spot_img
Homeຂ່າວຕ່າງປະເທດສະຫຼົດ! ຕັ້ງວົງກິນເຫຼົ້າ ສະຫຼອງວັນຄຣິດສະມາດ ເສຍຊີວິດ 24 ຄົນ ຢູ່ປາກິສະຖານ

ສະຫຼົດ! ຕັ້ງວົງກິນເຫຼົ້າ ສະຫຼອງວັນຄຣິດສະມາດ ເສຍຊີວິດ 24 ຄົນ ຢູ່ປາກິສະຖານ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ທັນວາ 2016 ວ່າ ເກີດເຫດມີຜູ້ເສຍຊີວິດ 24 ສົບ ເພາາະດື່ມເຫຼົ້າປົນເປື້ອນສານພິດ ເຊິ່ງເຫດເກີດໃນຊຸມຊົນຂອງຊາວຄຣິດ ໃນເມືອງ ໂຕບາ ເຕັດ ຊິງ 338 ກິໂລແມັດ ທາງໃຕ້ຂອງນະຄອນອິສລາມາບັດ ຂອງປາກິສະຖານ

ອິມຣານ ອາຕິຟ ເຈົ້າໜ້າທີ່ຕຳຫຼວດເວົ້າວ່າ ຜູ້ເສຍຊີວິດດັ່ງກ່າວເປັນຊາວຄຣິດ 22 ຄົນ ແລະມຸສະລິມ 2 ຄົນ ໄດ້ດື່ມເຫຼົ້າຕົ້ມກັ່ນໂດຍຊາວບ້ານໃນເມືອງບາສຕີ ມູບາຣາຄາບັດ ທີ່ຢູ່ໃກ້ ກ່ອນຄືນວັນຄຣິດສະມາດ ນອກຈາກນີ້ ຍັງມີຜູ້ປ່ວຍກວ່າ 60 ຄົນຖືກນຳສົ່ງໂຮງໝໍ

ລາຍງານບອກວ່າ ຜູ້ປ່ວຍທີ່ດື່ມເຫຼົ້າທີ່ເປື້ອນສານເມທານອລ ເຖິງວ່າເຫຼົ້າຈະຖືກກົດໝາຍໃນປາກິສະຖານ ແຕ່ການຂາຍ ແລະດື່ມເຄື່ອງແອວກໍຮໍ ເປັນສິ່ງຕ້ອງຫ້າມສຳລັບຊາວມຸສະລິມ ແລະກົດລະບຽບເຂັ້ມງວດສຳລັບຊົນກຸ່ມນ້ອຍ ແລະຊາວຕ່າງຊາດ, ແນວໃດກໍຕາມ ກຸ່ມຄົນປາກິສະຖານທີ່ມີຖານະລວຍ ມັກຊື້ເຫຼົ້າຕ່າງປະເທດທີ່ລັກນຳເຂົ້າມາໃນລາຄາທີ່ແພງ, ຂະນະທີ່ປະຊາຊົນທີ່ທຸກຍາກມັກຈະຕົ້ມເຫຼົ້າກັ່ນດື່ມເອງເຊິ່ງລາຄາຖືກ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...