Homeຂ່າວຕ່າງປະເທດສາເຫດຂອງເຮືອບິນ ທີມບານເຕະ ບຣາຊິນ ຕົກໃນລະຫວ່າງເດີນທາງໄປ ໂກລົມບີ

ສາເຫດຂອງເຮືອບິນ ທີມບານເຕະ ບຣາຊິນ ຕົກໃນລະຫວ່າງເດີນທາງໄປ ໂກລົມບີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກ ນະຄອນໂບໂກຕາ ປະເທດ ໂກລົມບີ ເມື່ອວັນທີ 27 ທັນວາ ວ່າ. ສຳນັກງານການບິນພົນລະເຮືອນຂອງ ໂກລົມບີ ອອກຖະແຫລງການເມື່ອວັນຈັນທີ່ຜ່ານມາເຖິງຜົນການສືບສວນເບື້ອງຕົ້ນຂອງອຸບັດຕິເຫດເຮືອບິນໂດຍສານແບບບຣິຕິຊ ແອໂຣສເປຊ 146 ຂອງບໍລິສັດ ລາເມຍ ຕັ້ງຢູ່ປະເທດໂບລີເວຍ ເປັນເຮືອບິນເຊົ່າເໝົາລຳ ຂອງຄະນະທີມບານເຕະ ສະໂມສອນ ຊາເປໂຄເອ່ນເຊ່ ປະເທດ ບຣາຊິນ ໄດ້ເກີດອຸບັດຕິເຫດໃນລະຫວ່າງການເດີນທາງໃກ້ຮອດສະໜາມບິນເມືອງ ເມເດຍືນ ໃນປະເທດ ໂກລົມບີ ເມື່ອວັນທີ 28 ພະຈິກ ທີ່ຜ່ານມາ ຜົນການສືບສວນ-ສອບສວນຫາສາເຫດໂດຍໃຊ້ກ່ອງດຳ ຫຼື ເຄື່ອງບັນທຶກຂໍ້ມູນການບິນ ແລະ ຫຼັກຖານອື່ນໆ ລະບຸວ່າ ເປັນເພາະນ້ຳມັນເຊື້ອໄຟໝົດ ໃນລະຫວ່າງການເດີນທາງ.

 

ຂ່າວຈາກ: http://www.dailynews.co.th/foreign/545192

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...