Homeຂ່າວເຫດການນະຄອນຫຼວງ ເພີ່ມທະວີຄວບຄຸມລາຄາສິນຄ້າຊ່ວງປີໃໝ່

ນະຄອນຫຼວງ ເພີ່ມທະວີຄວບຄຸມລາຄາສິນຄ້າຊ່ວງປີໃໝ່

Published on

ດັ່ງທີ່ຮູ້ນໍາກັນແລ້ວວ່າວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ 2017 ກໍຫຍັບມໍ່ເຂົ້າມາທຸກມື້ແລ້ວ ແລະ ປັດຈຸບັນຊຶ່ງມີຫລາຍສໍານັກງານ, ອົງການ, ບໍລິສັດ, ຫ້າງຮ້ານ ແລະ ຫຼາຍຄອບຄົວຕ່າງກໍພວມກະກຽມສະຫຼອງວັນຂຶ້ນປີໃໝ່ດັ່ງກ່າວໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ບັນຫາທີ່ຫລາຍຄົນເປັນຫວ່ງໃນຊ່ວງໄລຍະນີ້ກໍແມ່ນລາຄາສິນຄ້າອຸປະໂພກ-ບໍລິໂພກໃນທ້ອງຕະຫລາດ, ຊຶ່ງຜ່ານການຕິດຕາມກວດກາເບິ່ງລາຄາສິນຄ້າປະເພດຊີ້ນ, ປາ, ໝາກໄມ້ ແລະ ພຶດພັກຕ່າງໆຢູ່ຕະຫລາດໃຫຍ່ຫລາຍແຫ່ງໃນະຄອນຫລວງວຽງຈັນ.

ໃນປັດຈຸບັນເຖິງວ່າລາຄາຈະຍັງຢູ່ໃນເກີນປົກກະຕິ, ແຕ່ຖ້າຫາກພາກສ່ວນກ່ຽວຂ້ອງຖືເບົາຕໍ່ການຕິດຕາມກວດກາ ແລະ ຄວບຄຸມລາຄາແລ້ວ, ກໍຈະເປັນຊ່ອງຫວ່າງໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາກໍເປັນໄດ້, ດັ່ງທີ່ເຄີຍເປັນມາ, ຊຶ່ງອາດສົ່ງຜົນກະທົບໂດຍກົງຕໍ່ຜູ້ທີ່ມີລາຍຮັບຕໍ່າຢ່າງຫລີກລ້ຽງບໍ່ໄດ້ ແລະ ເພື່ອຮັບປະກັນໃຫ້ຜູ້ບໍລິໂພກໄດ້ຮັບຄວາມເປັນທຳ, ທາງດ້ານລາຄາ, ປະລິມານ ແລະ ຄຸນນະພາບ, ດັ່ງນັ້ນຂະແໜງອຸດສາຫະກຳ ແລະ ການຄ້າຕ້ອງໄດ້ເພີ່ມທະວີຄຸ້ມຄອງລາຄາສິນຄ້າໃຫ້ດີຂຶ້ນ, ໂດຍສະເພາະແມ່ນສິນຄ້າບໍລິໂພກເຊັ່ນ: ຊີ້ນ, ປາ ແລະ ພືດຜັກຕ່າງໆ, ເພື່ອສະກັດກັ້ນການສວຍໂອກາດຂຶ້ນລາຄາ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກໄດ້ພຽງພໍ, ບໍ່ມີຜົນກະທົບຮ້າຍແຮງຕໍ່ການດຳລົງຊີວິດປະຈຳວັນຂອງປະຊາຊົນ ແລະ  ສິ່ງສຳຄັນແມ່ນຄວນແຕ່ງຕັ້ງພະນັກງານໜູນວຽນກັນລົງໄປສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ຄະນະຄຸ້ມຄອງ ແລະ ຈັດສັນຕະຫຼາດ, ເພື່ອພ້ອມກັນຈັດຕັ້ງປະຕິບັດລະບຽບການຄຸ້ມຄອງລາຄາສິນຄ້າໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນການຕິດຕາມລາຄາສິນຄ້າເປັນປະຈຳເພື່ອເຮັດແນວໃດບໍ່ໃຫ້ມີການສວຍໂອກາດດັ່ງທີ່ເຄີຍເປັນມາ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...