spot_img
Homeຂ່າວກິລານາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

Published on

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ 13 ປີ, ທີ່ປະເທດປ໋ອກຕຸຍການ.

ໃນຕອນແລງວັນທີ 18 ກໍລະກົດ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງ ຄະນະນຳ, ຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ໄດ້ສ້າງຜົນງານອັນໃຫຍ່ຫລວງ ໃຫ້ແກ່ປະເທດຊາດ ດ້ວຍການຍາດໄດ້ຂັນລາງວັນອັນດັບໜຶ່ງ ເປັນແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ 13 ປີ, ທີ່ປະເທດປ໋ອກຕຸຍການ ໃນລະຫວ່າງວັນທີ 1-6 ກໍລະກົດ 2025 ທີ່ຜ່ານມາ ເຊິ່ງນຳພາຄະນະ ເຂົ້າຢ້ຽມທ່ານນາຍົກລັດຖະມົນຕີ ໂດຍແມ່ນ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.

ໃນໂອກາດນີ້, ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນ WIG Naga ໄດ້ຕາງໜ້າໃຫ້ສະໂມສອນ ແລະ ຄະນະນັກກິລາ ລາຍງານໃຫ້ຊາບ ກ່ຽວກັບປະຫວັດຄວາມເປັນມາ ຂອງສະໂມສອນບານເຕະ WIG Naga, ລວມທັງ ການເຄື່ອນໄຫວແຂ່ງຂັນ ໃນລາຍການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ໃນໄລຍະຜ່ານມາ ເຊິ່ງຜົນສຳເລັດອັນພົ້ນເດັ່ນ ແມ່ນການເຂົ້າຮ່ວມແຂ່ງຂັນ ກິລາບານເຕະຊາຍ ຮຸ່ນອາຍຸບໍ່ເກີນ 13 ປີ ໃນລາຍການ IBER Cup 2025 ທີ່ປະເທດປ໋ອກຕຸຍການ ໃນລະຫວ່າງວັນທີ 1-6 ກໍລະກົດ 2025 ທີ່ຜ່ານມາ ສາມາດຍາດໄດ້ຂັນລາງວັນອັນດັບໜຶ່ງ.

ການແຂ່ງຂັນໃນລາຍການດັ່ງກ່າວ ເປັນລາຍການລະດັບໂລກ ມີທັງໝົດ 48 ທິມ ຈາກ 15 ປະເທດ ເຂົ້າຮ່ວມ ໂດຍແບ່ງເປັນ 12 ກຸ່ມ, ກຸ່ມລະ 4 ທິມ. ຜ່ານການແຂ່ງຂັນ ເຊິ່ງລົງສະໜາມ 7 ນັດ ແມ່ນສາມາດເອົາຊະນະຄູ່ແຂ່ງໄດ້ທັງ 7 ນັດ ໂດຍຍິງໄດ້ 40 ປະຕູ, ເສຍພຽງ 1 ປະຕູ. ສໍາລັບນັດຊີງຊະນະເລີດ, ທິມ WIG Naga ຈາກ ສປປ ລາວ ພົບກັບທິມ OS Belenenses ຈາກປ໋ອກຕຸຍການ ເຊິ່ງຜົນການແຂ່ງຂັນ ທິມ WIG Naga ສາມາດເອົາຊະນະທິມ OS Belenenses ດ້ວຍຜົນປະຕູ 2 ຕໍ່ 0.

ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດ ກໍຄື ການຄວ້າແຊ້ມ ໃນລາຍການ IBER Cup 2025 ຂອງນັກກິລາບານເຕະຊາຍສະໂມສອນ WIG Naga ຮຸ່ນອາຍຸບໍ່ເກີນ 13 ປີ ເຊິ່ງໄດ້ສ້າງຊື່ສຽງ ໃຫ້ສະໂມສອນ ກໍຄື ນັກກິລາ ແລະ ປະເທດຊາດ, ເຮັດໃຫ້ຊື່ສຽງຂອງ ສປປ ລາວ ພົ້ນເດັ່ນຂຶ້ນ ໃນເວທີສາກົນ.

