Homeຂ່າວເຫດການພົບເດັກແດງຖືກຖິ້ມ ຜູ້ພົບໃຈບຸນ ບອກເປັນຄວາມໂຊກດີ

ພົບເດັກແດງຖືກຖິ້ມ ຜູ້ພົບໃຈບຸນ ບອກເປັນຄວາມໂຊກດີ

Published on

ຕອນສວາຍ ວັນທີ 25/12/2016 ມີຜູ້ພົບເຫັນເດັກແດງຖືກປະໄວ້ໃນປ່າ ເຂດເມືອງເຊໂນ ແຂວງສະຫວັນນະເຂດ ຜູ້ພົບເຫັນໃຈບຸນ ໄດ້ຮັບເອົາເດັກແດງດັ່ງກ່າວມາລ້ຽງດູເປັນລູກຕໍ່ໄປ ໂດຍບອກວ່າອາດຈະເປັນບຸນວາສະໜາທີ່ເຄີຍເຮັດຮ່ວມກັນມາແຕ່ຊາດກ່ອນ ຈຶ່ງໄດ້ມາພົບພໍ້ກັນແບບນີ້ ເປັນຄວາມໂຊກດີທີ່ເດັກແດງຈະມາຄ້ຳມາຄູນ.

ເຫດການພົບເດັກແດງດັ່ງກ່າວເກີດຂຶ້ນ ລະຫວ່າງການເດິນທາງຈາກເທສະບານແຂວງສະຫວັນນະເຂດ ຂອງ ນາງ ຜິວ ແລະ ທ້າວ ສົມສີ ເມື່ອແລ່ນລົດມາຮອດເຂດໂຮງງານນີຄອລ ເມືອງເຊໂນ ແຂວງສະຫວັນ ທັງສອງໄດ້ປວດເບົາ ຈຶ່ງໄດ້ຈອດລົດເພື່ອລົງຖ່າຍເບົາ ແຕ່ພໍແຕ່ຍ່າງເຂົ້າປ່າກໍປາກົດໄດ້ຍິນສຽງເດັກນ້ອຍຮ້ອງໄຫ້ຢ່າງແຮງ ຈຶ່ງໄດ້ເຂົ້າໄປເບິ່ງ ແລະພົບວ່າເປັນເດັກແດງຫາກໍເກີດ ເປັນເພດຊາຍ ຮູບຮ່າງໜ້າຕາຈົບງາມ ຖືກວາງໄວ້ກາງປ່າ ຈຶ່ງພາກັນຊ່ວຍເຫຼືອ ພ້ອມທັງຮ້ອງເອີ້ນຫາຜູ້ເປັນແມ່ ແຕ່ບໍ່ປາກົດມີໃຜມາສະແດງໂຕ ຈຶ່ງໄດ້ຮັບເອົາມາອຸປະກາລະ ກ່ອນຈະແລ່ນແຈ້ງເລື່ອງຕາມລະບຽບກົດໝາຍ.
15741196_590746077795843_3017261029585149599_n 15741321_590746101129174_4369739437695695476_n

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...