Homeຂ່າວເຫດການກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກ ກະຊວງ ແຜນການ ແລະການລົງທຶນ ປິດລົງຢ່າງຈົບງາມ

ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກ ກະຊວງ ແຜນການ ແລະການລົງທຶນ ປິດລົງຢ່າງຈົບງາມ

Published on

ພາຍຫລັງ​ທີ່ກອງ​ປະຊຸມ ​ເປີດ​ກ້ວາງ ​ຄົບ​ຄະນະ​ບໍລິຫານ​ງານ​ພັກ​ ກະຊວງ​ແຜນການ ​ແລະ ການ​ລົງທຶນ​ ຄັ້ງ​ທີ 2 ສະ​ໄໝ​ທີ III ​ໄດ້​ດໍາ​ເນີນ​ມາ​ເປັນ​ເວລາ 2 ວັນ​ເຕັມ​ແຕ່​ວັນ​ທີ 26-27 ທັນວາ ນີ້ ​​ໄດ້​ປິດລົງ​ດ້ວຍ​ຜົນ​ສໍາ​ເລັດ​ຢ່າງຈົບງາມ ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ ​ຂອງ​ສະຫາຍ ສຸພັນ ​ແກ້ວ​ມີ​ໄຊ ກໍາມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ບໍລິຫານ​ງານພັກ, ລັດຖະມົນຕີ​ກະຊວງ​ແຜນການ ​ແລ​ະ ການ​ລົງທຶນ, ມີ​ບັນດາ​ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ພະ​ແນ​ກ, ຮອງ​ພະ​ແນ​ກ ​ແລະ ສະມາຊິກ​ພັກ​ສົມບູນ​ສໍາຮອງ​ ຈໍານວນ 250 ກວ່າ​ສະຫາຍ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໃນ​ຄັ້ງ​ນີ້, ​ບັນດາ​ຜູ້​ເຂົ້າ​ຮ່ວມ ​ພ້ອມ​ກັນ​ປະກອບ​ຄໍາ​ຄິດ​ຄໍາ​ເຫັນ ​ແລະ ​ເປັນ​ເອກະ​ພາບ​ຕໍ່ບົດ​ສະຫລຸບ​ ລາຍ​ງານ​ສະພາບ​ການຈັດ​ຕັ້ງ​ປະຕິບັດ​ ບັນດາ​ວຽກ​ງານ​ຂອງ​ຄະນະ​ບໍລິຫານ​ງານ ​ພັກ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ໃນ​ໄລຍະ 1 ປີຜ່ານມາ ​ແລະ ທິດ​ທາງ​ແຜນການ ​ໃນ​ຕໍ່ໜ້າ ​ແລະ ​ເຜີຍ​ບົດ​ສໍາ​ຫລວດ​ການ​ນໍາພາ​ລວມ ຂອງ​ຄະນະ​ບໍລິຫານ​ງານພັກ​ ກະຊວງ​ ຜທ ​ໄລຍະ 1 ປີ 2016 ພ້ອມ​ນີ້ ​ໄດ້​ຜ່ານ​ບົດ​ສໍາ​ຫລວດ ​ຂອງ​ບັນດາ​ສະຫາຍ ​ຄະນະ​ບໍລິຫານ​ງານ​ພັກ ​ແລະ ບັນດາ​ສະຫາຍ​ ເລຂາ, ຮອງ​ເລຂາ, ຄະນະ​ໜ່ວຍ​ພັກ ​ແລະ ພະນັກງານ​ຂັ້ນ​ປະລິນຍາ​ເອກ ນອກ​ນີ້ ​ໄດ້​ມີ​ການ​ຍ້ອງຍໍ​ ບຸກຄົນ​ດີ​ເດັ່ນ​ປະ​ຈໍາປີ 2015  ​ແລະ ຍ້ອງຍໍ​ບຸກຄົນ​ດີ​ເດັ່ນ​ ໃນ​ການ​ຮັບ​ໃຊ້​ກອງ​ປະຊຸມ​ໃຫຍ່​ ຂອງ​ອົງຄະ​ນະ​ພັກ​ກະຊວງ ຜທ ຄັ້ງ​ທີ III, ​ໃບ​ຢັ້ງຢືນ​ໜ່ວຍ​ພັກ​ເຂັ້ມ​ແຂງ ຮູ້​ນໍາພາ​ຮອບ​ດ້ານ ​ປະ​ຈໍາປີ 2015 ຈາກ​ນັ້ນ ​ແຕ່ລະ​ໜ່ວຍ​ພັກ​ ກໍ​ໄດ້​ຂຶ້ນ​ຜ່ານ​ຂໍ້​ແຂ່ງຂັນ​ສືບ​ຕໍ່​ສ້າງ​ ໜ່ວຍ​ພັກ​ເຂັ້ມ​ແຂງຮູ້​ນໍາພາ​ຮອບດ້ານ​ ຈໍານວນ 16 ໜ່ວຍ​ພັກ.

