Homeນານາສາລະ8 ນິໄສທີ່ບໍ່ຄວນເຮັດໃນບ່ອນເຮັດວຽກ

8 ນິໄສທີ່ບໍ່ຄວນເຮັດໃນບ່ອນເຮັດວຽກ

Published on

ສຳລັບຄົນທີ່ກຳລັງເຮັດວຽກ ໜ້າທີ່ວຽກງານບົ່ງບອກເຖິງຄຸນນະພາບຊີວິດ ແລະຖານະຄວາມເປັນຢູ່ທີ່ດີ, ຄົນສ່ວນຫຼາຍມັກໃຊ້ເວລາຢູ່ກັບເຮັດວຽກ ແລະຫົວໜ້າຫຼາຍກວ່າ 5 ວັນຕໍ່ອາທິດ, ດັ່ງນັ້ນ ບ່ອນເຮັດວຽກກໍປຽບຄືກັບເຮືອນຫຼັງທີສອງ, ໝູ່ທີ່ເຮັດວຽກນຳກັນກໍຄືກັບຄອບຄົວ, ດັ່ງນັ້ນການຢູ່ຮ່ວມກັນຈຶ່ງຈຳເປັນທີ່ຈະຢູ່ໄດ້ດີ ມີຄວາມສຸກ, ບໍ່ດັ່ງນັ້ນ ຫາກວ່າເຈົ້າເຂົ້າກັບໝູ່ບໍ່ໄດ້ ກໍຈະມີບັນຫາຕາມມາ ແລະນິໄສທີ່ບໍ່ຄວນເຮັດໃນບ່ອນເຮັດວຽກມີດັ່ງນີ້

  1. ເອົາແຕ່ໃຈຕົນເອງ: ການເອົາຄວາມຄິດຂອງຕົນເອງເປັນໃຫຍ່ ເຮັດທຸກຢ່າງຕາມໃຈຕົນເອງ ໃຫ້ຄົນອື່ນເຮັດຕາມທີ່ຕົນມັກ ຖ້າເຮັດນິໄສແບບນີ້ ຈະເຮັດໃຫ້ບໍ່ມີໃຜຫຼິ້ນນຳ, ເຖິງເວົ້ານຳກໍຄືຈະແມ່ນແຕ່ເລື່ອງວຽກເທົ່ານັ້ນ
  2. ມັກຂາດ, ມັກລາພັກ ແລະມາສວາຍຕະຫຼອດ: ການເຮັດແບບນີ້ ກໍຄືກັບການເອົາປຽບຫ້ອງການ ແລະໝູ່ທີ່ເຮັດວຽກນຳກັນ
  3. ມັກເວົ້າຂວັນຄົນອືື່ນ: ການເວົ້າໃຫ້ຄົນອື່ນໄດ້ຮັບຄວາມເສຍຫາຍ ເຖິງວ່າຄົນທີ່ເຈົ້າເວົ້ານັ້ນຈະບໍ່ໄດ້ຍິນ ແຕ່ຄົນທີ່ຟັງນຳ ຈະຮູ້ຈັກທາດແທ້ຂອງເຈົ້າ ແລະເຂົາກໍຈະຄິດວ່າເຈົ້າເປັນຄົນບໍ່ດີມັກເວົ້າຂວັນຄົນອື່ນ
  4. ມັກຢືມເງິນຄົນອື່ນ: ການຢືມເງິນຕະຫຼອດ ຈະເຮັດໃຫ້ຄົນທີ່ຖືກເຈົ້າຢືມນັ້ນລຳຄານ ເພາະເຫັນໜ້າຍາມໃດກໍມີແຕ່ຢືມເງິນ, ແມ່ນຢູ່ວ່າການຢືມເງິນແລ້ວຕ້ອງໃຊ້ຄືນ ແຕ່ວ່າຖ້າຮອດເວລາແລ້ວບໍ່ຄືນ ຈະເຮັດໃຫ້ເຈົ້າເສຍຫາຍ ບໍ່ພຽງແຕ່ຄວາມສຳພັນລະຫວ່າງສອງຄົນເທົ່ານັ້ນເພາະຖ້າທຸກຄົນຮູ້ ເຂົາອາດຈະເບິ່ງເຈົ້າບໍ່ດີ
  5. ມັກປະຈົບປະແຈງ ແລະມັກຟ້ອງຫົວໜ້າ: ເຊິ່ງນິໄສແບບນີ້ສັງເກດໄດ້ຈາກ ມັກຈັບຜິໝູ່ຮ່ວມງານ, ເວົ້າສຽງດັງໃຫ້ຫົວໄດ້ຍິນນຳ, ລໍຖ້າກິນເຂົ້າພ້ອມຫົວໜ້າ
  6. ໃຈຮ້ອນ: ຄວາມໃຈຮ້ອນທີ່ເກີດຂຶ້ນຕະຫຼອດຈະສ້າງຫຼົ້ມເຫຼວແກ່ການເຮັດວຽກ, ບໍ່ມີໃຜຢາກຮ່ວມວຽກງານນຳ
  7. ມັກເອົາບັນຫາສ່ວນຕົວມາເລົ່າ: ດ້ວຍການເຫັນໃຜກໍເລົ່າໃຫ້ຄົນອື່ນຟັງ ຈະເຮັດໃຫ້ຄົນອື່ນເບິ່ງເຮົາແບບບໍ່ດີ ແລະບໍ່ມີໃຜຢາກຄົບຫານຳ
  8. ລັກເອົາວຽກນອກມາເຮັດ: ເຊິ່ງມັນບໍ່ເໝາະສົມທີ່ສຸດ ເພາະເວລາວຽກກໍຄືເວລາວຽກ ບໍ່ຄວນເອົາວຽກອື່ນມາເຮັດເດັດຂາດ

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...