Homeຂ່າວເຫດການປີໃໝ່ ກະສິກຳ-ປ່າໄມ້ ຈະຫັນປ່ຽນຄວາມຮັບຮູ້ເກົ່າໄປສູ່ອັນໃໝ່

ປີໃໝ່ ກະສິກຳ-ປ່າໄມ້ ຈະຫັນປ່ຽນຄວາມຮັບຮູ້ເກົ່າໄປສູ່ອັນໃໝ່

Published on

ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ກ່າວໃນພິທີປິດກອງປະຊຸມກະສິກຳ-ປ່າໄມ້ ແລະ ພັດທະນາຊົນນະບົດໃນວັນທີ 28 ທັນວາ 2016 ຜ່ານມານີ້ວ່າ: ຕະຫລອດໄລຍະດຳເນີນກອງປະຊຸມຜູ້ແທນທັງສູນກາງ ແລະ ທອ້ງຖີ່ນໄດ້ສຸມໃສ່ຄົ້ນຄວ້າພິຈາລະນາບັນຫາຕ່າງໆດ້ວຍຄວາມຮັບຜິດຊອບສູງ ເພື່ອສະຫລຸບຕີລາຄາຄືນການເຄື່ອນໄຫວວຽກງານໃນໜື່ງປີຜ່ານມາ ແລະ ພ້ອມກັນກຳນົດທິດທາງ, ຄາດໜາຍສູ້ຊົນເພື່ອຈັດຕັ້ງປະຕິບັດວຽກງານໄລຍະ 4 ປີຕໍ່ໜ້າ ແລະ ປີ 2017 ບົນພື້ນຖານການປ່ຽນແປງຄວາມຮັບຮູ້ເກົ່າໄປສູ່ຈິນຕະນາການອັນໃໝ່ໃນການຄິດ, ການວາງແຜນ ແລະ ວິທີຈັດຕັ້ງປະຕິບັດແນໃສ່ຕີຖອຍສີ່ງທ້າທາຍດ້ານວຽກງານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະ ບົດແກ້ໄຂຄວາມທຸກຍາກຂອງປະຊາຊົນທີ່ປະເທດເຮົາພວມປະເຊີນຢູ່ໃນປະຈຸບັນ ແລະ ອານາຄົດ, ທັງເປັນການສູ້ຊົນປະຕິບັດແຜນງານຄ້ຳປະກັນຄວາມໜັ້ນຄົງດ້ານສະບຽງອາຫານໃຫ້ພຽງພໍໄດ້ຫລາຍກວ່າ 3 ເດືອນ ໃນກໍລະນີເກີດມີໄພພິບັດຮ້າຍແຮງ, ສູ່ຊົນສະນອງຊີ້ນ, ປາຈາກຟາມ ໃຫ້ໄດ້ 30% ຈາກຄວາມຕ້ອງການທັງໝົດ ແລະ ເມື່ອຮອດປີ 2025 ໃຫ້ເພີ່ມຂຶ້ນ 50 % ເປັນຢ່າງຕ່ຈຶ່ງຈະຮັບປະກັນໃຫ້ການສະໜອງຄວາມຕ້ອງການມີຄວາມໝັ້ນທ່ຽງ, ພ້ອມນັ້ນ ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການລາຍງານການພັດທະນາວຽກງານກະສິກຳ ແລະ ປ່າ ໄມ້ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງບັນດາແຂວງ, ລວມເຖິງນະໂຍບາຍຕ່າງໆທີ່ກະຊວງ ແລະ ອົງການຈັດຕັ້ງກ່ຽວຂ້ອງມີຕໍ່ກະ ຊວງກະສິກຳ ແລະ ປ່າໄມ້, ເປັນຕົ້ນແມ່ນກະຊວງອຸດສາກະກຳ  ແລະ ການຄ້າ, ກະຊວງການ ເງິນ, ກະຊວງພະລັງງານ ແລະ ບໍ່ແຮ່, ທະນາຄານແຫ່ງ ສປປ ລາວ ແລະ ອື່ນໆ, ຊຶ່ງລ້ວນແຕ່ເປັນທ່າແຮງທີ່ສຳຄັນໃນການຊຸກດັນການພັດທະນາຂະແໜງກະສິກຳໃຫ້ມີການເຕີບໃຫຍ່ຂະຍຫາຍຕົວ.

ໂອກາດນີ້ທ່ານລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ຍັງໄດ້ຮຽກຮ້ອງເຖິງທຸກພາກສ່ວນນັບແຕ່ສູນກາງ ແລະ ທ້ອງຖີ່ນ ຈົ່ງນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ຈັດຕັ້ງຜັນຂະຫຍາຍຢ່າງເປັນຮູບປະທຳ, ເພື່ອເຮັດໃຫ້ບັນດາຄາດໝາຍຕ່າງໆຂອງວຽກງານກະສິກຳ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດບັນລຸຜົນສຳເລັດຕາມລະດັບຄາດໜາຍທີ່ວາງໄວ້.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...