Homeຂ່າວຄາດຕະກຳເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

Published on

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ

ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ ຈາກປະຊາຊົນວ່າ: ໄດ້ມີເຫດຄາຕະກໍາ ຢູ່ບ້ານໂຕນໃຕ້ ເມືອງແປກ ແຂວງຊຽງຂວາງ. ດັ່ງນັ້ນ, ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດ, ໃນເບື້ອງຕົ້ນ ພົບເຫັນຜູ້ເສຍຊີວິດ 3 ຄົນຄື: ທ້າວກິແກ້ວ ອາຍຸ 62 ປີ, ນາງທຸມມາ ອາຍຸ 52 ປີ ແລະ ນາງຕາມົນ ອາຍຸ 5 ປີ, ໄດ້ຮັບບາດເຈັບ 1 ຄົນຊື່ ນາງສີດາ ອາຍຸ 85 ປີ.

ຈາກການສອບຖາມຜູ້ເຫັນເຫດການຈຶ່ງໄດ້ຮູ້ວ່າ: ຜູ້ກໍ່ເຫດຄາຕະກໍາໃນຄັ້ງນີ້ ຊື່ທ້າວຄົດ ອາຍຸ 36 ປີ ອາຊີບທະຫານ ມາເປັນເຂີຍສູ່ ຢູ່ບ້ານໂຕນໃຕ້ ເມືອງແປກ. ຕາມການລາຍງານຂອງນາງ ເປ ຜູ້ເປັນເມຍໃຫ້ຮູ້ວ່າ: ໄດ້ສ້າງຄອບຄົວໃນປີ 2016 ແລະ ມີລູກນໍາກັນ 2 ຄົນ, ກ່ອນມື້ເກີດເຫດຕົນເອງໄດ້ແຊເນື້ອຫາຈາກເພຈໜຶ່ງ ມາລົງເຟດບຸກຂອງຕົນເອງ ເຊິ່ງມີເນື້ອໃນຂຽນວ່າ: “ຜົວທີ່ບໍ່ຫລິ້ນ ໃຊ້ເວລາກັບຄອບຄົວ ຊ່ວຍເມຍເຮັດວຽກເຮືອນ ບໍ່ຕິດເຫລົ້າຕິດໄພ້ ຜົວດີໆແບບນີ້ຍັງມີຢູ່ບໍ?” . ຫລັງຈາກຜູ້ເປັນຜົວໄດ້ເຫັນເມຍແຊລົງເຟສເຮັດໃຫ້ຜູ້ກ່ຽວບໍ່ພໍໃຈ.

ມາຮອດເວລາ 15:00 ໂມງ ຜູ້ເປັນຜົວໄດ້ໂທຫາເມຍ ເວົ້າວ່າ ເຈົ້າຄິດດີແລ້ວບໍ ທີ່ແຊໂພສດັ່ງກ່າວລົງເຟສບຸກ, ຮອດເວລາ 17:00 ໂມງ ຜູ້ກ່ຽວໄດ້ກັບມາຮອດເຮືອນ ຫລັງຈາກນັ້ນທັງສອງໄດ້ຜິດຖຽງກັນ, ຜູ້ເປັນແມ່ເຖົ້າຈຶ່ງໄດ້ມາຫ້າມ ແຕ່ທ້າວຄົດຜູ້ເປັນລູກເຂີຍໄດ້ຊີ້ໜ້າແມ່ນເຖົ້າພ້ອມທັງເວົ້າວ່າ ເຈົ້າບໍ່ຕ້ອງມາຫຍຸ້ງ ບໍ່ແມ່ນເລື່ອງຂອງເຈົ້າ, ຜູ້ເປັນແມ່ເຖົ້າເວົ້າວ່າ ເຈົ້າເຮັດແບບນີ້ຂ້ອຍກໍບໍ່ພໍໃຈ ໃຫ້ບອກພີ່ນ້ອງມາລົມກັນ. ຈາກນັ້ນ, ທ້າວຄົດໄດ້ຂີ່ລົດຈັກອອກເຮືອນໄປ ມາຮອດ 22:00 ຈຶ່ງກັບມານອນຢູ່ເຮືອນ.

