spot_img
Homeຂ່າວພາຍ​ໃນປະທານປະເທດ ຊີ້ນໍາກະຊວງປ້ອງກັນປະເທດໃຫ້ມີແບບແຜນ-ທັນສະໄໝ

ປະທານປະເທດ ຊີ້ນໍາກະຊວງປ້ອງກັນປະເທດໃຫ້ມີແບບແຜນ-ທັນສະໄໝ

Published on

ໃນໂອກາດເຂົ້າຮ່ວມກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປະຈໍາປີ 2016 ທີ່ໄຂຂຶ້ນໃນວັນທີ 22-23 ທັນວານີ້ ທີ່ນະຄອນຫລວງວຽງຈັນ ຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ໃຫ້ຄະນະນໍາກະຊວງປ້ອງກັນປະເທດ ແລະ ຄະນະບັນຊາທຸກຂັ້ນ ຈົ່ງເພີ່ມທະວີການຈັດຕັ້ງປະຕິບັດຍຸດທະສາດແນວທາງປ້ອງກັນຊາດຂອງພັກ ໃນການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ກາຍເປັນກອງທັບປະຕິວັດທີ່ມີແບບແຜນ ແລະ ທັນສະໄໝ, ສ້າງໃຫ້ກອງທັບເປັນກໍາລັງຫລັກແຫລ່ງໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກເຮັດສໍາເລັດທຸກໜ້າທີ່ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ປະຊາຊົນບັນດາເຜົ່າຍູ້ທ້າງທໍາມາຫາກິນພັດທະນາຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.

ໃນກອງປະຊຸມ, ສະຫາຍ ພົຈວ ຄໍາສີ ວົງຄໍາຊາວ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປະຈໍາປີ 2016 ແລະ ທິດທາງແຜນການປະຈໍາປີ 2017ວ່າ: ປີ 2016 ນີ້ ກະຊວງປ້ອງກັນປະເທດໄດ້ຕັ້ງໜ້າຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງຕົນ ສາມາດຍາດໄດ້ຜົນສໍາເລັດອັນພົ້ນເດັ່ນຫລາຍດ້ານໃນການເປັນກໍາລັງຫລັກແຫລ່ງປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງຊາດ, ຮັບປະກັນການພັດທະນາເສດຖະກິດ-ສັງຄົມຂອງຊາດສືບຕໍ່ຂະ ຫຍາຍຕົວດ້ວຍທ່ວງທ່າອັນໜັກແໜ້ນ, ການປັບປຸງກໍ່ສ້າງກອງທັບກໍມີຫລາຍດ້ານທີ່ພົ້ນເດັ່ນ ແລະ ກ້າວເຂົ້າສູ່ຄວາມເປັນລະບຽບແບບແຜນ ແລະ ທັນສະໄໝເທື່ອລະກ້າວ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...