spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໝາກໄມ້ 5 ຊະນິດທີ່ຊ່ວຍຕ້ານມະເຮັງໄດ້ດີ

ໝາກໄມ້ 5 ຊະນິດທີ່ຊ່ວຍຕ້ານມະເຮັງໄດ້ດີ

Published on

ໝາກໄມ້ ມີສັບພະຄຸນ ແລະປະໂຫຍດຫຼາຍ ທີ່ຊ່ວຍປ້ອງກັນພະຍາດຕ່າງໆໄດ້ ໂດຍສະເພາະໝາກໄມ້ 5 ຊະນິດນີ້ ຊ່ວຍປ້ອງກັນການເກີດມະເຮັງໃນຮ່າງກາຍຂອງມະນຸດໄດ້

  1. ໝາກຂາມປ້ອມ: ເປັນໝາກໄມ້ທີ່ມີກົດເອລລາຈິກ, ໃຫ້ຄຸນຄ່າວິຕາມິນຊີສູງຫຼາຍ, ນອກຈາກນັ້ນ ຍັງມີກົດຟິລເລມລິກ ແລະສານຟີນອນ ທີ່ມີສັບພະຄຸນຕ້ານມະເຮັງ ເຊິ່ງຊ່ວຍຢັບຢັ້ງການປ່ຽນແປງຂອງເຊວໃນຮ່າງກາຍມະນຸດໄດ້
  2. ໝາກຫຸ່ງ: ໃນໝາກຫຸ່ງມີສານເບຕ້າເຄໂຣທີນ, ວິຕາມິນຊີ, ແຄວຊຽມ, ຟອສຟໍຣັດ ແລະເຫຼັກ ສານທຳມະຊາດເຫຼົ່ານີ້ຊ່ວຍປ້ອງກັນ ແລະປິ່ນປົວພະຍາດໄຂ້ຫວັດ, ເລືອດອອກຕາມແຂ້ວ ແລະເປັນຢາກະຕຸ້ນການເຮັດວຽກຂອງລະບົບຍ່ອຍອາຫານໄດ້ດີ ແລະທີ່ສຳຄັນຊ່ວຍປ້ອງກັນພະຍາດມະເຮັງ, ຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງເນື້ອງອກ ຫຼືເຊວທີ່ຜິດປົກກະຕິ
  3. ໝາກມັງກອນ: ມີການສຶກສາຈາກສູນວິໄຈຈາກຕ່າງປະເທດພົບວ່າ ສານສະກັດຈາກເປືອກມັງກອນ ຊ່ວຍປ້ອງກັນມະເຮັງໄດ້, ເປັນໝາກໄມ້ທີ່ຕ້ານມະເຮັງໄດ້ດີ ແລະມີຄຸນສົມບັດຊ່ວຍປ້ອງກັນໄຂມັນອຸດຕັນໃນເສັ້ນເລືອດ
  4. ໝາກມັງຄຸດ: ເປັນໝາກໄມ້ທີ່ຕ້ານມະເຮັງໄດ້ດີ ເພາະໃນມັງຄຸດມີສານເຊນໂທນ ເຊິ່ງເປັນສານຕ້ານອະນຸມູນອິດສະລະ ທີ່ມີປະສິດທິພາບຊ່ວຍຮັກສາເຊວທີ່ຖືກທຳລາຍຈາກປັດໄຈຕ່າງໆ
  5. ໝາກອະງຸ່ນ: ມີການວິໄຈຈາກມະຫາວິທະຍາໄລເວນະສະເຕດ ໄດ້ເວົ້າເຖິງອະງຸ່ນທີ່ມີສານຕໍ່ຕ້ານມະເຮັງ ພົບວ່າສານອາຫານທີ່ມີໃນອະງຸ່ນທຸກຊະນິດ ມີສ່ວນຊ່ວຍປ້ອງກັນມະເຮັງໄດ້, ອະງຸ່ນມີສານອາຫານ ແລະນໍ້າຕານ ທີ່ຊ່ວຍບຳລຸງສະໝອງ, ແກ້ອາຫານຢາກນໍ້າ, ຂັບປັດສະວະ ແລະ ຊ່ວຍໃຫ້ຮ່າງກາຍສົດຊື່ນມີພະລັງ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ifram FB ວິທະຍາສຶກສາ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...