spot_img
Homeຂ່າວພາຍ​ໃນນາຍົກ ເນັ້ນໜັກໃຫ້ຂະແໜງແຮງງານ ຕ້ອງເອົາໃຈໃສ່ພັດທະນາສີມືແຮງງານ ຢ່າງຮອບດ້ານ

ນາຍົກ ເນັ້ນໜັກໃຫ້ຂະແໜງແຮງງານ ຕ້ອງເອົາໃຈໃສ່ພັດທະນາສີມືແຮງງານ ຢ່າງຮອບດ້ານ

Published on

ໃນຕອນເຊົ້າ ຂອງວັນທີ 28 ທັນວາ 2016 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມວຽກແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈຳປີ 2016 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານກອງປະຊຸມ ຂອງທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ມີບັນດາ ທ່ານຮອງລັດຖະມົນຕີກະຊວງ, ຮອງຫົວໜ້າອົງທຽບເທົ່າອ້ອອມຂ້າງສູນກາງ, ພະນັກງານຫຼັກແຫຼ່ງຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີ ການສັງຄົມ ບັນດາແຂວງ-ນະຄອນຫຼວງວຽງຈັນ, ບໍລິສັດຈັດຫາງານ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

28-12-2016-05

ໃນໂອກາດດັ່ງກ່າວ, ນາຍົກ ໄດ້ຮັບຟັງການລາຍງານ ຜົນການຈັດຕັ້ງປະຕິບັດວຽກແຮງງານ ແລະ ສະຫວັດດີການສັງຄົມ ປີ 2016 ແລະ ແຜນການ ປີ 2017 ໂດຍຫຍໍ້ ຈາກທ່ານ ປອ. ຄຳແພງ ໄຊສົມແພງ. ຫຼັງຈາກນັ້ນ, ນາຍົກ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນ, ປະຫວັດການເຄື່ອນໄຫວ ກໍ່ຄື ການພັດທະນາ, ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະທີ່ຜ່ານມາ ລວມທັງ ຄວາມທ້າທາຍຕ່າງໆ ໃນປະຈຸບັນ ກໍ່ຄື ອະນາຄົດ ໂດຍສະເພາະ ໃນເງື່ອນໄຂການ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ໃນໂອກາດດຽວກັນ, ທ່ານໄດ້ເນັ້ນໜັກໃຫ້ຂະແໜງແຮງງານ ຕ້ອງເອົາໃຈໃສ່ພັດທະນາສີມືແຮງງານ ຢ່າງຮອບດ້ານ ໃຫ້ມີຄຸນນະພາບ, ມີຄວາມສາມາດ, ມີລະບຽບວິໄນ, ໄດ້ມາດຖານ, ມີຄວາມອົດທົນ, ມີຄວາມເຂັ້ມຂອງງານສູງ, ຮັບປະກັນໃຫ້ສາມາດແຂ່ງຂັນໄດ້ ພ້ອມນັ້ນ ບັນດາກະຊວງ, ອົງການ, ຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ  ຕ້ອງມີການປະສານສົມທົບກັນຢ່າງແໜ້ນແຟ້ນ  ເພື່ອວາງແຜນພັດທະນາ ແລະ ສ້າງສີມືແຮງງານ ໃນດ້ານຕ່າງໆຢ່າງສົມສ່ວນ, ທັງສອດຄ່ອງ ແລະ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ແກ່ການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດໃນອະນາຄົດ; ເອົາໃຈໃສ່ຄຸ້ມຄອງແຮງງານໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ໂດຍຈຳກັດ ແລະ ແກ້ໄຂແຮງງານທີ່ຜິດກົດໝາຍ; ການຈັດສັນ-ຈັດຫາງານ ແມ່ນບໍ່ໃຫ້ມີການເອົາລັດເອົາປຽບກັນ, ຕ້ອງເຂັ້ມງວດໃນການກວດກາ ການນຳໃຊ້ ແລະ ການຈ້າງງານ ທັງນີ້ ກໍ່ເພື່ອປົກປ້ອງສິດຜົນປະໂຫຍດ ຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ດ້ວຍຄວາມຍຸຕິທຳ (ພາກລັດຕ້ອງເຮັດໜ້າທີ່ອຳນວຍຄວາມສະດວກຢ່າງແທ້ຈິງ), ຂະແໜງແຮງງານ ຕ້ອງເປັນເຈົ້າການປະສານສົມທົບກັບ ບັນດາຫົວໜ່ວຍຜູ້ໃຊ້ແຮງງານ ແລະ ພາກສ່ວນກ່ຽວຂ້ອງ ກ່ຽວກັບ ຄວາມຕ້ອງການນຳໃຊ້ແຮງງານ ແລະ ຄວາມສາມາດໃນການສະໜອງແຮງງານ ໃນນັ້ນ ພາກສ່ວນທີ່ນຳໃຊ້ແຮງງານ ຕ້ອງມີສ່ວນຮ່ວມໃນການສ້າງ ແລະ ພັດທະນາ ສີມືແຮງງານ ພ້ອມນັ້ນ ໃຫ້ເອົາໃຈໃສ່ປຸກລະດົມສ້າງຈິດສຳນຶກ ໃນການສ້າງຄ່ານິຍົມແກ່ສັງຄົມ ຫັນໄປຮຽນອະຊີວະ ຫຼື ວິຊາຊີບ ທີ່ໄດ້ນຳໃຊ້ແຮງງານຕົວຈິງຫຼາຍຂຶ້ນ; ວຽກສະຫວັດດີການສັງຄົມ: ໃຫ້ເອົາໃຈໃສຕື່ມ ການປະຕິນະໂຍບາຍຕໍ່ພະນັກງານບຳນານ, ນັກຮົບເກົ່າ, ຜູ້ມີຜົນງານຕໍ່ປະເທດຊາດ ຢ່າງໃຫ້ຖືກຕ້ອງ, ແທດເຖິງ-ທົ່ວເຖິງ, ຖືກເປົ້າໝາຍ, ມີຄວາມເປັນທຳ ທີ່ສຳຄັນ ຂໍ້ມູນຕ້ອງຊັດເຈນ, ຫຼີກລ້ຽງປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ ການປະຕິບັດນະໂຍບາຍບໍ່ຖືກເປົ້າໝາຍ, ບໍ່ທົ່ວເຖິງ, ການສໍ້ລາດບັງຫຼວງ, ບັນຫາຢາເສບຕິດ ໃນກຸ່ມຜູ້ອອກແຮງງານ ແລະ ອື່ນໆ ບັນຫາເຫຼົ່ານີ້ ຕ້ອງໄດ້ກວດກາຄືນ; ການນຳໃຊ້ງົບປະມານຈາກການຊ່ວຍເຫຼືອ ຕ້ອງເປັນເຈົ້າການໃນການຄຸ້ມຄອງ ແລະ ນຳໃຊ້ຢ່າງຖືກຕ້ອງ, ຖືກເປົ້າໝາຍ, ໂປ່ງໃສ, ມີປະສິດທິຜົນ, ມີຄວາມໜ້າເຊື່ອຖື ໃຫ້ສາມາດສືບຕໍ່ຍາດແຍ່ງ ເອົາການຊ່ວຍເຫຼືອໄດ້ຫຼາຍຂຶ້ນກວ່າເກົ່າ; ວຽກງານແກ້ໄຂໄພພິບັດ, ຊ່ວຍຜູ້ທຸກຍາກ, ຜູ້ປະສົບໄພ… ແມ່ນໃຫ້ປະຕິບັດໄວ, ທັນກັບສະພາບການ, ແທດເຖິງຕົວຈິງ ພ້ອມທັງ ຈັດຕາໜ່າງກຽມຄວາມພ້ອມຮັບມືກັບໄພພິບັດ; ເອົາໃຈໃສ່ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ກຸ່ມຄົນຜູ້ສູງອາຍຸ, ພະນັກງານບຳນານ ໄດ້ມີການເຄື່ອນໄຫວ ແລະ ພົບປະກັນເປັນປະຈຳ. ໃນຕອນທ້າຍ, ທ່ານໄດ້ຮຽກຮ້ອງພະນັກງານ ທົ່ວຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຕ້ອງອອກແຮງຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນສົມບັດ ສິນທຳປະຕິວັດ, ມີຈັນຍາບັນ, ຈັນຍາທໍາ, ຕ້ອງຮັກວຽກ, ພູມໃຈໃນໜ້າທີ່ຂອງຕົນ, ມີນໍ້າໃຈເສຍສະຫຼະເພື່ອປະເທດຊາດ ແລະ ປະຊາຊົນ, ຮູ້ຮັກຊາດ, ຮັກບ້ານເກີດເມືອງນອນ, ມີຄວາມເປັນແບບຢ່າງຮອບດ້ານ, ສືບຕໍ່ຮັກສາພາບພົດອັນດີງາມຂອງພັກ-ລັດ, ຕ້ອງມີຄວາມກະຕັນຍູຮູ້ບຸນຄຸນ ແລະ ເຄົາລົບນັບຖື ຕໍ່ຜູ້ມີຜົນງານຕໍ່ປະເທດຊາດ ຢ່າງແທ້ຈິງ.

ແຫຼ່ງຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...