Homeປ່ອງຢ້ຽມດວງດາວMETI ອົງກອນໃນສະຫະລັດມີແຜນສົ່ງສັນຍານໄປດາວຫ່າງໄກທັກທາຍ "ມະນຸດຕ່າງດາວ"

METI ອົງກອນໃນສະຫະລັດມີແຜນສົ່ງສັນຍານໄປດາວຫ່າງໄກທັກທາຍ “ມະນຸດຕ່າງດາວ”

Published on

ຊິດນີມໍນິງເຮຣັລ – ຫຼັງຈາກເຮັດການສະແກນເໜືອທ້ອງຟ້າເພື່ອຄົ້ນຫາຂໍ້ຄວາມຈາກເອລ້ຽນໂດຍບໍ່ມີປະໂຫຍດມາດົນຫຼາຍສັດຕະວັດ ນັກວິທະຍາສາດເລີ່ມໝົດຄວາມອົນທົນ ລະບຸວ່າເຖິງເວລາແລ້ວທີ່ຈະຫັນມາລອງໃຊ້ກົດມາລະຍາດພື້ນຖານຂອງການຕິດຕໍ່ ນັ້ນຄືເປັນຝ່າຍເປີດສາກກ່າວຄຳທັກທາຍສະບາຍດີກັບສິ່ງທີ່ມີຊີວິດນອກໂລກ.

ອົງກອນຂ່າວສານສິ່ງມີຊີວິດນອກໂລກ (METI) ເຊິ່ງມີສຳນັກງານໃນຊານຟຣານຊິໂກ ມີແຜນສົ່ງສັນຍານໄປທີ່ດວງດ່າວຕ່າງໆທີ່ຢູ່ຫ່າງໄກ ແທນການເຝົ້າລໍຄອຍໃຫ້ພວກເຂົາສົ່ງສັນຍານມາທີ່ໂລກ

ໂຄງການນີ້ຈະເລີ່ມໃຊ້ພາຍໃນປາຍປີ 2018 ໂດຍມີເປົ້າໝາຍເລີ່ມຕົ້ນສົ່ງສຽງສົນທະນາບາງຢ່າງຜ່ານສັນຍານວິທະຍຸ ຫຼື ເລເຊີໄປທີ່ດາວເຄາະຫີນດວງໜຶ່ງທີ່ໂຄຈອນຮອບດາວເຄາະແດງ “Proxima Centauri” ເຊິ່ງເປັນດາວທີ່ຢູ່ໃກ້ກັບດວງຕະເວັນຫຼາຍທີ່ສຸດ ຈາກນັ້ນກໍ່ຈະມຸ່ງຈຸດໝາຍໄປຈຸດທີ່ໄກກວ່າເກົ່າ ຫ່າງອອກໄປຫຼາຍແສນປີແສງ

ປະຕິບັດການນີ້ເປັນຄວາມພະຍາຍາມຄັ້ງທຳອິດໃນການສົ່ງສານອັນສົງພະລັງ ຈະເຮັດຊ້ຳໆ ແລະ ຕັ້ງໃຈສົ່ງສັນຍານໄປທີ່ອາວະກາດ ໂດຍມີເປົ້າໝາຍທີ່ດາວດວງເກົ່າຕໍ່ເນື່ອງເປັນເວລາຫຼາຍເດືອນຫຼາຍປີ ເຊິ່ງປະທານຂອງ METI ໄດ້ກ່າວວ່າ “ຫາກເຮົາຕ້ອງການເລີ່ມແລກປ່ຽນວິຖີຊີວິດຂອງຫຼາຍເຜົ່າພັນ ເຮົາຕ້ອງຮຽນຮູ້ ແລະ ແບ່ງປັນຂໍ້ມູນ”

METI ເຊິ່ງໄດ້ກໍ່ຕັ້ງຂຶ້ນເມື່ອປີທີ່ຜ່ານມາ ເຊິ່ງຈະເປັນເຈົ້າພາບໃນການຈັດກອງປະຊຸມແຜນປະຕິບັດການ 2 ຄັ້ງໃນປີໜ້າ ທີ່ ປາຣີສ ເມືອງຫຼວງຂອງຝຣັ່ງ ແລະ ເຊນຫລຸຍ ລັດມິສຊູຣີ ສະຫະລັດອາເມລິກາ.

ຮູບພາບຈາກ: ອົງການນາຊ່າ

ຂໍ້ມູນຈາກ: http://www.manager.co.th/Around/ViewNews.aspx?NewsID=9590000128680
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...