Homeນານາສາລະ7 ນິໄສບໍ່ດີ ທີ່ຄວນແກ້ໄຂດ່ວນ ແລ້ວຊີວິດຈະດີຂຶ້ນ

7 ນິໄສບໍ່ດີ ທີ່ຄວນແກ້ໄຂດ່ວນ ແລ້ວຊີວິດຈະດີຂຶ້ນ

Published on

ນິໄສຂອງຄົນເຮົາ ມີທັງດີ ແລະບໍ່ດີ ແຕ່ຖ້າມີສິ່ງທີ່ດີກໍຄວນເກັບນິໄສນັ້ນໄວ້ຕໍ່ໄປ ແຕ່ຖ້າຫາກມີນິໄສບໍ່ດີ ກໍຄວນແກ້ໄຂ ເພື່ອເຮັດໃຫ້ຊີວິດຂອງຕົນເອງດີຂຶ້ນກວ່າເກົ່າ

  1. ຄຽດແລ້ວກິນ: ຄວາມຊິນເຄີຍ ເຮັດໃຫ້ຕິດເປັນນິໄສ ຈົນເຮັດໃຫ້ຄວາມຄຽດຄັ້ງຕໍ່ໆໄປ ຈະກິນຕະຫຼອດ ຈົນຕຸ້ຍ ແລະພູມຄຸ້ມກັນຕໍ່າ
  2. ບໍ່ອອກກຳລັງກາຍ: ເວລາທຸກຄົນມີເທົ່າກັນ ເຖິງວ່າເຮັດວຽກຫຼາຍໄດ້ເງິນຫຼາຍ ແຕ່ບາງຄັ້ງວຽກຫຼາຍເຮັດໃຫ້ປ່ວຍ ຍາມບໍ່ສະບາຍກໍຕ້ອງໄດ້ໃຊ້ເງິນເກັບມາຮັກສາ ດັ່ງນັ້ນຄວນເຮັດວຽກໃຫ້ພໍດີ ແລະຫາເວລາອອກກຳລັງກາຍ
  3. ຢູ່ໜ້າຈໍຄອມ ຫຼືໂທລະສັບດົນເກີນໄປ: ເພາະຈະເຮັດໃຫ້ການປັບຕົວປະຕິສຳພັນກັບຄົິວນອ້ອມຂ້າໜ້ອຍລົງ, ການເຄື່ອນໄຫວໜ້ອຍລົງ ແລະເຊື່ອມຊຶມກັບຄອມພິວເຕີຫຼາຍເກີນໄປບໍ່ດີກັບສຸຂະພາບໄດ້
  4. ດື່ມສຸລາ ແລະສູບຢາ: ຢາສູບບໍ່ດີຕໍ່ສຸຂະພາບ ແລະສຸລາຫຼາຍເກີນໄປ ຈະເຮັດໃຫ້ຮ່າງກາຍອ່ອນເພຍໄດ້
  5. ກິນຊີ້ນແດງຫຼາຍເກີນໄປ: ການກິນຊີ້ນແດງປະລິມານ 300 ກຣາມ ຕໍ່ອາທິດ ຖືວ່າຫຼາຍເກີນໄປເພາະສ່ຽງຕໍ່ມະເຮັງຕ່າງໆໄດ້
  6. ກິນອາຫານປະເພດແປ້ງ ແລະນໍ້າອັດລົມ: ການກິນອາຫານປະເພດທີ່ມີສ່ວນປະສົມຂອງແປ້ງຫຼາຍເກີນໄປ ບໍ່ດີຕໍ່ສຸຂະພາບ ເພາະກິນຫຼາຍກໍຈະສະສົມໃນຮ່າງກາຍຫຼາຍເທົ່ານັ້ນ ແລະນໍ້າອັດລົມກໍບໍ່ຄວນກິນຫຼາຍເກີນໄປ ແຕ່ຄວນກິນນໍ້າໝາກໄມ້ຈະດີກວ່າ
  7. ເວົ້າຂໍໂທດບໍ່ເປັນ: ເວລາເຮັດຫຍັງຜິດພາດ ກໍຄວນຂໍໂທດຄົນອື່ນ ຫຼືພະຍາຍາມເວົ້າວ່າ ເຂົ້າຂ້າງຕົນເອງ ເຊິ່ງບໍ່ຄວນເຮັດແບບນັ້ນເລີຍ ຄວນເວົ້າຂໍໂທດ ແລ້ວກໍເວົ້າເຖິງການແກ້ໄຂ ແລະປ້ອງກັນໃນຄັ້ງຕໍ່ໄປດີກວ່າ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...