spot_img
Home​ຂ່າວບັນເທິງກັອບ, ຂັວນ ພາແມ່ແອ໊ວ ທ່ຽວວຽງຈັນຫວານຊື່ນ ແຟນຄລັບທີ່ວຽງຈັນຕ້ອນຮັບຢ່າງອົບອຸ່ນ

ກັອບ, ຂັວນ ພາແມ່ແອ໊ວ ທ່ຽວວຽງຈັນຫວານຊື່ນ ແຟນຄລັບທີ່ວຽງຈັນຕ້ອນຮັບຢ່າງອົບອຸ່ນ

Published on

ຂ່າວບັນເທີງດາລາ ກັບລາວໂພສຕ໌ ມື້ນີ້ແອັດມິນຈະມາອັບເດດຂ່າວຄົນດັງ ຂອງທາງເພື່ອນບ້ານ ທີ່ມາທ່ຽວ ນະຄອນຫຼວງວຽງຈັນ ປະເທດລາວເຮົາເອງ ເຊິ່ງຫຼ້າສຸດໃນວັນທີ 22 ທັນວາ 2016 ທີ່ຜ່ານມາ 2 ຊຸ໊ບຕຣາ ຂອງເມືອງໄທ ຢ່າງ ບ່າວ ກັອບ ແລະ ສາວ ຂັວນ ທີ່ຄວງຄູ່ກັນມາທຳງານ ແລະ ຖືໂອກາດນີ້ທ່ຽວສະວີດຫວານກັນທີ່ນະຄອນຫຼວງວຽງຈັນ ແຕ່ທັງຄູ່ກໍ່ບໍ່ໄດ້ມາກັນພຽງ 2 ຄົນ ເພາະຍັງພາ ແມ່ ແອ໊ວ ແມ່ຂອງຂັວນ ອຸສາມະນີ ມາຮ່ວມທຣິບສຸດປະທັບໃຈໃນຄັ້ງນີ້ນຳ

ເຊິ່ງການມາທ່ຽວທີ່ນະຄອນຫຼວງວຽງຈັນຂອງທັງຄູ່ໃນຄັ້ງນີ້ກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກແຟນຄລັບຊາວລາວ ເປັນຈຳນວນຫຼາຍ

89-67

ກັອບ ແລະ ຂັວນ ໄດ້ພາແມ່ ແອ໊ວ ທ່ຽວຊົມສະຖານທີ່ຕ່າງໆ ໃນນະຄອນຫຼວງວຽງຈັນ ເຊັ່ນ: ທ່ຽວປະຕູໄຊ, ພະທາດຫຼວງ, ຕະຫຼາດມືດແຄມຂອງສວນເຈົ້າອະນຸວົງ ແລະ ຍັງໄດ້ຕື່ນແຕ່ເຊົ້າມາເຮັດບຸນໃສ່ບາດຮ່ວມກັບພີ່ນ້ອງຊາວລາວ ຖືວ່າການມາທ່ຽວລາວຂອງພວກເຂົາໃນຄັ້ງນີ້ເປັນ ທຣິບທີ່ອີ່ມບຸນ, ອີ່ມໃຈ ແລະ ສ້າງຄວາມສຳພັນໃຫ້ແໜ້ນແຟ້ນຂຶ້ນຕື່ມ

ທັງນີ້ບ່າວ ກັອບຍັງໄດ້ທະວິດຂໍ້ຄວາມ “ຂອບໃຈພີ່ນ້ອງແຟນຄຣັບຊາວວຽງຈັນທີ່ຕ້ອນຮັບຢ່າງອົບອຸ່ນ” ຜ່ານທະວິດເຕີ້ສ່ວນຕົວຂອງລາວ

ເອົາເປັນວ່າຕອນນີ້ເຮົາມາເບິ່ງພາບຄວາມປະທັບໃຈໃນການທ່ຽວວຽງຈັນຂອງ ກັອບ, ຂັວນ ແລະ ແມ່ແອ໊ວ ກັນດີກວ່າ

89-66 89-69

89-68

2053

ຮູບພາບຈາກ: Instagram golfpichaya, kwanusa9 ແລະ ແຟນຄັລບ

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...