Homeຂ່າວເຫດການອາກາດຈະເຢັນລົງປະມານ 2-4 ອົງສາຢູ່ທົ່ວທຸກພາກຂອງລາວ

ອາກາດຈະເຢັນລົງປະມານ 2-4 ອົງສາຢູ່ທົ່ວທຸກພາກຂອງລາວ

Published on

ຕາມການລາຍງານຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ທັນວາ 2016 ຫາ ວັນທີ 1 ມັງກອນ 2017, ມວນອາກາດໜາວເຢັນຈະມີກຳລັງແຮງເພີ້ມຂຶ້ນຕື່ມ, ປົກຄຸມຢູ່ທົ່ວພາກຂອງລາວ ສົມທົບກັບກະແສລົມຕາເວັນຕົກອອກສ່ຽງເໜືອພັດປົກຄຸມດ້ວຍກຳລັງປານກາງ ຫາແຮງ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງຢູ່ຕື່ມອີກ 2-4 ອົງສາ, ໂດຍສະເພາະຢູ່ແຂວງພາກເໜືອຫາພາກກາງ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ, ພາກເໜືອດ້ານຕາເວັນອອກ: ອາກາດຈະໜາວເຢັນຫລາຍ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕ່ຳສຸດ 6-8 ອົງສາ ແລະ ສູງສຸດ 15-17 ອົງສາ, ພາກເໜືອດ້ານຕາເວັນຕົກ: ອາກາດຈະໜາວເຢັນລົງຕື່ມອີກ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 10-12 ອົງສາ ແລະ ສູງສຸດ 25-27 ອົງສາ, ນະຄອນຫລວງວຽງຈັນ: ອາກາດເຢັນຫາໜາວເຢັນລົງຕື່ມອີກ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 27-29 ອົງສາ, ພາກກກາງ: ອາກາດຈະໜາວເຢັນລົງຕື່ມອີກ ແລະ ໜາວຫລາຍຢູ່ເຂດແຂວງໄຊສົມບູນ, ຫລັກຊາວ ແລະ ມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອ ກາດ, ອຸນຫະພູມຕ່ຳສຸດ 12-14 ອົງສາ ແລະ ສູງສຸດ 26-28 ອົງສາ, ພາກໃຕ້: ອາກາດຈະເຢັນລົງຕື່ມອີກ ແລະ ມີຝົນຕົກກະຈາຍພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 28-30 ອົງສາ.

ກົມອຸຕຸຍັງໄດ້ເຕືອນເຝົ້າລະວັງສະພາບອາກາດໜາວ ແລະ ລົມພັດແຮງວ່າ: ໄລຍະ 27-30 ທັນວານີ້, ມວນອາກາດໜາວເຢັນທີ່ມີກຳລັງແຮງຈະປົກຄຸ້ມຢູ່ທົ່ວທຸກພາກຂອງລາວ ແລະ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດໜາວເຢັນຫາໜາວເຢັນຫລາຍຢູ່ບັນດາແຂວງພາກກາງ, ດັ່ງນັ້ນ ຈຶ່ງເຕືອນປະຊາຊົນທີ່ອາໃສຢູ່ເຂດທີ່ມີຄວາມສ່ຽງ ຈົ່ງຮັກສາສຸຂະພາບ ແລະ ນຸ່ງຮົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ໂດຍສະເພາະເດັກນ້ອຍ ແລະ ຜູ້ເຖົ້າ, ພ້ອມນີ້ ກໍໃຫ້ລະວັງຕໍ່ສະພາບລົມພັດແຮງທີ່ອາດຈະເກີດຂຶ້ນໃນໄລຍະນີ້.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...