%e0%bb%81%e0%ba%9c%e0%ba%99%e0%ba%81%e0%ba%b2%e0%ba%99%e0%ba%99

            ​ໃນ​ໂອກາດ​ນີ້, ສະຫາຍ ສຸພັນ ​ແກ້ວ​ມີ​ໄຊ ໄດ້​ໃຫ້​ກຽດ​ໂອ້​ລົມ ​ແລະ ​ໃຫ້​ທິດ​ຊີ້​ນໍາ ​ຕໍ່​ກອງ​ປະຊຸມ​ໂດຍ​ສະຫາຍ ​ໄດ້​ເນັ້ນ​ໃຫ້​ເອົາ​ໃຈ​ໃສ່​ບາງ​ບັນຫາ​ ເປັນ​ຕົ້ນ ​ແມ່ນ​ຕ້ອງ​ສ້າງ​ໃຫ້​ໄດ້​ຖັນ​ແຖວ​ພະນັກງານ ​ຄຸ້ມ​ຄອງ​ທີ່​ມີ​ຄຸນ​ທາດ​ການ​ເມືອງ​ ໃຫ້​ໜັກ​ແໜ້ນ, ມີ​ຄວາມ​ຮູ້​ຄວາມ​ສາມາດ, ມີ​ຄຸນສົມບັດ​ສິນ​ທໍາ​ປະຕິວັດ, ຄົ້ນ​ຄ້ວາ​ວາງ​ແຜ​ນພັດທະນາ​ ເສດຖະກິດ-ສັງຄົມ​ຂອງ​ຊາດ, ສ້າງ​ແຜນ​ຍຸດ​ທະ​ສາດ​ ໃຫ້​ສອດຄ່ອງ​ກັບ​ຄວາມ​ເປັນ​ຈິງ ​ຂອງ​ປະ​ເທດ​ເຮົາ, ​ແຜນການ​ຕ້ອງ​ມີ​ຈຸດ​ສຸມ, ລະອຽດ​, ຈະ​ແຈ້ງ ​ແລະ ສາມາດ​ປະຕິບັດ​ໄດ້, ​ເອົາ​ໃຈ​ໃສ່​ນໍາພາ​ວຽກ​ງານ ​ວິຊາ​ສະ​ເພາະ ​ໃຫ້​ມີ​ບາດກ້າວ​ຂະຫຍາຍຕົວ, ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ, ກູ້ຢືມ ​ແລະ ດຶງ​ດູດ​ການ​ລົງທຶນ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເພື່ອ​ພັດທະນາ​ ປະ​ເທດ​ຊາດ, ຖື​ເອົາ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ເປັນ​ຫົວ​ໃຈ​ສໍາຄັນ, ປະ​ເທດ​ຈະ​ຮັ່ງມີ ຫລື ຈະ​ທຸກຍາກ​ ກໍ​ແມ່ນ​ຂຶ້ນ​ກັບ​ການ​ພັດທະນາ​ ເສດຖະກິດ-ສັງຄົມ, ປັບປຸງ​ແບບ​ແຜນ​ວິທີ​ເຮັດ​ວຽກ​ ຂອງ​ຄະນະ​ບໍລິຫານ​ງານ​ພັກ​ ຂອງ​ໜ່ວຍ​ພັກ​ໃຫ້​ດີ, ປະຕິບັດ​ລວມສູນ​ປະຊາທິປະ​ໄຕ ​ໃຫ້​ເຂັ້ມ​ແຂງ​ກວ່າ​ເກົ່າ, ຕັ້ງໜ້າ​ເສີມ​ຂະຫຍາຍ​ທ່າ​ແຮງ​ ນໍາພາ​ລວມຂອງ​ໝູ່​ຄະນະ ​ທັງ​ເສີມ​ຂະຫຍາຍ​ທ່າ​ແຮງ ​ແລະ ຫົວຄິດ​ປະດິດ​ສ້າງ​ ຂອງ​ແຕ່ລະຄົນ, ​ເອົາ​ໃຈ​ໃສ່​ປັບປຸງ​ແບບ​ແຜນ​ ດໍາລົງ​ຊີວິດ​ໃຫ້​ປອດ​ໄສ​ຂາວ​ສະອາດ, ​ເດັດຂາດ​ແກ້​ໄຂ​ປະກົດ​ການ ​ຫຍໍ້​ທໍ້​ຕ່າງໆ, ປະ​ຫຍັດ​ມັດທະ​ຢັດ ​ແລະ ​ເຕົ້າ​ໂຮມ​ຄວາມ​ສາມາດ​ຄີ​ພາຍ​ໃນ​ໃຫ້​ເປັນ​ປຶກ​ແຜ່ນ

ຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...