Homeຂ່າວເຫດການດ່ານສາກົນບໍ່ເຕັນ ຄາດມີພາຫະນະ ຜ່ານເພີ່ມຂຶ້ນ ຫລັງເລີ່ມລົງມືກໍ່ສ້າງ ທາງລົດໄຟ ລາວ-ຈີນ

ດ່ານສາກົນບໍ່ເຕັນ ຄາດມີພາຫະນະ ຜ່ານເພີ່ມຂຶ້ນ ຫລັງເລີ່ມລົງມືກໍ່ສ້າງ ທາງລົດໄຟ ລາວ-ຈີນ

Published on

ພາຍຫລັງ​ໂຄງການ​ກໍ່ສ້າງ ​ທາງ​ລົດ​ໄຟ​ລາວ-ຈີນ ​ເລີ່​ມລົງມື​ກໍ່ສ້າງ​ ຄາດ​ວ່າ​ຈະ​ມີ​ພາຫະນະ​ເຂົ້າ​ຜ່ານ ​ດ່ານສາກົນ​ບໍ່​ເຕັນ ​​ແຂວງ​ ຫລວງ​ນໍ້າ​ທາ ​​ເພີ່ມ​ຂຶ້ນມື້​ລະ 1000 ກວ່າຄັນ, ເພື່ອ​ເປັນ​ການ​ຮອງ​ຮັບ ​ຕໍ່​ບັນຫາ​ດັ່ງກ່າວ​, ​ຄະນະ​ຮັບຜິດຊອບ​ດ່ານ ​ໄດ້​ມີ​ຄວາມ​ພ້ອມ​ໃນ​ທຸກ​ດ້ານ.

ທ່ານ ພອນ​ໄຊ ຈັນທະ​ສອນ ຫົວໜ້າຄະນະຄຸ້ມຄອງ ດ່ານສາກົນບໍ່​ເຕັນ​ແຂວງ ​ຫລວງ​ນໍ້າ​ທາ ​ໄດ້​ໃຫ້​ສໍາພາດ​ຕໍ່​ສື່​ມວນ​ຊົນ ​ເມື່ອ​ບໍ່​ດົນ​ນີ້​​ວ່າ: ​ເພື່ອ​​ເປັນ​ການ​ຮອງ​ຮັບ ໃຫ້​ກັບ​ພາຫະນະ ຜ່ານ​ດ່ານ​ເພີ່ມ​ຂຶ້ນ​ໃນ​ແຕ່​ລະ​ມື້ ​ຫລັງ​​​ເລີ່​ມ​ການກໍ່ສ້າງ​ທາງ​ລົດ​ໄຟ ​​ລາວ-ຈີນ ຄະນະ​ຮັບຜິດຊອບ​ດ່ານ​ ກໍ​ໄດ້ກະກຽມຄວາມ​ພ້ອມ​ໃນ​ທຸກ​ດ້ານ​ ເປັນຕົ້ນ ພະນັກງານຮັບຜິດຊອບ ໜ່ວຍ​ງານຕ່າງໆ​ ໃຫ້​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ ໃນ​ການ​ອໍານວຍ​ຄວາມ​ສະດວກ​ ເພື່ອ​ບໍ່​ໃຫ້​ມີຄວາມ​ແອ​ອັດຢູ່​ດ່ານ​ ເພາະ​ດ່ານ​ລາວ-ຈີນ​ ເປັນ​ດ່ານ​ທີ່​ໃກ້​ກັນ​ ໃນ​ກໍລະນີ​ທີ່ມີ​ລົດ​ຂະໜາດ​ໃຫຍ່​ ມາ​ຈອດ​ຢູ່​ດ່ານ​ຈີນ. ປັດຈຸບັນ ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ທາງ​ລົດ​ໄຟ​ ກໍ​ໄດ້​ສະ​ເໜີ​ກ່ຽວ​ກັບ​ການ​ນໍາ​ເຂົ້າ​ລົດ​ ທີ່​ມາ​ກໍ່ສ້າງ ​ເຊິ່ງຈະ​ມີພາຫະນະ​ ເພີ່ມ​ຂຶ້ນ​ອີກ​ມື້​ລະ 500-1000 ກວ່າຄັນ. ​ພ້ອມ​ນີ້, ກໍ​ຈະ​ໄດ້​ປະສານ​ກັບ ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ ໃນ​ການ​ກໍານົດ​ເວລາ​ຢ່າງ​ລະອຽດ​ ເພື່ອ​ຈະ​ມີ​ການ​ຂະຫຍາຍ​ ເວລາ​ການ​​ເປີດ-ປິດ​ດ່ານ.

ສໍາລັບດ່ານສາກົນ​ບໍ່​ເຕັນ ປະກອບ​ມີ​ 2 ດ່ານ​ ຄື ດ່ານ​​ໃຫ້​ບໍລິການ​ ກວດກາຄົນ​ເຂົ້າ-ອອກ​ເມືອງ ​ແລະ ດ່ານ​ພາສີ ​ເຊິ່ງມີ​ລົດ​ເຂົ້າ​-ອອກດ່ານ​ ປະມານ 400 ກວ່າຄັນ/​ວັນ. ມີ​ຄົນ​ເຂົ້າ​ອອກ​ປີ​ໜຶ່ງ​ ມີ​ເຖິງ 250.000 ກວ່າຄົນ, ມີ​ສິນຄ້າ​ຜ່ານ​ເຂົ້າ-ອອກດ່ານ​ໃນ​ມູນ​ຄ່າ 1 ຕື້​ກວ່າ​ໂດ​ລາ​ສະຫະລັດ​ຕໍ່​ປີ ​ແລະ ​ໃນ​ແຜນ​ຕໍ່ໜ້າ ​ກ່ຽວ​ກັບ​ການ​ພັດທະນາ​ ເສດຖະກິດ-ສັງຄົມ ​ດ່ານ​ກໍາລັງ​ກໍ່ສ້າງ ​ດ່ານ​ເພີ່ມ​ຂຶ້ນ​ອີກ 2 ດ່ານ ​ຄືດ່ານ​ລົດ​ໂດຍສານ ​ແລະ ດ້ານ​ລົດ​ບັນທຸກ ​ເພື່ອ​ຮອງ​ຮັບ​ບໍ່​ໃຫ້​ມີ​ການ​​ແອ​ອັດ​ ໃນ​ເວລາ​ເຂົ້າ​ອອກ​.

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...