ຮອດເວລາ 04:00 ໂມງເຊົ້າ ຂອງວັນທີ 15 ກໍລະກົດ 2025 ທ້າວຄົດຜູ້ເປັນຜົວ ໄດ້ເວົ້າໃຫ້ເມຍອີກວ່າ ມຶງແຊເນື້ອຫາແບບນີ້ເຮັດໃຫ້ກູເສຍຫາຍ ກູຊິເຮັດໃຫ້ມຶງເສຍໃຈໄປຕະຫລອດຊີວິດ, ຈາກນັ້ນ ຮອດເວລາ 7:00 ໂມງ ທ້າວຄົດໄດ້ເອົາງົວໄປກິນຫຍ້າແລ້ວກັບມາເຮືອນ. ໃນຕອນເຊົ້າເຫັນແມ່ຕູ້ນັ່ງຢູ່ທາງເຂົ້າປະຕູເຮືອນ, ແມ່ນາຍນັ່ງຢູ່ລະບຽງເຮືອນ ແລະ ພໍ່ເຖົ້າກໍາລັງຈູງລົດຈັກອອກຈາກປະຕູຮົ້ວ. ທ້າວຄົດຈຶ່ງໄດ້ເຂົ້າໄປໃນເຮືອນ ແລ້ວຈັບເອົາປືນຂອງພໍ່ເຖົ້າ ມາຍິງໃສ່ແມ່ຕູ້, ຍິງໃສ່ແມ່ເຖົ້າ, ຍິງໃສ່ພໍ່ເຖົ້າ ຍິງໃສ່ລູກ ພ້ອມທັງຍິງໃສ່ແມ່ເຖົ້າອີກ 1 ນັດ ແລະ ພໍ່ເຖົ້າອີກ 1 ນັດ ແລ້ວຈັບປືນຍ່າງມາຫາເມຍແລ້ວເວົ້າວ່າ: ກູບໍ່ຍິງມຶງດອກ! ປະໄວ້ໃຫ້ມຶງດູແລລູກ.

ຫລັງຈາກນັ້ນ, ໄດ້ຈັບປືນຫລົບໜີເຂົ້າປ່າ ຜູ້ກ່ຽວຍັງໄດ້ໄລ້ສົດລົງເຟສບຸກຕົນເອງ ແລະ ສາລະພາບ ຄວາມຜິດຕໍ່ຄອບຄົວ, ຈາກນັ້ນປະມານ 30 ນາທີ, ໄດ້ຍິນສຽງປືນແຕກດັງ 2 ນັດ ຢູ່ແຖວປ່າຊ້າບ້ານໂຕນໃຕ້ ເມືອງແປກ, ເຈົ້າໜ້າທີ່ຈຶ່ງເຂົ້າໄປໃນປ່າພົບເຫັນ ຜູ້ກ່ຽວນອນເສຍຊີວິດ.

ຈາກເຫດການໃນຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດ 5 ຄົນຄື: ຜູ້ເປັນພໍ່ເຖົ້າ, ແມ່ເຖົ້າ, ລູກສາວ ແລະ ຜູ້ກໍ່ເຫດ ເສຍຊີວິດກັບທີ່, ສ່ວນແມ່ຕູ້ແມ່ນໄດ້ບາດເຈັບສາຫັດ ໄດ້ນໍາຕົວສົ່ງມາປິ່ວປົວຢູ່ໂຮງໝໍແຂວງ ແລະ ເສຍຊີວິດໃນເວລາຕໍ່ມາ.
ສ່ວນສາເຫດ ແລະ ແຮງຈູງໃຈຄາດວ່າ: ເກີດຈາກຄວາມບໍ່ເຂົ້າໃຈກັນ ມີການຜິດຖຽງກັນພາຍໃນຄອບຄົວ, ຂາດສະຕິ, ມີແນວຄິດໂມໂຫ ຈຶ່ງເກີດມີເຫດການດັ່ງກ່າວ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...