spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຢາປົວຕັບພື້ນເມືອງລາວ

ຢາປົວຕັບພື້ນເມືອງລາວ

Published on

20140701123320

ຜູ້ປ່ວຍພະຍາດຕັບຫຼາຍຄົນ ຕ່າງກໍເວົ້າ ວ່າ ຖ້າຢູ່ຕ່າງປະເທດເຂົາອາດຮັກສາໄດ້ ແຕ່ໃນບ້ານເຮົາອາດປົວບໍ່ໄດ້. ດັ່ງນັ້ນອີກທາງ ເລືອກໜຶ່ງ ຫຼື ອາດເປັນທາງ ເລືອກສຸດທ້າຍ ທີ່ຍັງພໍເປັນຄວາມຫວັງຂອງເຂົາເຈົ້າ ກໍຄືຢາພື້ນ ເມືອງລາວ. ທ່ານ ບຸນເລີດ ວົງພະຈັນ ອາຍຸ 58 ປີ ປະຊາຊົນບ້ານ ສີສັງວອນ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ກໍປ່ວຍເປັນພະຍາດລຳ ໄສ້ ແລະພະຍາດຕັບ, ສຸດທ້າຍເພິ່ນໄດ້ພົບວິທີ ຮັກສາດ້ວຍຢາພື້ນເມືອງລາວ ແລະກໍຫາຍ ດີມາແລ້ວ. ເພິ່ນເລົ່າວ່າ: ຂ້ອຍລົ້ມປ່ວຍເປັນ ພະຍາດລຳໄສ້-ຕັບ ຕັ້ງແຕ່ກາງປີ 2000, ອາການເລີ່ມຕົ້ນແມ່ນ ເຈັບທ້ອງ, ທຽວຖ່າຍ (ຖ່າຍແຫຼວ) ເປັນເວລາ 3 ມື້ ຊຶ່ງໃນ 3 ມື້ນັ້ນ ແມ່ນທັງເມື່ອຍທັງອ່ອນເພຍ, ຈາກນັ້ນ ກໍເລີ່ມ ມີອາການປັ້ນທ້ອງຕັ້ງແຕ່ທ້ອງນ້ອຍຂຶ້ນ ມາຫາເອິກ, ມີອາການທ້ອງແຂງເປັນແຜ່ນ, ປັ້ນລົງມາຢູ່ທ້ອງນ້ອຍຄືເກົ່າ. ດັ່ງນັ້ນ ຂ້ອຍຈຶ່ງໄດ້ຕັດສິນໃຈໄປໂຮງໝໍ ເຊດ ຖາທິຣາດ. ທ່ານໝໍໄດ້ບົ່ງມາຕິ ວ່າ: ຂ້ອຍ ເປັນພະຍາດລຳໄສ້ພ້ອມທັງເປັນພະຍາດ ຕັບພ້ອມ. ສະນັ້ນເພິ່ນຈຶ່ງໃຫ້ນອນຢູ່ ໂຮງໝໍ, ແຕ່ຂ້ອຍຂໍອະນຸຍາດຍ້າຍໄປ ໂຮງໝໍມະໂຫສົດ ເພາະມີຄົນ ຮູ້ຈັກກັນຢູ່ຫັ້ນ. ຫຼັງຈາກປົວ 10 ກວ່າມື້ ທ້ອງ ຂ້ອຍກໍໃຫຍ່ຂຶ້ນເລື້ອຍໆ ຈົນບໍ່ສາມນ່ັງ ແບບປົກກະຕິໄດ້ ຄືຖ້າຈະນ່ັງກໍຕ້ອງນັ່ງເທີ້ງ. ສ່ວນອາການຕ່າງໆ ກໍສະແດງອອກມາ ເຊັ່ນ: ບໍ່ຖ່າຍ, ທ້ອງໃຫຍ່ຂຶ້ນໆ, ກິນບໍ່ໄດ້, ນອນບໍ່ຫຼັບ, ຮ້ອນຕາມຕົນໂຕ, ນຳ້ໜັກຫຼຸດ ລົງແບບກະທັນຫັນ, ຜິວໜັງ ແລະຕາເຫຼືອງ, ປັດສາວະອອກໜ້ອຍ, ກິນຫຍັງລົງໄປກໍບໍ່ຍ່ອຍ.

ຍົກຕົວຢ່າງ ເມື່ອກິນນົມເຂົ້າໄປ ແລະເວລາ ທ່ານໝໍມາແທງເອົານຳ້ອອກ ກໍຈະຍັງເຫັນວ່າ ນົມທີ່ກິນເຂົ້າໄປນັ້ນ ຍັງຂາວຂຸ້ນຄືເກົ່າຢູ່. ສຳລັບການຮັກສາຂອງທ່ານໝໍນັ້ນ ຂ້ອຍກໍບໍ່ຮູ້ດອກ ມີແຕ່ໃຫ້ຢາກິນ (ຢາຖ່າຍ) ຊຶ່ງບັນຫາກໍຄື ຂ້ອຍບໍ່ຖ່າຍ. ແຕ່ລະມື້ ທ່ານໝໍຈະ ທຽວມາແທງທ້ອງເອົານຳ້ອອກ, ຜ່ານໄປຫຼາຍມື້ເທົ່າໃດກໍບໍ່ເຫັນມີຫຍັງດີຂຶ້ນ. ທ່ານໝໍ ເວົ້າວ່າ “ພະຍາດນີ້ປົວຍາກ” ແລະເມື່ອໄດ້ຍິນແນວນັ້ນ ຂ້ອຍກໍຄິດໃນໃຈວ່າ “ຄືຊິບໍ່ເຊົາ”! ດັ່ງນັ້ນຂ້ອຍຈຶ່ງຂໍອະນຸຍາດອອກໄປປົວດ້ວຍຕົນເອງຢູ່ເຮືອນ. ຫຼັງຈາກອອກໂຮງໝໍມາເຮືອນແລ້ວ ຄອບຄົວກໍໄດ້ໄປຊອກຢາພື້ນເມືອງມາໃຫ້ກິນ. ໂຊກດີທີ່ຂ້ອຍມີພີ່ນ້ອງຜູ້ທີ່ເຄີຍເປັນ ພະຍາດຕັບໃນແບບດຽວກັນກັບຂ້ອຍ ແລະ ເຊົາດ້ວຍຢາພື້ນເມືອງມາແລ້ວ, ລາວຈຶ່ງ ແນະນຳບ່ອນໄປເອົາຢາ. ເພິ່ນບອກວ່າ: “ອາການແນວນີ້ແມ່ນແບບດຽວກັບຂ້ອຍເປັນເລີຍ, ບໍ່ຕ້ອງກັງວົນ ກິນຢາພື້ນເມືອງໃສ່ ເມື່ອຖ່າຍ ອອກກໍຈະເຊົາ”.

