spot_img
Homeຂ່າວພາຍ​ໃນສະຫຼຸບການຊື້-ຂາຍຮຸ້ນ ວັນທີ 23 ທັນວາ 2016

ສະຫຼຸບການຊື້-ຂາຍຮຸ້ນ ວັນທີ 23 ທັນວາ 2016

Published on

ຕະຫຼາດຮຸ້ນລາວ ປັບຕົວຫຼຸດລົງໃນມື້ຊື້ຂາຍສຸດທ້າຍຂອງອາທິດ, ພາຍຫຼັງທີ່ຮຸ້ນທະນາຄານດີດຕົວຂຶ້ນແຕະທີ່ລາຄາ 5,500 ກີບໃນຊ່ວງເຄ່ງເຊົ້າ, ແຕ່ກໍໄດ້ມາປິດທີ່ລາຄາ 5,050 ກີບ ໃນຮອບຊື້-ຂາຍສຸດທ້າຍ, ແຕ່ກໍຍັງເພີ່ມຂຶ້ນອີກຢູ່ 50 ກີບເມື່ອທຽບໃສ່ມື້ຜ່່ານມາ, ປະລິມານການຊື້-ຂາຍສ່ວນຫຼາຍແມ່ນມາຈາກຮຸ້ນ BCEL ເຊິ່ງມີ 47,700 ຮຸ້ນເປັນເງິນ 255.5 ລ້ານກີບ.

ປະລິມານການຊື້-ຂາຍຂອງຮຸ້ນພະລັງງານແມ່ນບໍ່ເປັນທີ່ໜ້າປະທັບໃຈ ເຊິ່ງມີພຽງ 1,000 ຮຸ້ນ ເທົ່ານັ້ນທີ່ມີການຈັບຄູ່. ຮຸ້ນ SVN ມື້ນີ້ໄດ້ປັບຕົວຫຼຸດລົງສູ່ຈຸດໃໝ່ທີ່ລົງເຖິງ 300 ກີບມາຢູ່ທີ່ລາຄາ 2,700 ກີບ, ດ້ວຍມູນຄ່າການຊື້-ຂາຍພຽງແຕ່ 300 ຮຸ້ນ. ໃນຂະນະທີ່ບັນດາຮຸ້ນຕົວອື່ນໆ ແມ່ນບໍ່ມີການຈັບຄູ່.

ດັດຊະນີຕະຫຼາດປັບຕົວຫຼຸດລົງເລັກໜ້ອຍ 0.41% ຫຼື 4,16 ຈຸດ ມາຢູ່ທີ່ 1,008.56 ຈຸດ ມູນຄ່າທັງໝົດໃນຕະຫຼາດມີປະມານ 261 ລ້ານກີບ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ifram FBPictpost ຮູບພາບລາວໂພສຕ໌

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...