Homeຂ່າວພາຍ​ໃນນາຍົກເຕືອນ! ບ່ອນໃດຜິດວິໄນການເງິນ ໃຫ້ຮີບຮ້ອນຕື່ນໂຕຈ່າຍສາ (ມີຄລິບ)

ນາຍົກເຕືອນ! ບ່ອນໃດຜິດວິໄນການເງິນ ໃຫ້ຮີບຮ້ອນຕື່ນໂຕຈ່າຍສາ (ມີຄລິບ)

Published on

ວັນທີ 20 ທັນວາ 2016 ທີ່ຜ່ານມາ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ມີໂອກາດໂອ້ລົມຕໍ່ກອງປະຊຸມ “ແນະນຳການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະແຜນງົບປະມານແຫ່ງລັດ ປະຈຳປີ 2017” ທີ່ຫໍປະຊຸມແຫ່ງຊາດ ເຊິ່ງທ່ານໄດ້ເນັ້ນໜັກຫຼາຍບັນຫາທີ່ສຳຄັນ ແລະເລັ່ງດ່ວນ ເປັນຕົ້ນແມ່ນ ການແຂ້ໄຂບັນຫາການລະເມີດວິໄນການເງິນ.

ທ່ານນາຍົກກ່າວໃນບາງຕອນວ່າ “ອົງການກວດສອບແຫ່ງລັດ ໄດ້ໄປກວດເບິ່ງໝົດແລ້ວແລະໄດ້ລາຍງານໝົດແລ້ວວ່າ ບ່ອນໃດເປັນຈັ່ງໃດຮູ້ໝົດແລ້ວ ແລະກໍໄດ້ໃຫ້ແຕ່ລະແຂວງແລະກະຊວງທີ່ຖືກກວດນັ້ນຢືນຢັນແລ້ວວ່າ ອັນໃດລະເມີດ ອັນໃດບໍ່ລະເມີດ ອັນໃດແກ້ໄຂໄດ້ ອັນໃດຍັງຄ້າງຄາ ຈະແຈ້ງແລ້ວ ຕໍ່ໄປນີ້ໃຫ້ເອົາເຂົ້າສູ່ລະບຽບ ແລະໃຫ້ແຕ່ລະພາກສ່ວນເປັນຕົວຢ່າງ, ເປັນຕົວຢ່າງທີ່ດີ ບໍ່ຢາກໃຫ້ຕ້ອງໄປຈີ້ໄປຈໍ້ໃສ່ກັນ… ຕື່ນຕົວສາ ວ່າອັນນີ້ຜິດ ອັນນັ້ນບໍ່ໄດ້ເອົາເຂົ້າງົບປະມານ ຖ້າຍັງບໍ່ໄດ້ເອົາເຂົ້າໃຫ້ຮີບເອົາເຂົ້າ ຊິຈ່າຍກໍຈົດຮັບຈົດຈ່າຍນຳເພິ່ນ ມີເຫດມີຜົນກໍບໍ່ໄດ້ເຄັ່ງຄັດເກີນຂອບເຂດອິຫຍັງ…”

ຂອບໃຈຄລິບຂ່າວຈາກ: ໂທລະພາບແຫ່ງຊາດ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...