Homeນານາສາລະຫຼຸດນໍ້າໜັກຜິດວິທີ ສ່ຽງພະຍາດມະເຮັງ ແລະອາຍຸສັ້ນ

ຫຼຸດນໍ້າໜັກຜິດວິທີ ສ່ຽງພະຍາດມະເຮັງ ແລະອາຍຸສັ້ນ

Published on

ຫຼາຍໆຄົນຮູ້ກັນດີແລ້ວວ່າ ການຄວບຄຸມນໍ້າໜັກບໍ່ໃຫ້ຕຸ້ຍເກີນໄປນັ້ນ ຈະເຮັດໃຫ້ຮ່າງກາຍຂອງເຮົາແຂງແຮງສຸຂະພາບດີ ບໍ່ມີພະຍາດມີໃກ້, ໃຜທີ່ນໍ້າໜັກຫຼາຍເກີນໄປ ຈຶ່ງຕ້ອງຫຼຸດນໍ້າໜັກລົງໂດຍດ່ວນ, ແຕ່ຮູ້ຫຼືບໍ່ວ່າ ຫາກເຮົາຫຼຸດນໍ້າໜັກຜິດວິທີ ແທນທີ່ຈະສຸຂະພາບດີ ກັບສ່ຽງເປັນມະເຮັງເພີ່ມຂຶ້ນ ແລະອາດເຮັດໃຫ້ອາຍຸຍືນໄດ້ອີກ

  1. ການຫຼຸດນໍ້າໜັກຜິດວິທີ ມີດັ່ງນີ້:
  • ໃຊ້ຢາຫຼຸດຄວາມອ້ວນ
  • ຫຼຸດອາຫານລົງ ກິນອາຫານບໍ່ຄົບ 3 ຄາບ
  • ເຊົາກິນອາຫານປະເພດໃດໜຶ່ງເຊັ່ນ: ແປ້ງ, ນໍ້າຕານ
  • ຫຼຸດປະລິມານໃນການກິນອາຫານລົງຢ່າງແຮງ ຈົນຈ່ອຍລົງໃນເວລາບໍ່ດົນ
  • ອອກກຳລັງກາຍໜັກເກີນໄປ

ຫາກພະຍາຍາມຄວບຄຸມອາຫານ ແລະຫຼຸດນໍ້າໜັກຢ່າງເຄັ່ງຄັດຈົນເກີນໄປ ອາດສົ່ງຜົນເຮັດໃຫ້ຮ່າງກາຍມີພູມຕ້ານທານໜ້ອຍລົງ, ມີຕົວຢ່າງຈາກຜູ້ເປັນພະຍາດມະເຮັງ ທີ່ພະຍາຍາມຄວບຄຸມອາຫານຫຼາຍເກີນໄປ, ສຸດທ້າຍມະເຮັງເປັນໜັກກວ່າເກົ່າ ແລະເສຍຊີວິດໄວກວ່າຜູ້ທີ່ຮັກສາປົກກະຕິ, ກິນອາຫານ ແລະອອກກຳລັງກາຍປົກກະຕິ, ນອກຈາກນີ້ ຄວາມຄຽດທີ່ສະສົມໄວ້ ຈະເຮັດໃຫ້ບໍ່ມີຄວາມສົດຊື່ນ, ຮ່າງກາຍອ່ອນເພຍ ແລະສົ່ງຜົນຮ້າຍຕໍ່ສຸຂະພາບໄດ້ເຊັ່ນກັນ ແລະມີຄວາມຈິງທີ່ໜ້າປະຫຼາດໃຈຄື ຜູ້ທີ່ມີຮູບຮ່າງໃຫຍ່ ສົມບູນ ມີອາຍຸສູງກວ່າຜູ້ທີ່ມີຮູບຮ່າງຈ່ອຍໂຊ ເພາະການທີ່ເຮົາມີເຊວຮ່າງກາຍທີ່ແຂງແຮງປົກກະຕິ ພູມຕ້ານທານກໍຈະສູງກວ່າ ແລະແຂງແຮງຂຶ້ນ ກໍຈະບໍ່ມັກເຈັບປ່ວຍ ສົ່ງຜົນໃຫ້ຮ່າງກາຍແຂງແຮງ ແລະອາຍຸຍືນ

2. ວິທີຫຼຸດນໍ້າໜັກທີ່ຖືກວິທີທີ່ສຸດ:

  • ເລືອກກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ ແລະກິນໃນປະລິມານທີ່ເໝາະສົມ
  • ຫ້າມຫຼຸດນໍ້າໜັກດ້ວຍວິທີກິນຢາຫຼຸດນໍ້າໜັກເດັດຂາດ ເພາະຈະສົ່ງຜົນຂ້າງຄຽງຕໍ່ຮ່າງກາຍເຊັ່ນ: ປະສາດຫຼອນ, ໂຊມ, ຄວາມຈຳເສື່ອມ, ຮ່າງກາຍແຫ່ວແຫ້ງ
  • ເຖິງຈະຫຼຸດນໍ້າໜັກກໍຄວນກິນອາຫານໃຫ້ຖືກເວລາ ແລະຄົບ 3 ເທື່ອ/ມື້ ເຊິ່ງຕອນແລງຄວນເລືອກກິນອາຫານທີ່ໃຫ້ພະລັງງານຕໍ່າແທນ
  • ອອກກຳລັງກາຍຢ່າງສຳໝໍ່າສະເໝີ, ບໍ່ອອກຫຼາຍເກີນໄປ, ເມື່ອຍກໍຄວນຢຸດເຊົາ ແລ້ວຄ່ອຍເລີ່ມຕົ້ນໃໝ່
  • ຫຼຸດນໍ້າໜັກໃນປະລິມານທີ່ເໝາະສົມ ຄືອາທິດລະ 1 ໂລ ຫຼື 4 ໂລ/ເດືອນ
  • ດື່ມນໍ້າໃຫ້ພຽງພໍ ຕໍ່ຄວາມຕ້ອງການຂອງຮ່າງກາຍ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...