Homeຂ່າວເຫດການແຕ່ງຕັ້ງຮອງຫົວໜ້າ ຫ້ອງວ່າການສູນກາງພັກ

ແຕ່ງຕັ້ງຮອງຫົວໜ້າ ຫ້ອງວ່າການສູນກາງພັກ

Published on

​ໃນ​ວັນ​ທີ 28 ທັນວາ 2016ຜ່ານມານີ້, ​ໄດ້​ມີ​ການ​ປະກາດ​ແຕ່ງ​ຕັ້ງ ທ່ານ ສົມບັດ ​ເຢຍລີ​ເຮີ ​ແລະ ທ່ານ ຄຳ​ຜາ ພິມ​ມະ​ສອນ ​ເປັນ​ຮອງ​ຫົວໜ້າ ຫ້ອງ​ວ່າການ​ສູນ​ກາງ​ພັກ ຕາມ​ມະຕິ​ຕົກລົງ​ ຂອງ​ຄະນະ​ເລຂາທິການ​ ສູນ​ກາງ​ພັກ ​​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ ຂອງ​ວຽກງານ​ ຫ້ອງ​ວ່າການ​ສູນ​ກາງ​ພັກ ​ໃນ​ໄລຍະ​ໃໝ່​ ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ. ​ໃຫ້ກຽດ​ເຂົ້າຮ່ວມ​ເປັນ​ ສັກຂີ​ພິຍານຂອງ​ ທ່ານ ຄຳ​ພັນ ພົມ​ມະ​ທັດ ກຳມະການ​ ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລຂາທິການ​ສູນ​ກາງ​ພັກ ຫົວໜ້າຫ້ອງ​ວ່າການ​ ສູນ​ກາງ​ພັກ ພ້ອມຄະນະ​ພັກ-ຄະນະ​ນຳ ​​ແລະ ພະນັກງານ ຫ້ອງ​ວ່າການ​ສູນ​ກາງ​ພັກ.

​ໃນ​ໂອກາດ​ນີ້ ທ່ານ​ ຄຳ​ພັນ ພົມ​ມະ​ທັດ ​ໄດ້​ສະ​ແດງ​ຄວາມ​ຊົມ​​ເຊີຍ ຕໍ່ການ​ປັບປຸງ​ຄະນະ​ນຳ​ ຫ້ອງ​ວ່າການ​ສູນ​ກາງ​ພັກ​ ໃນ​ຄັ້ງ​ນີ້ ​ເປັນ​ການ​ເພີ່ມ​ທະວີ​ບົດບາດ ​ແລະ ຄວາມ​ສາມາດ ​ໃນ​ການ​ຊີ້​ນຳ​ນຳພາ ​ແລະ ​ແບ່ງ​ຄວາມ​ຮັບຜິດຊອບ​ ພາຍ​ໃນ​ຄະນະ​ພັກ ​ແລະ ຄະນະ​ນຳ​ຫ້ອງ​ວ່າການ​ ສູນກາງ​ພັກ ທັງ​ເປັນ​ການ​ສ້າງ​ທ່າ​ແຮງ ​ແລະ ປະສິດທິພາບ ​ໃນ​ການ​ເປັນ​ເສນາ​ທິການ ​ຮັບ​ໃຊ້​ກົມ​ການ​ເມືອງ​ ສູນ​ກາງ​ພັກ ​ໃຫ້​ດີ​ກວ່າ​ເກົ່າ

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...