Homeນານາສາລະ5 ເທັກນິກດູແລສຸຂະພາບໃຫ້ພ້ອມເຮັດວຽກເຕັມທີ່ຕະຫຼອດເວລາ

5 ເທັກນິກດູແລສຸຂະພາບໃຫ້ພ້ອມເຮັດວຽກເຕັມທີ່ຕະຫຼອດເວລາ

Published on

ຫຼັງຈາກພັກຜ່ອນກັນໃນຊ່ວງປີໃໝ່ມາແລ້ວ ເຊິ່ງຕ້ອງໄດ້ກັບມາເຮັດວຽກຕາມປົກກະຕິ ແລະເຮົາຄວນດູແລສຸຂະພາບ ໃຫ້ພ້ອມເຮັດວຽກເຕັມທີ່ຕະຫຼອດເວລາ ເພື່ອເຮັດໃຫ້ເຮັດວຽກຢ່າງມີປະສິດທິພາບ ເຮົາຄວນປະຕິບັດຕາມ 5 ເທັກນິກນີ້ ເພື່ອເຮັດໃຫ້ສຸຂະພາບດີ ພ້ອມເຮັດວຽກ

  1. ດື່ມນໍ້າໃຫ້ຄວາມສົດຊື່ນແທນກາເຟ: ເຮົາບໍ່ຄວນດື່ມກາເຟເກີນວັນລະ 2 ຈອກ ເພາະຖ້າຄາເຟອິນໃນຮ່າງກາຍຫຼາຍເກີນໄປອາດເຮັດໃຫ້ກະເພາະເກີດການລະຄາຍເຄືອງ ການເຮັດວຽກຂອງຫົວໃຈກໍຈະຜິດປົກກະຕິ ແລະເມື່ອຮ່າງກາຍຮູ້ສຶກບໍ່ສະບາຍກໍຈະເຮັດວຽກບໍ່ໄດ້ເຕັມທີ່ ແລະອາດເຮັດໃຫ້ເກີດຄວາມຄຽດ ແລະຄວາມກັງວົນໃຈ, ສະນັ້ນ ຄວນດື່ມນໍ້າແທນກາເຟ ເພື່ອເຮັດໃຫ້ຮ່າງກາຍສົດຊື່ນ ເພາະນໍ້າຈະເຮັດໃຫ້ອອກຊີໃນເລືອດ ແລະເຮັດໃຫ້ເຮັດວຽກໄດ້ເຕັມທີ່ຕະຫຼອດໝົດມື້
  2. ອອກໄປສູດອາດບໍລິສຸດເພື່ອຜ່ອນຄາຍສະໝອງ: ການນັ່ງເບິ່ງໜ້າຈໍຄອມເປັນເວລາດົນ ອາດເຮັດໃຫ້ສະໝອງຮູ້ສຶກເມື່ອຍ, ສາຍຕາກໍເລີ່ມບໍ່ເຫັນແຈ້ງ, ດັ່ງນັ້ນ ຄວນຫາໂອກາດອອກໄປນອກຫ້ອງການເລັກໜ້ອຍ ໃຫ້ຮ່າງກາຍໄດ້ພົບກັບອາກາດບໍລິສຸດ ແລະເພື່ອເຮັດໃຫ້ສາຍຕາໄດ້ເບິ່ງໄປໄກໆ ເປັນການພັກສາຍຕາຈັກ 10-15 ນາທີ ເທົ່ານີ້ກໍພຽງພໍແລ້ວ
  3. ເລືອກກິນອາຫານທີ່ດີຕໍ່ສຸຂະພາບ: ຄວນເລືອກກິນອາຫານທີ່ໃຫ້ໂປຣຕີນສູງເຊັ່ນ: ຊີ້ນສັດ, ຖົ່ວ, ຊີ້ນໄກ່ ຫຼືອາຫານປະເພດແປ້ງທີ່ບໍ່ເພີ່ມສີ ທີ່ຈະຊ່ວຍໃຫ້ອິ່ມດົນ ເພາະໄຟເບີສູງ ແລະຍັງມີຄາໂບໄຮເດດ ທີ່ເຮັດໃຫ້ບໍ່ຢາກອາຫານຕະຫຼອດ ຫຼືຖ້າຢາກບຳລຸງສະໝອງ ຄວນເລືອກກິນອາຫານປະເພດໄຂ່, ປາ, ອາໂວກາໂດ ຈະດີຕໍ່ສຸຂະພາບ
  4. ຫຼຸດຄວາມຄຽດດ້ວຍການຈັດການທີ່ດີກວ່າເກົ່າ: ຄວາມຄຽດເກີດຂຶ້ນໄດ້ທຸກມື້ ເພາະຈັດການຫຍັງບໍ່ເປັນຈັກຢ່າງ ດັ່ງນັ້ນ ການເຮັດວຽກໝົດມື້ ຕ້ອງຜ່ານການຄິດ ແລະການຈັດລຳດັບຄວາມສຳຄັນມາກ່ອນ ເພື່ອໃຫ້ເຮົາໄດ້ຮຽບຮຽງສິ່ງທີ່ຄວນເຮັດໃນແຕ່ລະວັນ, ຈະເຮັດໃຫ້ເຮົາຈັດການຊີວິດໄດ້ງ່າຍຂຶ້ນ ຄວາມຄຽດກໍຈະຫຼຸດລົງໄດ້
  5. ແບ່ງເວລາອອກກຳລັງກາຍ: ຄວນຈັດເວລາສຳລັບການອອກກຳລັງກາຍຢ່າງໜ້ອຍອາທິດລະ 3​ ເທື່ອ, ເທື່ອລະ 30 ນາທີ ຖ້າເຮັດແບບນີ້ຕະຫຼອດໄປຈະເຮັດໃຫ້ສຸຂະພາບດີຂຶ້ນ ແລະຮູ້ສຶກໄດ້ຢ່າງຊັດເຈນ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...