຄໍ່າຄືນວັນທີ 15 ກໍລະກົດ ນັ້ນເປັນພຽງຈຸດປາຍໆຂອງພູເຂົານ້ຳແຂງ.

ຂໍໃຫ້ຂ້າພະເຈົ້າໄດ້ແບ່ງປັນຂໍ້ມູນຫຍໍ້ເພື່ອແຍງທາງສະຫວ່າງໃຫ້ເຫັນວ່າອົງກອນທີ່ພວກເຮົາເວົ້າເຖິງນັ້ນເປັນອົງກອນແບບໃດ.

ທັງໝົດນີ້ໄດ້ເລີ່ມຕົ້ນຂຶ້ນດວ້ຍການເຊື່ອງຊ້ອນຜ່ານຮູບແບບຄວາມພະຍາຍາມເຮັດການກຸສົນເພື່ອການສຶກສາຕັ້ງແຕ່ຊຸມປີ 1970. ເຟທູລໍ ກູເລັນ ແລະ ພັກພວກໄດ້ແຕ່ງຕັ້ງຕົນເປັນສະມາຊິກ ຂັບເຂື່ອນການສຶກສາ, ເຊິ່ງເປັນຕອນທີ່ພວກເຂົາລິເລີ່ມຂະບວນການສ້າງໂຮງຮຽນໃນຕວັກກີ ແລະ ຕໍ່ມາກໍຂະຫຍາຍໄປທົ່ວໂລກ. ດ້ວຍອຳນາດສູງສຸດຂອງພວກເຂົາ, ພວກເຂົາຄວບຄຸມໄດ້ຫຼາຍກວ່າ  ໜຶ່ງພັນໂຮງຮຽນໃນຕວັກກີ ແລະ ຫຼາຍກວ່າ 800 ສະຖາບັນການສຶກສາໃນທົ່ວໂລກ.

ນອກນີ້ ຍັງໄດ້ເກີດມີການທຸຈະລິດການສອບເສັງເປັນວົງກວ້າງເຊັ່ນດຽວກັນ. ເພື່ອທີ່ຈະແຊກຊຶມເຂົ້າໃນຕໍາແໜ່ງສຳຄັນຂອງລັດຖະບານ, ບັນດານັກຮຽນທີ່ຢູ່ໃນເຄືອຂອງ FETO  ໄດ້ຮູ້ຄຳຕອບຂອງບົດສອບເສັງລ່ວງໜ້າ. ຮອດປະຈຸບັນກໍໄດ້ມີການສືບສວນສອບສວນບັນດາກຸ່ມທີ່ທຸຈະລິດການສອບເສັງໃນຕວັກກີ, ລວມທັງຜູ້ທີ່ໂກງ ການເສັງເຂົ້າສະຖາບັນຕຳຫຼວດ, ເສັງເຂົ້າພາກການໃຫ້ບໍລິການສາທາລະນະແບບລວມສູນ, ໂຮງຮຽນທະຫານ ແລະ ວຽກງານອື່ນໆຂອງພາກລັດ.

ອົງກອນທີ່ແອບແຝງຕົນເປັນຄະນະຂັບເຄື່ອນການສຶກສາໄດ້ຄ່ອຍໆປ່ຽນເປັນຮູບຮ່າງໂຄງສ້າງທີ່ເຄື່ອນໄຫວແບບລັບໆໂດຍມີຈຸດປະສົງຫັນປ່ຽນສັງຄົມດ້ວຍການຄວບຄຸມອຳນາດລັດຕວັກກີຈາກພາຍໃນ.

ກຸ່ມອາດຊະຍາກອນຢູ່ເບື້ອງຫຼັງອຸບາຍທັງໝົດນີ້ ແລະ ສ້າງລະບົບລວມສູນທີ່ເລີ່ມຕັ້ງແຕ່ການຮັບສະໝັກຜ່ານໂຮງຮຽນ, ການເງິນແມ່ນບໍລິຫານໂດຍບໍລິສັດຖືຮຸ້ນ ແລະ ໄດ້ຮັບການບໍລິຈາກໂດຍນັກທຸລະກິດ. ອົງກອນດັ່ງກ່າວກໍໄດ້ສ້າງສຳນັກຂ່າວ ເພື່ອຄັດເກົາແນວຄວາມຄິດ ແລະ ໃຫ້ຕໍ່ຕ້ານຄົນ, ກຸ່ມ ຫຼື ແນວຄວາມຄິດໃດໜຶ່ງ.

ທີ່ຜ່ານມາ FETO ແມ່ນມີຢູ່ໃນ 160 ປະເທດ, ພ້ອມທັງມີຫຼາຍກວ່າໜຶ່ງພັນໂຮງຮຽນ, ບໍລິສັດ, ອົງກອນ NGOs, ແລະ ສຳນັກຂ່າວ. ຮູບແບບການດຳເນີນງານຂອງພວກເຂົາແມ່ນເປັນຄືກັນໝົດໃນທົ່ວໂລກ. ໂດຍທີ່ພວກເຂົາມີເປົ້າໝາຍແຊກຊຶມ ແລະ ຂະຫຍາຍອິດທິພົນທາງດ້ານເສດຖະກິດ ແລະ ການເມືອງໄປໃນທົ່ວໂລກ. ພວກເຂົາໃຊ້ປະໂຫຍດຄວາມເປັນຄຸ່ນຄ່າຂອງສາກົນຢ່າງຊຳນິຊໍານານເພື່ອວັດຖຸປະສົງທີ່ເຊື່ອງຊ້ອນໄວ້ຂອງຕົນ ແລະ ບໍ່ໄດ້ລັງເລທີ່ຈະຕົກເປັນເຄື່ອງມືໃຫ້ແກ່ອົງການຂ່າວລັບຂອງຕ່າງປະເທດ ນັ້ນຄືເຫດຜົນທີ່ໂຄງສ້າງຂອງອົງກອນອັນມືິດມົນນີ້ຈຶ່ງຖືເປັນໄພຂົ່ມຂູ່ອັນສຳຄັນຕໍ່ຄວາມໝ້ັ້ນຄົງແຫ່ງຊາດສຳລັບທຸກປະເທດ ແລະ ສັງຄົມທີ່ພວກເຂົາເຂົ້າໄປເຄື່ອນໄຫວ.

