Homeຂ່າວພາຍ​ໃນນາຍົກເລັ່ງ ຕ້ອງເບີກເງິນເດືອນໃຫ້ທັນໃຊ້ໃນມື້ປີໃໝ່ 2017 ນີ້ (ເບິ່ງຄລິບ)

ນາຍົກເລັ່ງ ຕ້ອງເບີກເງິນເດືອນໃຫ້ທັນໃຊ້ໃນມື້ປີໃໝ່ 2017 ນີ້ (ເບິ່ງຄລິບ)

Published on

ໃນ​ໂອກາດ​ເຂົ້າ​ຮ່ວມ ແລະ ​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ແນ​ະນຳ​ການຈັດ​ຕັ້ງປະຕິບັດ​ ແຜນ​ພັດທະນາ​ເສດຖະກິ-ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ ປະຈຳ​ປີ 2017 ​ໃນ​ວັນ​ທີ 20 ທັນວາ 2016 ທີ່ຜ່ານມາ ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ​ທ່ານ ທອງ​ລຸນ​ ສີ​ສຸ​ລິດ ນາຍົກລັດຖະມົນຕີ ໄດ້​ມີ​ຄຳ​ເຫັນ ໃນ​ຫຼາຍ​ບັນຫາທີ່ສຳຄັນ 1 ໃນນັ້ນແມ່ນ ​​ການ​ເບີກ​ຈ່າຍ​ເງິນ​ເດືອນຂອງ​ພະນັກງານ-ລັດຖະກອນ-ຄູ-ອາຈານ-ກຳລັງ​ປະກອບ​ອາວຸດ ​ໃຫ້​ໄດ້​ທັນຕາ​ມກຳນົດ​ເວລາ ​ໂດຍສະເພາະປີ 2016 ນີ້ຕ້ອງໃຫ້ສຳເລັດກ່ອນປີໃໝ່ສາກົນນີ້ ເພື່ອໃຫ້ພະນັກງານ-ລັດຖະກອນ ແລະກຳລັງປະກອບອາວຸດ ໄດ້ໃຊ້ເງິນຈຳນວນດັ່ງກ່າວເຂົ້າໃນໃນການໄປຫຼິ້ນ ພັກຜ່ອນກັບຄອບຄົວ. ພ້ອມທັງຍັງກ່າວວ່ານັບແຕ່ທ້າຍເດືອນມັງກອນ 2017 ເປັນຕົ້ນໄປ ແມ່ນເດັດຂາດໃຫ້ອອກທັນທຸກເດືອນ ແລະທ່ານໄດ້ກ່າວວ່າ ຕົນເອງໄດ້ເວົ້າເລື່ອງເງິນເດືອນມາແລ້ວບໍ່ຕ່ຳກວ່າ 10 ເທື່ອແລ້ວ ໃນໄລຍະເວລາທີ່ເຂົ້າມາເປັນນາຍົກໄດ້ພຽງ 8 ເດືອນ.

ທ່ານນາຍົກເວົ້າວ່າ ພະນັກງານ-ລັດຖະກອນເງິນເດືອນໜ້ອຍ ແຕ່ເຂົາເຈົ້າກໍກາງຕໍ່ຈຳນວນເງິນດັ່ງກ່າວ ເພື່ອໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນ, ບໍ່ແມ່ນວ່າບໍ່ເປັນຫຍັງ, ເຫັນເຂົາເຈົ້າບໍ່ປາກ ເຂົາເຈົ້າບໍ່ລາອອກແລ້ວວ່າບໍ່ເປັນຫຍັງ, ນັ້ນມັນແມ່ນສິດຜົນປະໂຫຍດອັນຊອບທຳຂອງເຂົາເຈົ້າ ເຊິ່ງມັນເປັນຈັນຍາບັນ ຈັນຍາທຳຂອງພາກສ່ວນຂັ້ນເທິງທີ່ເປັນຜູ້ຄຸ້ມຄອງບໍລິຫານທີ່ຈະຕ້ອງຮັບຜິດຊອບຕໍ່ບັນຫາດັ່ງກ່າວ. ແລະທ່ານນາຍົກໄດ້ມອບໃຫ້ພາກສ່ວນກະຊວງການເງິນ, ທະນາຄານແ່ຫ່ງ ສປປລາວ, ເຈົ້າແຂວງ, ຮອງເຈົ້າແຂວງ, ພະແນກການເງິນແຂວງ ແລະພະແນກພາຍໃນ ຖືເປັນຄວາມຮັບຜິດຊອບທາງການເມືອງ.

ຂອບໃຈຄລິບຂ່າວຈາກ: ໂທລະພາບແຫ່ງຊາດ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...