spot_img
Homeຊີວິດແລະຄວາມຮັກຄົນທີ່ນອກໃຈຄົນຮັກ ຈະມີພຶດຕິກຳແບບນີ້

ຄົນທີ່ນອກໃຈຄົນຮັກ ຈະມີພຶດຕິກຳແບບນີ້

Published on

ບໍ່ແມ່ນເລື່ອງຍາກຫຼາຍ ຫາກຈະສັງເກດຄວາມຜິດປົກກະຕິຂອງຄົນຮັກຂ້າງກາຍ ໂດຍສະເພາະຝ່າຍຍິງ ຫຼືຝ່າຍຊາຍ ອອກອາການປ່ຽນໄປ, ຫາກພຶດຕິກຳຂອງຄົນຮັກ ຫາກຖືກກັບ 18 ຂໍ້ລຸ່ມນີ້ ສະແດງວ່າຄົນຮັກຂອງເຈົ້າກຳລັງນອກໃຈ ໄປມີຄົນໃໝ່ແນ່ນອນ

  1. ອາການທຳອິດເລີ່ມຈາກການໃຫ້ຄວາມສົນໃຈ ແລະຕອບສະໜອງຄວາມຕ້ອງການຂອງຄົນຂ້າງກາຍຫຼາຍຂຶ້ນເກືອບທຸກເລື່ອງ
  2. ເລີ່ມຊື້ຂອງຂວັນໃຫ້ ບໍ່ວ່າຈະມື້ພິເສດ ຫຼືມື້ທຳມະດາ ເຈົ້າກໍມັກຈະໄດ້ຂອງຂວັນອັນພິເສດຈາກເຂົາ ແຖມຍັງເປັນຂອງຂວັນທີ່ໃຫ້ດ້ວຍໃຈບໍລິສຸດອີກດ້ວຍ
  3. ເກີດພຶດຕິກຳແບບບໍ່ເຕັມໃຈ, ບໍ່ກ້າສະເວົ້າບໍ່ກ້າສະແດງອອກ ບໍ່ວ່າຈະເປັນອາການຕົກໃຈເກີນໄປ
  4. ມັກຫາເລື່ອງຜິດກັນ ແລ້ວກໍມິດໄປ ດ້ວຍເລື່ອງເລັກໆນ້ອຍໆ
  5. ມັກໄດ້ຍິນປະໂຫຍກທີ່ບໍ່ເຄີຍໄດ້ຍິນ
  6. ໃຈລອຍ ຫຼືໃຈບໍ່ຢູ່ກັບຕົວເອງ ແລະໃຈຮ້າຍເມື່ອຢູ່ໃກ້ເຈົ້າ
  7. ເກີດການເສີຍຊາ
  8. ຄວາມສົນໃຈໃນຄອບຄົວຂອງເຈົ້າຫຼຸດລົງ ເລີ່ມບໍ່ຢາກເວົ້າເຖິງພໍ່ແມ່ ຫຼືຄອບຄົວຂອງອີກຝ່າຍ
  9. ເລີ່ມຕ້ອງການໃຊ້ຊີວິດສ່ວນຕົວ ຫຼັງຈາກແຕ່ກ່ອນ ມັກໃຊ້ຊີວິດຮ່ວມກັບເຈົ້າ
  10. ເຂົາເຊົາຍ້ອງເຈົ້າ, ບໍ່ໄດ້ຍິນຄຳວ່າຮັກອີກເລີຍ
  11. ເຂົາມັກຈັບຜິດເຈົ້າໃນທຸກເລື່ອງ ເພື່ອປົກປິດຄວາມຜິດຂອງເຂົາ
  12. ເຂົາມັກໄປກັບໝູ່ເພື່ອນ ແລະມັກເວົ້າບັນຫາຂອງໝູ່ເພື່ອນ ຫຼາຍກວ່າບັນຫາທີ່ມີກັບເຈົ້າ
  13. ເຂົາເຊົາເວົ້າເລື່ອງອະນາຄົດທີ່ວາງແຜນກັນມາຂອງເຈົ້າທັງສອງ
  14. ເຂົາບໍ່ສະແດງຄວາມຮັກຕໍ່ເຈົ້າ ແລະຄວາມມີນໍ້າໃຈກໍຫາຍໄປກັບຄວາມຮັກ
  15. ເຂົາເລີ່ມຢາກມີໂລກສ່ວນຕົວຫຼາຍຂຶ້ນເລື້ອຍໆ
  16. ອາການເບື່ອໜ່າຍທາງເຊັກສ໌ເລີ່ມປາກົດໃຫ້ເຫັນ
  17. ເຂົາມັກສະດຸ້ງໂດຍບໍ່ມີເຫດຜົນເມື່ອຕື່ນຂຶ້ນໃນຕອນເຊົ້າ
  18. ເຂົານອນຫັນຫຼັງໃຫ້ເຈົ້າ, ນອນລະເມີ ເອີ້ນຊື່ຂອງຄົນອື່ນ ທີ່ເຈົ້າບໍ່ຮູ້ຈັກມາກ່ອນ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...