ພ້ອມກັນນັ້ນ, ເພື່ອສືບຕໍ່ພັດທະນານັກກິລາບານເຕະ ຂອງສະໂມສອນ WIG Naga ໃຫ້ມີບາດກ້າວໃໝ່, ສາມາດຍາດໄດ້ຜົນງານໃໝ່ ທີ່ຍິ່ງໃຫຍ່ກວ່າເກົ່າ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ແລະ ແລກປ່ຽນນຳຄະນະນຳ, ຄູຝຶກ ແລະ ນັກກິລາ ຂອງສະໂມສອນ WIG Naga ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະນໍາຂອງສະໂມສອນ ສືບຕໍ່ໃຫ້ການສະໜັບສະໜູນ ນັກກິລາບານເຕະຊຸດນີ້ ໃຫ້ມີການຝຶກແອບ, ຝຶກຊ້ອມ ຢ່າງເປັນລະບົບຕໍ່ເນື່ອງ, ມີການພັດທະນາທາງດ້ານເຕັກນິກ-ຍຸດທະວິທີ ໃຫ້ກາຍເປັນນັກກິລາທີມຊາດ ໃນອະນາຄົດ; ໃຫ້ຄະນະນຳຂອງສະໂມສອນ ສືບຕໍ່ຊອກຫາແຫລ່ງທຶນຈາກ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທາງສັງຄົມ ມາຊ່ວຍໃນການຝຶກແອບ-ຝຶກຊ້ອມທິມ ພ້ອມດ້ວຍທຶນການສຶກສາຂອງນັກກິລາ, ທັງໃຫ້ເນັ້ນປະຕິບັດລະບຽບວິໄນຂອງທີມທີ່ມີຢູ່ແລ້ວ ໃຫ້ເຂັ້ມງວດ; ໃຫ້ມີການພົວພັນຮ່ວມມືກັບອົງການຈັດຕັ້ງກິລາທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງເງື່ອນໄຂ ໃຫ້ນັກກິລາບານເຕະຊຸດນີ້ ໄດ້ໄປແຂ່ງຂັນ ໃຫ້ກັບສະໂມສອນທີ່ມີຄວາມຕ້ອງການ ເພື່ອພັດທະນານັກກິລາ ໃຫ້ໄດ້ໃນລະດັບມາດຖານສາກົນ ທີ່ເກັ່ງ ແລະ ກາຍເປັນນັກກິລາອາຊີບ ທີ່ເກັ່ງ ແລະ ຢືນຍົງ; ໃຫ້ຖ່າຍທອດຄວາມຮູ້, ປະສົບການ ແລະ ເຕັກນິກດ້ານຕ່າງໆ ໃຫ້ແກ່ສະໂມສອນອື່ນ ທີ່ໃຫ້ຄວາມສົນໃຈ ຢາກມາຖອດຖອນແລກປ່ຽນບົດຮຽນ ແລະ ປະສົບການນໍາ; ສືບຕໍ່ພັດທະນາກິລາບານເຕະ ຢູ່ລາວເຮົາ ໃຫ້ກວ້າງຂວາງ ແລະ ເປັນຂະບວນການຟົດຟື້ນ, ປະກອບສ່ວນເຂົ້າໃນການພັດທະນາຄົນລາວຮຸ່ນສືບທອດ ໃຫ້ໄດ້ຕາມ 3 ລັກສະນະ ແລະ 5 ຫລັກມູນຂອງການສຶກສາ ເຊິ່ງໜຶ່ງໃນນັ້ນຄື: ການພັດທະນາດ້ານກາຍຍະສຶກສາໃຫ້ດີຂຶ້ນເລື້ອຍໆ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

 

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...