Homeປ່ອງຢ້ຽມດວງດາວຈີນປະກາດມຸ່ງຫນ້າສູ່ການເປັນມະຫາອຳນາດດ້ານອາວະກາດ ຕັ້ງເປົ້າໄວ້ອີກ 4 ປີ ບຸກໄປທີ່ດາວອັງຄານ

ຈີນປະກາດມຸ່ງຫນ້າສູ່ການເປັນມະຫາອຳນາດດ້ານອາວະກາດ ຕັ້ງເປົ້າໄວ້ອີກ 4 ປີ ບຸກໄປທີ່ດາວອັງຄານ

Published on

ຊີເອັນເອັນ ລາຍງານ ຈີນກຳນົດເປົ້າໝາຍກ້າວໄປເປັນມະຫາອຳນາດດ້ານອາວະກາດ ໂດຍວາງໂຄງການບຸກດ້ານມືດຂອງດວງຈັນໃນປີ 2018 ແລະ ໄປທີ່ດາວອັງຄານພາຍໃນທ້າຍປີ 2020 

ໜ່ວຍງານດ້ານອາວະກາດຂອງຈີນອອກຖະແຫຼງເຜີຍແຜ່ເອກະສານນະໂຍບາຍ ແລະ ຈຸດເປົ້າໝາຍໃນອະນາຄົດດ້ານການສຳຫຼວດຫ້ອງອາວະກາດຂອງລັດຖະບານເມື່ອວັນອັງຄານ ທີ 27 ທັນວາ ທີ່ຜ່ານມາ.

ໂດຍໂຄງການດ້ານອາວະກາດຂອງຈີນໄດ້ເຕີບໃຫຍ່ຂຶ້ນຢ່າງໄວວາ ແລະ ເຕັມໄປດ້ວຍຄວາມທະເຍີທະຍານ ວາງເປົ້າໝາຍບຸກດ້ານມືດຂອງດວງຈັນໃນປີ 2018 ແລະ ໄປເຢືອນດາວອັງຄານທ້າຍປີ 2020

ອູ໋ ວ່ານຫົວ ຮອງຫົວໜ້າອົງການບໍລິຫານອາວະກາດຈີນ ລະບຸວ່າ ປັກກິ່ງມີເປົ້າໝາຍສົ່ງຍານອາວະກາດລຳທຳອິດໄປທີ່ດາວອັງຄານໃນປີ 2020 ສຳລັບໂຄຈອນດາວອັງຄານ ແລະ ສຳຫຼວດທົ່ວໆ ຈາກນັ້ນກໍ່ຈະຕາມດ້ວຍພາລະກິດທີສອງ ເຊິ່ງນັ້ນຈະຮວມເຖິງການເກັບຕົວຢ່າງພື້ນຜິວຂອງດາວອັງຄານ

ທ່ານ ອູ໋ ເຜີຍອີກວ່າ ຈີນຍັງມີແຜນສົ່ງຍານອາວະກາດໄປທີ່ດາວພະຫັດ ແລະ ດາວບໍລິວານອີກດ້ວຍ “ນັ້ນຄືເປົ້າໝາຍໂດຍລວມຂອງຈີນ ຄາດໄວ້ປະມານ ປີ 2030 ຈີນຈະເປັນໜຶ່ງໃນມະຫາອຳນາດດ້ານອາວະກາດຂອງໂລກ”

ແຫລ່ງຂ່າວຈາກ: http://www.manager.co.th/Around/ViewNews.aspx?NewsID=9590000129812

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...