spot_img
Homeຂ່າວຕ່າງປະເທດຊາຍໜຸ່ມປ່ວຍເປັນມະເຮັງສະໝອງ ຫາກໍ່ຮູ້ວ່າພັນລະຍາຖືພາ ທັງທີ່ເຫຼືອເວລາອີກບໍ່ພໍເທົ່າໃດເດືອນ

ຊາຍໜຸ່ມປ່ວຍເປັນມະເຮັງສະໝອງ ຫາກໍ່ຮູ້ວ່າພັນລະຍາຖືພາ ທັງທີ່ເຫຼືອເວລາອີກບໍ່ພໍເທົ່າໃດເດືອນ

Published on

ເວັບໄຊເດລີ່ເມວ ລາຍງານເມື່ອວັນທີ 29 ທັນວາ 2016 ຜ່ານມາວ່າ ຊາຍໜຸ່ມຄົນໜຶ່ງ ທີ່ຕ້ອງຮູ້ວ່າຕົນເອງເປັນມະເຮັງສະໝອງ ຈາກນັ້ນ 1​ ອາທິດຕໍ່ມາກໍຮູ້ວ່າ ຕົນເອງກໍາລັງຈະມີລູກຄົນທີສອງ ແລະອາການທີ່ລາວເປັນສົ່ງຜົນໃຫ້ ຈະຢູ່ກັບຄອບຄົວໄດ້ອີກບໍ່ພໍເທົ່າໃດເດືອນ

ຊາຍໜຸ່ມຄົນດັ່ງກ່າວຊື່ວ່າ ເບັນ ຊຸຍຊາລ່າ ອາຍຸ 25 ປີ ເຊິ່ງເປັນນັກກິລາຣັບບີ້ ຢູ່ໃນລີກອອສເຕຣເລຍ ເຊິ່ງເມື່ອບໍ່ດົນມານີ້ເຂົາກໍເກີດມີອາການເຈັບຫົວຮຸນແຮງຕິດຕໍ່ກັນເປັນເດືອນ ຈົນໄດ້ອອກຈາກວຽກ ເຊິ່ງຫຼັງຈາກຮູ້ວ່າເປັນມະເຮັງສະໝອງ ເມື່ອຊ່ວງເດືອນກຸມພາ 2016 ຜ່ານມາ ແລະອາການເຈັບຫົວຂອງລາວກໍແຮງຂຶ້ນ ຈົນສູນເສຍຄວາມສາມາດໃນການເບິ່ງເຫັນ, ເວົ້າ, ຍ່າງ ບໍ່ໄດ້

ben2

ແນວໃດກໍຕາມ ໜຶ່ງອາທິດຕໍ່ມາ ຫຼັງຈາກໄດ້ຮູ້ວ່າຕົວເອງເປັນມະເຮັງສະໝອງ ເບັນ ກໍໄດ້ຮູ້ຂ່າວດີ ເມື່ອ ເຈສ ຜູ້ເປັນພັນລະຍາ ຖືພາລູກຄົນທີ່ສອງມາເປັນສະມາຊິກຄົນໃໝ່ ຕໍ່ຈາກ ລູກ້າ ລູກສາວກົກ ອາຍຸ 2 ປ, ເຊິ່ງຕອນນີ້ເລັກ ກໍໄດ້ 4 ເດືອນແລ້ວ ເຊິ່ງ ເຈສ ຕັ້ງໃຈວ່າຈະໃຊ້ຊີວິດຄອບຄົວທຸກວັນຢ່າງອົບອຸ່ນເທົ່າທີ່ເຮັດໄດ້ ເຖິງແມ່ນວ່າເບັນ ອາດຈາກໄປໃນອີກບໍ່ດົນນີ້

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...