Homeນານາສາລະ10 ວິທີທີ່ງ່າຍ ແລະມ່ວນ ທີ່ຈະຮຽນຮູ້ພາສາອັງກິດໄດ້ໄວຂຶ້ນ

10 ວິທີທີ່ງ່າຍ ແລະມ່ວນ ທີ່ຈະຮຽນຮູ້ພາສາອັງກິດໄດ້ໄວຂຶ້ນ

Published on

ເຮົາເຄີຍໄດ້ຍິນມາວ່າ ວິທີດຽວທີ່ຈະຮຽນຮູ້ພາສາອັງໄດ້ໃຫ້ໄດ້ ຄືການໄດ້ຮຽນຮູ້ກັບຄວາມມ່ວນຂອງພາສາ ທີ່ອ້ອມຮອບຕົວເຮົາໄປນຳທຸກບ່ອນທີ່ເຮົາໄປ, ແຕ່ເຮົາຕ້ອງການທີ່ຈະໄດ້ຫຼາຍກວ່ານັ້ນ ແລະຊອກຫາວິທີທີ່ງ່າຍ ແລະໄວໃນການເລີ່ມຕົ້ນຮຽນ, ມື້ນີ້ແອັດມິນ ມີ 10 ວິທີ ທີ່ເຮົາສາມາດປະຕິບັດໃຫ້ຮຽນຮູ້ພາສາອັງກິດໄດ້ໄວຂຶ້ນ

  1. ເບິ່ງວິດີໂອທີ່ YouTube ແລະເບິ່ງຢ່າງຫນ້ອຍສອງສາມນາທີ: ດ້ວຍການເບິ່ງວິດີໂອ ສ່ວນຫຼາຍແມ່ນຕະຫຼົກ! ມັນຈະຄຸ້ມຄ່າກັບເວລາສຸດໆ. ພະຍາຍາມອ່ານກ່ອງຄວາມຄິດເຫັນ (comment) ໃນການເລືອກເອົາບາງຄໍາສັບແລະປະໂຫຍກທີ່ທ່ານບໍ່ຄຸ້ນເຄີຍ, ແຕ່ວ່າຈະລະມັດລະວັງມີທຸກປະເພດຂອງ stuff bizarre ໃນຄວາມຄິດເຫັນໃນ
  2. ສົນທະນາແລະຮ້ອງເພງເປັນພາສາອັງກິດກັບຕົວເອງ: ການສົນທະນາເປັນພາສາອັງກິດ ຫຼືການຮ້ອງເພງ ຈະຊ່ວຍໃຫ້ເຈົ້າຮຽນຮູ້ພາສາອັງກິດໄດ້ໄວຂຶ້ນ
  3. ມີ idol ຄົນທີ່ທ່ານມັກ ທີ່ເວົ້າພາສາອັງກິດ:ດ້ວຍການເຂົ້າໄປເບິ່ງທີ່ YouTube ແລະເບິ່ງ ການສໍາພາດພາສາອັງກິດທັງຫມົດຂອງພວກເຂົາ ຈະຊ່ວຍໃຫ້ທ່ານເຂົ້າໃຈພາສາອັງກິດຫຼາຍຂຶ້ນ
  4. ນັ່ງຢູ່ໃກ້ກັບຄົນຜູ້ທີ່ກໍາລັງເວົ້າພາສາອັງກິດ: ຈະເຮັດໃຫ້ເຮົາຮູ້ວ່າ ເຮົາເຂົ້າໃຈຫຼາຍປານໃດ ແລະມີຄຳສັບຫຍັງທີ່ຮູ້ແນ່, ຫົົວຂໍ້ເຂົາເຈົ້າເວົ້າຫຍັງ? ເຮົາຄວນຕັ້ງໃຈຟັງຢ່າງຈົດຈໍ່
  5. ເບິ່ງ ຫຼືອ່ານປ້າຍໂຄສະນາ: ທ່ານຄວນອ່ານປ້າຍ ຫຼືການໂຄສະນາທີ່ຢູ່ໃນວາລະສານ, ໜັງສືພິມ ເພື່ອເຮັດໃຫ້ເຮົາໄດ້ຄິດເຫັນຄຳສັບພາສາອັງກິດຕະຫຼອດ
  6. ຟັງເພງເປັນພາສາອັງກິດ: ຈາກນັ້ນກໍພະຍາຍາມຄິດຫາຄວາມໝາຍຂອງຄໍາສັບ ຫຼືເນື້ອເພງທີ່ເປັນພາສາຂອງເພງ ທີ່ທ່ານມັກ ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງເພງນັ້ນໆ
  7. ເບິ່ງໂທລະພາບ, ລະຄອນ ຫຼື ຮູບເງົາເປັນພາສາອັງກິດ: ການທີ່ເຮົາເບິ່ງໂທລະພາບ, ຮູບເງົາເປັນພາສາອັງກິດ ຈະເຮັດໃຫ້ເຮົາເຂົ້າໃຈ ແລະຮຽນຮູ້ພາສາອັງກິດຫຼາຍຂຶ້ນ
  8. ຮ່ວມບົດສົນທະນາ ເທິງເຟສບຸກ: ດ້ວຍການເແຊັດກັບໝູ່ເພື່ອນ ຫຼືເຂົ້າໄປເບິ່ງໂພດສ໌ເປັນພາສາອັງກິດຂອງພວກເຂົາ
  9. ຊ້ອມເວົ້າພາສາອັງກິດ: ບໍ່ວ່າທ່ານຈະເປັນຄົນຂີ້ອາຍ ຫຼືເວົ້າພາສາອັງກິດໄດ້ໜ້ອຍຫຼາຍປານໃດກໍ່ຕາມ ກໍຄວນບັງຄັບຕົວເອງໃຫ້ມີຄວາມກ້າເວົ້າໃຫ້ຫຼາຍຂຶ້ນ
  10. ອ່ານສື່ພິມທີ່ເປັນພາສາອັງກິດເຊັ່ນ: ເວັບໄຊຂ່າວທີ່ເປັນພາສາອັງກິດ The Laotian Times ທີ່ຮວບຮວມເອົາຂ່າວກ່ຽວກັບປະເທດລາວຫຼາກຫຼາຍປະເພດມາລົງໃຫ້ອ່ານທຸກວັນ

ດັ່ງນັ້ນ ເພື່ອເຮັດໃຫ້ທ່ານຮຽນຮູ້ພາສາອັງກິດໄດ້ໄວຂຶ້ນ ທ່ານຄວນປະຕິບັດຕາມຄຳແນະນຳທີ່ເວົ້າມາຂັ້ນເທິງນັ້ນໃຫ້ໄດ້ ເພື່ອເຮັດໃຫ້ທ່ານໄດ້ຮຽນຮູ້ພາສາອັງກິດໄດ້ໄວຂຶ້ນ
ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່...

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...