Homeຂ່າວທ້ອງຖິ່ນນະຄອນໂຮ່ຈິມິນ ມອບແຜນຜັງພັດທະນາເມືອງປາກຊ່ອງ ໃຫ້ແຂວງຈໍາປາສັກ

ນະຄອນໂຮ່ຈິມິນ ມອບແຜນຜັງພັດທະນາເມືອງປາກຊ່ອງ ໃຫ້ແຂວງຈໍາປາສັກ

Published on

ໃນວັນທີ 19 ທັນວາ 2016 ຜ່ານມານີ້ ມີພິທີມອບແຜນຜັງພັດທະນາເມືອງປາກຊ່ອງ ຈັດຂຶ້ນຢູ່ໂຮງແຮມຈໍາປາສັກແກຣນ ເມືອງປາກເຊ ແຂວງຈໍາປາສັກ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ.ບຸນຖອງ ດີວິໄຊ ກໍາມະການສູນກາງພັກປະຊາຊົນ ປະຕິວັດລາວ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈໍາປາສັກ, ທ່ານ ເລ ແທງ ຮ້າຍ ອະດີດກໍາມະການກົມການເມືອງສູນກາງພັກຄອມມູຍນິດຫວຽດນາມ ອະດີດເລຂາພັກນະຄອນໂຮ່ຈິມິນ, ມີຄະນະນໍາຂັ້ນສູງ, ຄະນະຮັບຜິດຊອບອອກແບບແຜນຜັງ, ນັກທຸລະກິດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

%e0%bb%82%e0%ba%ae
ໃນພິທີໄດ້ຜ່ານບົດລາຍງານການສໍາຫຼວດ ແລະ ວາງແຜນຜັງຊີ້ນໍາລວມ, ຜັງແມ່ບົດການພັດທະນາບໍລິເວນໃຈກາງຕົວເມືອງປາກຊ່ອງ ເຊິ່ງເປັນການຮ່ວມມືລະຫວ່າງ 2 ພັກ, 2 ລັດຖະບານ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນແຂວງຈໍາປາສັກ ແລະ ນະຄອນໂຮ່ຈິມິນ, ເຊິ່ງເລິ່ມຈັດຕັ້ງປະຕິບັດວຽກງານຕົວຈິງແຕ່ເດືອນມີນາ 2013 ຈົນມາຮອດເດືອນສິງຫາ 2016 ຈິ່ງສໍາເລັດ, ປະກອບມີ 3 ໜ້າວຽກໃຫຍ່ຄື: ການກໍານົດແຜນຜັງແນວຄວາມຄິດຍຸດທະສາດໂຄງລ່າງເສັ້ນທາງຕົວເມືອງ ກວມເອົາເນື້ອທີ່ 6.963 ເຮັກຕາ. ການປັບປຸງແຜນຜັງພັດທະນາໃຈກາງຕົວເມືອງປາກຊ່ອງ ກວມເອົາເນື້ອທີ່ 381 ເຮັກຕາ ແລະ ການວາງແຜນຜັງພັດທະນາຈຸດບ້ານທົ່ງກະຕ່າຍ ກວມເອົາເນື້ອທີ່ 162 ເຮັກຕາ. ສິ່ງດັ່ງກ່າວນັ້ນຈະເປັນຂໍ້ມູນ, ເປັນລາຍລະອຽດທີ່ສໍາຄັນ ເພື່ອດໍາເນີນການພັດທະນາເມືອງປາກຊ່ອງ ໃຫ້ເປັນຕົວເມືອງອັນດັນສອງຂອງແຂວງຈໍາປາສັກ ແລະ ເປັນຕົວເມືອງທີ່ບັນລຸການພັດທະນາເສດຖະກິດຮອບດ້ານໃນຕໍ່ໜ້າ.

ໃນພິທີໄດ້ມີການເຊັນມອບ-ຮັບແຜນຜັງພັດທະນາດັ່ງກ່າວ. ຕາງໜ້ານະຄອນໂຮ່ຈິມິນ ເຊັນມອບໂດຍ ທ່ານ      ຫງວຽນ ແທງ ຫຍ້າ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນໂຮ່ຈິນມິນ. ຕາງໜ້າແຂວງຈໍາປາສັກ ເຊັນຮັບໂດຍ ທ່ານ ບຸນເນົາ ຟອງຄໍາແດງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຈໍາປາສັກ, ໂດຍມີຄະນະນໍາຂັ້ນສູງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພະຍານ.

ຂ່າວ: ຈຳປາໃໝ່

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...