spot_img
Homeນານາສາລະປະໂຫຍດດີໆຂອງຢານາງ ຫຼຸດນໍ້າຕານໃນເລືອດ ແລະປ້ອງກັນມະເຮັງໄດ້

ປະໂຫຍດດີໆຂອງຢານາງ ຫຼຸດນໍ້າຕານໃນເລືອດ ແລະປ້ອງກັນມະເຮັງໄດ້

Published on

ຢານາງ ເປັນພືດທີ່ເຮົານຳສ່ວນປະສົມໄປປະກອບອາຫານ ເຊິ່ງສ່ວນຫຼາຍເປັນອາຫານພື້ນບ້ານ ມັກເອົາມາຕົ້ມກັບອາຫານທີ່ມີລົດຊາດຂົມ ເພື່ອຫຼຸດລົດຊາດຂົມ, ນອກຈາກຊ່ວຍຫຼຸດຄວາມຂົມແລ້ວ ຍັງມີສານອາຫານຫຼາຍຢ່າງທີ່ເປັນປະໂຫຍດຕໍ່ຮ່າງກາຍອີກດ້ວຍ

  • ມີວິຕາມິນເອ ແລະຊີສູງ ຈຶ່ງຊ່ວຍບຳລຸງສາຍຕາ ແລະບຳລຸງແຂ້ວ ປ້ອງກັນການເປັນຫວັດໄດ້ເປັນຢ່າງດີ
  • ມີລິດເຢັນ ຊ່ວຍດັບອາການເປັນພິດ ແລະເປັນໄຂ້
  • ນໍ້າຕົ້ມໃບຢານາງ ປະສົມໃບເຕີຍ ຊ່ວຍຫຼຸດນໍ້າຕານໃນເລືອດໄດ້ ເໝາະສຳລັບຜູ້ທີ່ເປັນເບົາຫວານ
  • ມີສານຕ້ານອະນຸມູນອິດສະລະ ແລະປ້ອງກັນມະເຮັງໄດ້
  • ຊ່ວຍຫຼຸດອາການຫອບຫືດ ຂອງຜູ້ທີ່ເປັນພະຍາດພູມແພ້ ຊ່ວຍໃຫ້ຫາຍໃຈສະດວກຂຶ້ນ

ເຖິງແມ່ນວ່າ ຢານາງຈະມີປະໂຫຍດຫຼາຍ ທີ່ເຮັດໃຫ້ໃຜຫຼາຍໆຄົນຢາກກິນ ແຕ່ຜູ້ທີ່ມີທາດເຢັນ ຫຼືຄວາມດັນເລືອດຕໍ່າ, ເລືອດຈາງ ແລະອ່ອນເພຍງ່າຍ ບໍ່ຄວນກິນຕິດຕໍ່ກັນເປັນເວລາດົນ ເພາະຈະເຮັດໃຫ້ເລືອດຈາງແຮງກວ່າເກົ່າ ແລະອ່ອນເພຍງ່າຍຫຼາຍກວ່າເດີມ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...