spot_img
Homeຂ່າວຕ່າງປະເທດຮ່າງກົດໝາຍມຽນມາ ຜູ້ຊາຍເຮັດໃຫ້ຜູ້ຍິງຖືພາ ແລ້ວບໍ່ຮັບຜິດຊອບ ຕິດຄຸກ 7 ປີ

ຮ່າງກົດໝາຍມຽນມາ ຜູ້ຊາຍເຮັດໃຫ້ຜູ້ຍິງຖືພາ ແລ້ວບໍ່ຮັບຜິດຊອບ ຕິດຄຸກ 7 ປີ

Published on

ສຳນັກຂ່າວເອເອຟພີ ລາຍງານເມື່ອວັນທີ 28 ທັນວາ 2016 ຜ່ານມາວ່າ ທ່ານນໍທາວາ ຫົວໜ້າກະຊວງສະຫວັດດີການສັງຄົມຂອງມຽນມາ ເປີດເຜີຍເຖິງຮ່າງກົດໝາຍທາງສັງຄົມ ເຊິ່ງເປັນທີ່ສົນໃຈຂອງສັງຄົມ ຫາກຜູ້ຊາຍຄົນໃດເຮັດຜູ້ຍິງມີລູກແລ້ວບໍ່ຍອມຮັບ, ບໍ່ຍອມແຕ່ງງານນຳ ຈະຕ້ອງຖືກພິຈາລະນາຄະດີ ແລະລົງໂທດຈຳຄຸກ 7 ປີຂຶ້ນໄປ

ຮ່າງກົດໝາຍສະບັບດັ່ງກ່າວ ສະທ້ອນເຖິງການໃຫ້ຄວາມສຳຄັນກັບສິດທິແມ່ຍິງຫຼາຍຂຶ້ນ ແລະເອົາຜິດທາງອາຍາຕໍ່ຜູ້ເຮັດຄວາມຮຸນແຮງໃນຄອບຄົວ ເປັນຄັ້ງທຳອິດ ແລະຍັງປົກປ້ອງຄວາມຮຸນແຮງ ຕໍ່ແມ່ຍິງ ຈາກພວກຂົ່ມຂືນໄດ້ ດ້ວຍການເປີດໂອກາດໃຫ້ຜູ້ຍິງຂຶ້ນຮຽກຮ້ອງສິດທິຄວາມເປັນທຳ

ຫາກຮ່າງກົດໝາຍຜ່ານສະພາ ບົດລົງໂທດສຳລັບຜູ້ຊາຍ ທີ່ບໍ່ຍອມແຕ່ງງານ ກັບຜູ້ຍິງທັງທີ່ຢູ່ນຳກັນແລ້ວຄື ຕິດຄຸກ 5 ປີ ແລະກໍລະນີທີ່ຜູ້ຍິງຖືພາແລ້ວ ແຕ່ບໍ່ຍອມແແຕ່ງງານນຳ ຕ້ອງຕິດຄຸກ 7 ປີ, ແຕ່ສັງຄົມໃນມຽນມາ ຜູ້ຍິງຍັງມີສະຖານະທີ່ດ້ອຍກວ່າຜູ້ຊາຍຫຼາຍ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...