ລາວແນະໃຫ້ໄປເອົາຢາຢູ່ບ້ານສີເກີດ ເພາະມີຫຼາຍເອົາມາກິນແລ້ວຫາຍດີ. ຢາທີ່ ວ່ານັ້ນ ແມ່ນເປັນຊຸດ, ເປັນຢາຕົ້ມ, ມີກຳ ນົດການກິນ 8 ເດືອນ, ນຳມາຕົ້ມກິນ ຕາງນຳ້, ກິນຕອນເຊົ້າ 1,5 ລິດ ແລະຕອນແລງ 1 ລິດ. ຫຼັງຈາກກິນບໍ່ພໍເທົ່າໃດ ຂ້ອຍຮູ້ສຶກວ່າ ປວດຖ່າຍທັນທີ! ແຕ່ໄລຍະທີ່ກິນທຳອິດ ແມ່ນຍັງຖ່າຍບໍ່ໄດ້ດີ ແຕ່ຜ່ານໄປສອງອາທິດກໍເລີ່ມຖ່າຍໄດ້ດີຂຶ້ນ ພ້ອມທັງຜາຍລົມເລື້ອຍໆ, ຫຼັງຈາກນັ້ນທ້ອງກໍລັ່ນຄ້າຍຄືວ່າ “ມີນຳ້ ຢູ່ເຕັມຊາມ ແລ້ວເຮົາຖອກອອກ ບາດດຽວ.” ເມື່ອທ້ອງລັ່ນ ຂ້ອຍກໍຮູ້ສຶກສະບາຍ ທ້ອງຂຶ້ນ ເບິ່ງຄືວ່າ ທ້ອງທີ່ແຂງເລີ່ມອ່ອນລົງ ແຕ່ຄວາມຈິງມັນກໍຍັງແຂງທົ່ວທ້ອງຢູ່, ຫຼັງ ຈາກໃຊ້ເວລາກິນເກືອບຈະເຂົ້າເດືອນທີສອງ ຂ້ອຍຮູ້ສຶກວ່າ ທ້ອງລັ່ນຢູ່ຕະຫຼອດ, ທຸກຄັ້ງທີ່ມັນລັ່ນ ຮູ້ສຶກວ່າສະບາຍຂຶ້ນເລື້ອຍໆ, ທ້ອງກໍແວບລົງເລື້ອຍໆຈົນເປັນປົກກະຕິ, ອາການທ້ອງແຂງຫາຍໄປ ແຕ່ຍັງຮູ້ສຶກ ປັ້ນທ້ອງເລັກໜ້ອຍ. ດັ່ງນັ້ນ ຂ້ອຍຈຶ່ງສືບຕໍ່ກິນ ອີກປະມານສອງເດືອນເຄິ່ງ ຈຶ່ງຫາຍດີ ແລະ ເມື່ອເຫັນວ່າຫາຍດີແລ້ວ ຂ້ອຍກໍໄດ້ຢຸດ ກິນເລີຍ ຊຶ່ງຄວາມຈິງແມ່ນ ເພິ່ນໃຫ້ກິນ 8 ເດືອນ. ນັບແຕ່ປີນັ້ນ ມາຮອດປັດຈຸບັນສຸຂະ ພາບຂອງຂ້ອຍແມ່ນດີເປັນປົກກະຕິດີ, ສ່ວນ ອາຫານທີ່ຕ້ອງຫ້າມແມ່ນນຳ້ເມົາ ແລະ ອາຫານປະເພດໝັກດອງ. ຂ້ອຍຄິດວ່າ ສາເຫດຂອງພະຍາດດັ່ງ ກ່າວນີ້ກໍຍ້ອນໂຕເອງເປັນ “ຊຽນເຫຼົ້າຂາວ” ຄືກິນເປັນປະຈຳ ແບບບໍ່ເຄີຍຂາດ ແຖມຍັງ ສູບຢາອີກດ້ວຍ.

ປັດຈຸບັນ ໝໍຢາພື້ນເມືອງທີ່ບ້ານ ສີເກີດ ໄດ້ເສຍຊີວິດໄປດົນແລ້ວ ແຕ່ຜູ້ເປັນເມຍ ແລະນ້ອງຊາຍຂອງເພິ່ນ ແມ່ນຍັງຄົງສືບ ຕໍ່ເຮັດຢູ່.

 

ຂອບໃຈຂໍ້ມູນດີໆ ຈາກ: ວາລະສານອັບເດດ

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...