ຫຼາຍພາກສ່ວນຂອງອົງກອນທີ່ເຄື່ອນໄຫວຢູ່ໃນບັນດາປະເທດເພື່ອນມິດ ແລະ ປະເທດພັນທະມິດກໍໄດ້ຖືກຂັດຂວາງປິດໂຕລົງ ຕ້ອງຂໍຂອບໃຈໃນການໃຫ້ຄວາມຮ່ວມມືຈາກສາກົນທີ່ມີຕໍ່ປະເທດພວກເຮົາ. ແຕ່ໂຊກບໍ່ດີ, ອົງກອນມືດນີ້ຍັງຄົງມີຢູ່ໃນບາງປະເທດພາຍໃຕ້ຮູບແບບຕ່າງໆ, ເຊັ່ນວ່າຜ່ານຮູບແບບຂອງໂຮງຮຽນ, ວັດທະນະທຳ ຫຼື ທາງທຸລະກິດ ຫຼື ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ກໍເຮັດໃຫ້ເກີດຄວາມສ່ຽງຕໍ່ຄວາມໝ້ັ້ນຄົງຂອງບັນດາປະເທດທີ່ເປັນເຈົ້າພາບ. ຍັງບໍ່ເວົ້າເຖິງຄວາມສ່ຽງທີ່ອາດຈະເກີດຂຶ້ນໃນອະນາຄົດທີ່ພວກເຂົາອາດຈະພະຍາຍາມທຳລາຍສາຍສຳພັນສອງຝ່າຍກັບຕວັກກີ ແລະ ເຜີຍແຜ່ຂໍ້ມູນປອມກ່ຽວກັບຕວັກກີອີກດ້ວຍ.

ສະນັ້ນແລ້ວ,ພວກເຮົາຈະສືບຕໍ່ ຕໍ່ສູ້ດວ້ຍຄວາມມຸ່ງໝັ້ນຈົນກວ່າອົງກອນມືດນີ້ຈະຫາຍໄປຈົນໝົດ.ການຕໍ່ສູ້ຕ້ານໂຄງສ້າງຂອງອົງກອນ FETO ທີ່ຢູ່ນອກປະເທດນີ້ແມ່ນເປັນວຽກງານບູລິມະສິດຂອງປະເທດຂ້າພະເຈົ້າ.

ພວກເຮົາມີກົນໄກທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານເພື່ອເຂົ້າຄວບຄຸມໜ່ວຍງານທີ່ກ່ຽວຂ້ອງກັບ FETO ແລະ ເສີມຂະຫຍາຍສ້າງສາຍພົວພັນອັນແໜ້ນແຟ້ນຕື່ມກັບບັນດາປະເທດຕ່າງໆໃນທຸກຂົງເຂດ.

ໃນຂົງເຂດການສຶກສາ, ກໍມີມູນນິທິມາຣິຟຂອງຕວັກກີ, ເຊິ່ງເປັນສະຖາບັນການສຶກສາທາງການທີ່ດຳເນີນຢູ່ໃນທົ່ວໂລກເພື່ອປ້ອງກັນການຂາດແຄນຕ່າງໆທີ່ເປັນຜົນມາຈາກບາດກ້າວທີ່ຖືກນຳໃຊ້ໂດຍລັດຖະບານເພື່ອຕໍ່ສູ້ຕ້ານອົງກອນ FETO. (ມູນນິທິມາຣິຟຂອງຕວັກກີ ສຳເລັດການເຄື່ອນໄຫວໃນ 55 ປະເທດ ທີ່ມີສະຖາບັນການສຶກສາ 517 ແຫ່ງ ແລະ ມີນັກຮຽນຫຼາຍກວ່າ 55.000 ຄົນ.)

ໃນມື້ນີ້ນີ້, ພວກເຮົາຂໍຢໍ້າຄືນກ່ຽວກັບຄວາມຄາດຫວັງຂອງພວກເຮົາຕໍ່ກັບປະຊາຄົມໂລກທີ່ຈະຢືນເປັນຈິດໜຶ່ງໃຈດຽວຮ່ວມກັບຕວັກກີໃນການຕໍ່ສູ້ຕ້ານການກໍ່ການຮ້າຍ. ພ້ອມຂໍຂອບໃຈອີກຄັ້ງໜຶ່ງມາຍັງບັນດາທ່ານທີ່ມາຮ່ວມກັບພວກເຮົາໃນມື້ນີ້ ແລະ ໃຫ້ຄວາມສົນໃຈໃນການຮັບຟັງ.

ພາບ:ຂ່າວເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...